ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະລັງງານໄຟຟ້າ ໃນເກາະເປີໂຕຣິໂກ ເກືອບກັບຄືນ ເຂົ້າສູ່ສະພາບເດີມ ໝົດແລ້ວ


ຕຳຫຼວດທ້ອງຖິ່ນກຳລັງ ຄວບຄຸມການສັນຈອນ ຢູ່ຕາມຖະໜົນ ທົ່ວເກາະເປີໂຕຣິໂກ ຫຼັງຈາກໄຟຟ້າມອດ
ຕຳຫຼວດທ້ອງຖິ່ນກຳລັງ ຄວບຄຸມການສັນຈອນ ຢູ່ຕາມຖະໜົນ ທົ່ວເກາະເປີໂຕຣິໂກ ຫຼັງຈາກໄຟຟ້າມອດ

ແປດສິບ​ເປີ​ເຊັນ​ຂອງພົນລະ​ເມືອງ​ຫຼາຍ​ກວ່າ 1 ລ້ານ 3 ​ແສນ​ຄົນ ​ທີ່​ເປັນລູກ​ຄ້າ ຜູ້​ທີ່​ບໍ່​
ມີ​ໄຟຟ້າ​ໃຊ້​ໃນ​ເກາະເປີ​ໂຕຣິ​ໂກ ​ໄດ້​ມີ​ໄຟຟ້າ​ໃຊ້​ຄືນ​ມາ​ແລ້ວ, ອີງ​ຕາມ​ລາຍ​ງານ​ຂອງ​
ບໍລິສັດ​ໄຟຟ້າທີ່​ຕັ້ງ​ຢູ່​ໃນເກາະ​ທີ່​ເປັນດິນ​ແດນ​ຂອງ​ສະຫະລັດ​ແຫ່ງ​ນັ້ນ​ໃນ​ວັນ​ພະ
ຫັດ​ວານ​ນີ້.

​ເຈົ້າ​ໜ້າ​ທີ່ພະລັງານ​ໄຟຟ້າ​ເປີເອ​ໂຕຣິ​ໂກ ຫຼື PREPA ກ່າວ​ວ່າພວກ​ລູກ​ຄ້າ​ທີ່​ຍັງ​ເຫຼືອ​
ຢູ່ 326,000 ຄົນຈະ​ມີ​ໄຟຟ້າ​ໃຊ້​ຄືນ​ອີກ ໃນ​ທ້າຍ​ວັນ​ພະຫັດວານ​ນີ້.

​ເຫດ​ໄຟຟ້າ​ດັບ​ຄັ້ງນີ້​ເປັນ​ເຫດໄຟຟ້າ​ດັບ​ໃຫຍ່​ອັນ​ດັບ​ສອງ​ໃນ​ຮອບ​ນຶ່ງ​ອາທິດ ຢູ່​ທົ່ວ
​ເກາະ​ແຫ່ງ​ນັ້ນ.

ທ້າວຮວນ ກາສໂຕຣ ກຳລັງເຕີມນໍ້າມັນໃສ່ຈັກປັ່ນໄຟຟ້າ ຢູ່ບ່ອນທີ່ລາວເຮັດວຽກ ຢູ່ເກາະເປີໂຕຣິໂກ ວັນທີ 18 ເມສາ 2018
ທ້າວຮວນ ກາສໂຕຣ ກຳລັງເຕີມນໍ້າມັນໃສ່ຈັກປັ່ນໄຟຟ້າ ຢູ່ບ່ອນທີ່ລາວເຮັດວຽກ ຢູ່ເກາະເປີໂຕຣິໂກ ວັນທີ 18 ເມສາ 2018

PREPA ​ເປັນບໍລິສັດທີ່ມີ​ໜີ້​ສິນ​ຫຼາ​ຍທີ​ສຸດ ທີ່​ຜະລິດ ​ແລະ​ນຳ​ສົ່ງ​ພະລັງງາ​ນ​ໄຟຟ້າໄປ
ໃຫ້​ແກ່​ພົນ​ລະ​ເມືອງທັງ​ໝົດຢູ່​ເກາະ​ດັ່ງກ່າວ ​ໄດ້​ເວົ້າ​ໃນ​ວັນພຸດຜ່ານ​ມາ​ວ່າ ​ໄຟຟ້າ​ມອດ​ໄດ້​ເກີດ​ຂຶ້ນ​ໃນ​ເວລາທີ່ບໍລິສັດ Cobra Energy ຊຶ່ງ​ເປັນ​ບໍລິສັດຮັບ​ເໝົາ​ຂອງ​ສະຫະລັດ
ໄດ້​ເຮັດ​ລົດ​ຍົກ​ຕໍາ​ເອົາ​ສາຍ​ສົ່ງ​ໄຟຟ້າ ທີ່​ເຮັດ​ໃຫ້​ໂຮງງານ​ຜະລິດໄຟຟ້າຫລາຍ​ແຫ່ງປິດ
ລົງ​ຢ່າ​ວ່ອງ​ໄວ.

ລົດລຽນແຖວໃສ່ນໍ້າມັນ ຫຼັງຈາກເກາະຖືກໄຟຟ້າມອດ ທີ່ເມືອງເກນາໂບ, ເກາະ ເປີໂຕຣິກາໃນວັນທີ 18 ເມສາ 2018.
ລົດລຽນແຖວໃສ່ນໍ້າມັນ ຫຼັງຈາກເກາະຖືກໄຟຟ້າມອດ ທີ່ເມືອງເກນາໂບ, ເກາະ ເປີໂຕຣິກາໃນວັນທີ 18 ເມສາ 2018.

ການສົ່ງພະລັງງານ​ໄຟຟ້າຖືກ​ຢຸດ​ລົງ​ຢ່າງ​ກະທັນຫັນ ໄດ້​ເຮັດໃຫ້​ໂຮງງານ​ໄຟຟ້າ​ຍ່ອຍ​
ຕ່າງໆ ຢູ່ທ້ອງ​ຖິ່ນ​ດຳ​ເນີນ​ການ​ສົ່ງກະ​ແສ​ໄຟຟ້າ​ຕໍ່​ໄປ​ໄດ້.

ບໍລິສັດ Cobra Energy ບໍ່​ໄດ້​ຕອບ​ແຕ່​ຢ່າງ​ໃດ​ເລີຍ​ໃນ​ເວລາ​ທີ່ວີ​ໂອ​ເອ​ຂໍ​ຄໍາ​ເຫັນ.

ເປັນບໍລິສັດ PREPA ກ່າວ​ວ່າ ບູລິ​ມະ​ສິດ​ຂອງ​ຕົນ​ກໍ​ຄື ເຮັດ​ໃຫ້ການ​ບໍລິການ​ສົ່ງ​ໄຟຟ້າ
​ໄປ​ໃຫ້​ໂຮງໝໍຕ່າງໆ, ສະໜາມບິນ ​ແຊນ​ຫວນ, ລະບົບ​ປໍ້າ​ນໍ້າ ​ແລະ​ສະ​ຖາ​ບັນ​ການ​ເງິນ
ຄືນ​ໂດຍ​ໄວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG