ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກາະ ເປິ​ໂຕ ຣີ​ໂກ ກຳ​ລັງ​ຟື້ນ​ຕົວ ຈາກ​ແຜ່ນ​ດິນ​ໄຫວ​ ທີ່​ຮຸນ​ແຮງ​ຢ່າງ​ຊ້າໆ


ແມ່​ຍິງ​ຄົ​ນ​ນຶ່ງ​ຫອບ​ຜ້າ​ຫົ່ມ ແລະ ເປ ໃນ​ຂະ​ນະ​ທີ່​ຄົນ​ທີ່​ອາ​ໄສ​ຢູ່​ໃກ້​ຄຽງ ຍັງ​ຄົງ​ອາ​ໄສ​ຢູ່​ກາງ​ແຈ້ງ ດ້ວຍ​ການ​ໃຊ້​ຕູບ​ຜ້າ ແລະ ໄຟ​ທີ່​ເຄື່ອນ​ທີ່​ໄດ້ຍ້ອນ​ຢ້ານ​ເກີດ​ແຜ່ນ​ດິນ​ໄຫວ​ຕາມ​ມາ​ອີກ, ເມືອງ ກວາ​ນີ​ຄາ, ເກາະ ເປີ​ໂຕ ຣີ​ໂກ. 7 ມັງ​ກອນ, 2020.
ແມ່​ຍິງ​ຄົ​ນ​ນຶ່ງ​ຫອບ​ຜ້າ​ຫົ່ມ ແລະ ເປ ໃນ​ຂະ​ນະ​ທີ່​ຄົນ​ທີ່​ອາ​ໄສ​ຢູ່​ໃກ້​ຄຽງ ຍັງ​ຄົງ​ອາ​ໄສ​ຢູ່​ກາງ​ແຈ້ງ ດ້ວຍ​ການ​ໃຊ້​ຕູບ​ຜ້າ ແລະ ໄຟ​ທີ່​ເຄື່ອນ​ທີ່​ໄດ້ຍ້ອນ​ຢ້ານ​ເກີດ​ແຜ່ນ​ດິນ​ໄຫວ​ຕາມ​ມາ​ອີກ, ເມືອງ ກວາ​ນີ​ຄາ, ເກາະ ເປີ​ໂຕ ຣີ​ໂກ. 7 ມັງ​ກອນ, 2020.

ເກາະ ເປີ​ໂຕ ຣີ​ໂກ ໄດ້​ເລີ່ມ​ຟື້ນ​ຕົວ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ຮຸນ​ແຮງຫຼາຍ​ຄັ້ງ​ຢ່າງ​ຊ້າໆ​ໃນ​ວັນ​ພຸດ​ວານນີ້ ເຊິ່ງ​ມັນ​ໄດ້​ເກີດ​ຂຶ້ນ​ໃນ​ເກາະ ​ທີ່​ເປັນດິນແດນ​ຂອງ ສະ​ຫະ​ລັດ ຢູ່​ໃນທະ​ເລ​ຄາ​ຣີ​ບຽນ ນັບ​ຕັ້ງ​ແຕ່​ທ້າຍ​ເດືອນ​ທັນ​ວາ​ທີ່​ຜ່ານ​ມາ.

ກະ​ແສ​ໄຟ​ຟ້າ​ຂອງ​ເຂົາ​ເຈົ້າ, ເຊິ່ງ​ຖືກ​ປິດ​ໄວ້ໂດຍ​ເຈ​ຕະ​ນາ ໃນ​ຖາ​ນະ​ເປັນ​ມາດ​ຕະ​ການ​ຄວາມ​ປອດ​ໄພຫຼັງ​ຈາກ​ແຜ່ນ​ດິນ​ໄຫວ​ ທີ່​ມີຄວາມ​ແຮງ 6.4 ໃນ​ວັນ​ອັງ​ຄານ​ວານນີ້, ແມ່ນໄດ້​ຖືກ​ເປີດ​ໃຊ້​ຄືນ​ອີກ​ສ່ວນ​ນຶ່ງ. ລູກ​ຄ້າ​ບໍ​ລິ​ສັດ​ໄຟ​ຟ້າ 500,000 ຄົນ​ຈາກ ນຶ່ງ​ລ້ານ​ຫ້າ​ແສນ​ຄົນ​ໃນ​ເກາະ​ດັ່ງ​ກ່າວ​ນັ້ນ ແມ່ນ​ໄດ້​ຮັບ​ການ​ບໍ​ລິ​ການ​ອີກ​ຄັ້ງນຶ່ງ, ເຊິ່ງ​ເພີ່ມ​ຂຶ້ນ​ຈາກ 100,000 ຄົນ​ໃນ​ຄືນ​ວັນ​ອັງ​ຄານ​ແລ້ວນີ້.

ຜູ້​ປົກ​ຄອງ​ເກາະ ທ່ານນາງ ວານ​ດາ ວາ​ສ​ເກ​ສ ໄດ້​ກ່າວ​ວ່າ ພື້ນ​ທີ່​ສ່ວນ​ໃຫຍ່​ຂອງ ເກາະ ເປີ​ໂຕ ຣີ​ໂກ ຄວນ​ມີ​ໄຟ​ຟ້າ​ໃຊ້​ຄືນ​ ພາຍ​ໃນ​ວັນ​ພະ​ຫັດ​ມື້ນີ້, ໂດຍ​ກ່າວ​ວ່າ​ມັນ​ບໍ່​ມີ​ແຜ່ນ​ດິນ​ໄຫວ​ຕື່ມ​ອີກ.

ໃນ​ເວ​ລາ​ດຽວ​ກັນ, ຫຼາຍ​ຮ້ອຍ​ຄອບ​ຄົວ​ແມ່ນ​ໄດ້​ນອນ​ຢູ່​ໃນ​ລົດ​ຂອງ​ເຂົາ​ເຈົ້າ ແລະ ເປ ແລະ ຕັ້ງ​ຢູ່​ກາງ​ແຈ້ງ, ຍ້ອນ​ຢ້ານ​ວ່າ​ເຮືອນ​ຂອງ​ເຂົາ​ເຈົ້າ​ອາດ​ພັງ​ລົງ​ໃນ​ແຜ່ນ​ດິນ​ໄຫວ​ຕາມ​ມາ ຫຼື ການ​ສັ່ນ​ສະ​ເທືອນ​ຄັ້ງ​ໃໝ່. ປະ​ຊາ​ຊົນ ເປີ​ໂຕ ຣີ​ໂກ ຫຼາຍ ກວ່າ 250,000 ຄົນ​ແມ່ນ​ຍັງ​ຄົງ​ບໍ່​ມີ​ນ້ຳ​ໃຊ້.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ຜູ້​ທີ່​ມັກ​ຈະ​ຕຳ​ນິວິ​ຈານ​ເຈົ້າ​ໜ້າ​ທີ່​ຂອງ​ເກາະ​ດັ່ງ​ກ່າວ ໃນ​ການ​ຮັບ​ມື​ກັບພາ​ລະ​ກິດ​ການ​ຟື້ນ​ຟູ​ຂອງ​ເຂົາ​ເຈົ້າຫຼັງ​ຈາກ​ພາ​ຍຸ ເຮີ​ຣິ​ເຄນ ຄັ້ງ​ທີ່​ຜ່ານ​ມາ​ນັ້ນ, ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ຫຼັງ​ຈາກ​ແຜ່ນ​ດິນ​ທີ່​ຮຸນ​ແຮງເມື່ອວັນ​ອັງ​ຄານ​ທີ່​ຜ່ານ​ມາ.

ອ່າ​ນ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG