ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໂປ​ໂຕ ຣີ​ໂກ ຖືກກະທົບຢ່າງໜັກຍ້ອນ ບໍ່ມີໄຟຟ້າໃຊ້


ຕຳຫຼວດທ້ອງຖິ່ນ ນຳພາທາງ ໃນທົ່ວໂປໂຕ ຣີໂກ ຊຶ່ງເປັນ
ຮອບທີ 2 ທີ່ບໍ່ມີໄຟຟ້າໃຊ້ ໃນຮອບນຶ່ງສັບປະດາ ເຮັດໃຫ້
ທັງໝົດເກາະບໍ່ມີໄຟຟ້າໃຊ້ ໂປໂຕ ຣີໂກ, 18 ເມສາ 2018.
ຕຳຫຼວດທ້ອງຖິ່ນ ນຳພາທາງ ໃນທົ່ວໂປໂຕ ຣີໂກ ຊຶ່ງເປັນ ຮອບທີ 2 ທີ່ບໍ່ມີໄຟຟ້າໃຊ້ ໃນຮອບນຶ່ງສັບປະດາ ເຮັດໃຫ້ ທັງໝົດເກາະບໍ່ມີໄຟຟ້າໃຊ້ ໂປໂຕ ຣີໂກ, 18 ເມສາ 2018.

ພວກ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່ ​ໃນ​ໂປ​ໂຕ ຣີ​ໂກ ຈຳນວນ​ຫຼາຍ​ລ້ານ​ຄົນ ​ໄດ້​ພະຍາຍາມ​ທີ່​ຈະ​ປັບ​ຕົວ​ເຂົ້າ​ໃນ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ “ຄວາມ​ເປັນ​ປົກກະຕິ​ອັນ​ໃໝ່” ​ໃນ​ຂະນະ​ທີ່​ເກາະ​ໃຫຽ່ທີ່ສຸດອັນດັບທີ 2 ໄດ້ຮັບຄວາມ​ມືດ​ມົນ ປາດ​ສະ​ຈາ​ໄຟຟ້າ ​ໃນ​ຮອບ​ນຶ່ງ​ສັບປະດາ ​ທີ່​ຍັງ​ຜົນ​ໃຫ້​ຜູ້​ຄົນຜູ້​ຊົມ​ໃຊ້ ຫຼາຍ​ກວ່າ 1 ລ້ານ 3 ​ແສນ​ຄົນ ບໍ່​ມີ​ໄຟຟ້າ​ໃຊ້ ​ແລະ​ການ​ສື່ສານ​ໃນ​ວັນ​ພຸດ​ວານ​ນີ້.

ບໍລິ​ສັດ​ໄຟຟ້າໂປ​ໂຕ ຣີ​ໂກ ຫຼື PREPA ​ໄດ້​ຂຽນ​ລົງ​ທາງ​ທວິດ​ເຕີ​ ກ່ຽວ​ກັບ​ການ​ປາ​ດສະຈາກໄຟຟ້າ ​ໃນ​ທົ່ວ​ເກາະ ​ກ່ອນ​ເວລາ 10 ​ໂມງເຊົ້າ. ມັນ​ອາດຈະ​ໃຊ້​ເວລາ​ຍາວ​ນານ​ເຖິງ 36 ຊົ່ວ​ໂມງ ​ກ່ອນຈະແກ້​ໄຂ​ບັນຫາ​ໄຟຟ້າ​ນີ້ໄດ້ ໃຫ້ແກ່​ທຸກໆ​ຄົນ ອີ​ງຕາມບໍລິ​ສັດ​ PREPA ບໍລິສັດ​ທີ່​ເປັນບໍລິສັດທີ່ມີໜີ້ສິນຢ່າງຫຼວງຫຼາຍ ​ແລະໃຫ້ການ​ກະຈາຍ​ແລະ​ສົ່ງ​ໄຟຟ້າ​ໄປໃຫ້​ສາທາລະນະ​ໃນ​ທົ່ວ​ເກາະນັ້ນ. ພວກ​ເຂົາ​ເຈົ້າກ່າວ​ວ່າ ຂັ້ນ​ຕອນ​ທີ່ຈະນຳເອົາໄຟຟ້າກັບຄືນມາໄດ້ນັ້ນ ແມ່ນຈະ​ຕ້ອງ​ໃຊ້​ເວລາ ປະມານ 10 ຫາ 12 ຊົ່ວ​ໂມງ. ກ່ອນ​ທີ່​ມັນ​ຈະ​ເຮັດ​ໄດ້​ທາງ​ບໍລິສັດ ​ແມ່ນ​ຈະ​ໄດ້​ທົດ​ລອງ ທົດ​ສອບ ກວດກາ​ຢ່າງລະອຽດ ຫາ​ສາ​ເຫດ ​ທີ່ລົ້ມ​ແຫຼວແລະ​ປົກ​ປ້ອງ​ລະບົບ​ດັ່ງກ່າວ ຈາກ​ການລົບກວນ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຕໍ່​ໄປ​ນັ້ນ.

ທ່ານ​ຈອສ​ໂຕ ກົນ​ຊາ​ເລັສ (Justo Gonzalez) ​ທີ່​ຮັບ​ໜ້າ​ທີ່​ ເປັນຜູ້ອຳນວຍການ​ຂອງບໍລິ​ສັດ​ PREPA ​ໄດ້​ກ່າວໃນ​ວັນ​ພຸດ​ວານ​ນີ້ວ່າ ບໍລິສັດພະລັງງານ​ໂຄບຣາ ສະຫະລັດ ທີ່​ເປັນ​ບໍລິສັດ​ສັນຍາ​ຈ້າງ ກ່າວວ່າ ລົດ​ຍົກ ​ໄດ້​ຕຳແລະເຮັດໃຫ້​ສາຍສົ່ງໄຟຟ້າຂາດ​ ຍັງ​ຜົນ​ໃຫ້​ໂຮງງານ​ໄຟຟ້າ​ປິດ​ລົງ ຢ່າງ​ໄວວາ ຕາມໆ​ກັນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານ ຮວນ ຄາໂຕຣ (Juan Castro) ຕ່ທນ້ຳມັນໃສ່ໝໍ້ໄຟສາກ ໃນຕຶກບ່ອນທີ່ລາວເຮັດວຽກໃນແຊນຮວນ, ໂປໂຕ ຣີໂກ, 18 ເມສາ 2018.
ທ່ານ ຮວນ ຄາໂຕຣ (Juan Castro) ຕ່ທນ້ຳມັນໃສ່ໝໍ້ໄຟສາກ ໃນຕຶກບ່ອນທີ່ລາວເຮັດວຽກໃນແຊນຮວນ, ໂປໂຕ ຣີໂກ, 18 ເມສາ 2018.

XS
SM
MD
LG