ບໍລິສັດພະລັງໄຟຟ້າຂອງເປີໂຕ ລິໂກ ກ່າວວ່າ ຕົນຈະຍົກເລີກສັນຍາມູນຄ່າ 300 ລ້ານ
ໂດລາ ກັບ ບໍລິສັດພະລັງງານໃນເມືອງມອນຕານາ ທີ່ໄດ້ຖືກວ່າຈ້າງ ໃຫ້ຟື້ນຟູພະລັງ
ໄຟຟ້າຄືນໃໝ່ ໃຫ້ແກ່ເກາະດອນ ທີ່ໄດ້ຖືກທຳລາຍ ໂດຍລົມພາຍຸຜ່ານມາ.
ກ່ອນໜ້ານີ້ ໃນວັນອາທິດວານນີ້ ຜູ້ປົກຄອງດິນແດນ ເປີໂຕ ລິໂກ ທ່ານຣິຄາໂດ
ໂຣສແຊລໂລ ກໍໄດ້ຮຽກຮ້ອງໃຫ້ຖອນສັນຍາດັ່ງກ່າວ.
ຫົວໜ້າກົມປົກປ້ອງສິ່ງແວດລ້ອມທຳມະຊາດ ຂອງເປີໂຕ ລິໂກ ທ່ານລິຄາໂດ ລາໂມສ໌
ເອີ້ນສັນຍາ ພົວພັນກັບບໍລິສັດພະລັງງານ Whitefish ທີ່ເປັນບັນຫາຖົກຖຽງກັນນັ້ນ ວ່າ
“ເປັນການລົບກວນອັນຍິ່ງໃຫຍ່ ທີ່ສົ່ງຜົນກະທົບໃນທາງລົບຕໍ່ ວຽກງານ ທີ່ພວກເຮົາ
ກຳລັງເຮັດຢູ່.”
ທ່ານລາໂມສ໌ ໄດ້ກ່າວວ່າ ບໍລິສັດ Whitefish ຈະເຮັດວຽກໃຫ້ສຳເລັດ ໃນການສ້ອມ
ແປງສາຍສົ່ງກະແສໄຟຟ້າສອງສາຍ ແລ້ວຈະໄດ້ຮັບເງິນ ຕໍ່ຈາກນັ້ນ ກໍຈະກັບຄືນບ້ານ.
ພາຍຸເຮີຣິເຄນ ມາເຣຍ ໄດ້ສ້າງຄວາມເສຍຫາຍແກ່ ເກາະເປີໂຕ ລິໂກ ເມື່ອເດືອນແລ້ວນີ້.
ລະຫວ່າງ 70 ຫາ 80 ສ່ວນຮ້ອຍຂອງພື້ນທີ່ເກາະ ຍັງຂາດໄຟຟ້າໃຊ້ຢູ່. ທ່ານລາໂມສ໌
ກ່າວວ່າ ການຊອກຫາ ຜູ້ໃດຜູ້ນຶ່ງມາຮັບວຽກແທນ ບໍລິສັດ Whitefish ຈະເຮັດໃຫ້ຄວາມ
ສຳເລັດຂອງການຟື້ນຟູພະລັງໄຟຟ້າ ຊັກຊ້າລົງປະມານສອງເດືອນ.
ທາງເລືອກນຶ່ງ ກໍແມ່ນໃຫ້ພວກພະນັກງານສາທາລະນຸປະໂພກຂອງລັດ ຈາກລັດ
ນິວຢອກ ແລະ ຟຼໍຣີດາ ໄປເປີໂຕ ລິໂກ ອັນເປັນສ່ວນນຶ່ງຂອງສັນຍາຮ່ວມກັນ ສຳລັບ
ບໍລິສັດໄຟຟ້າທັງຫຼາຍ ທີ່ຈະໄປຊ່ອຍເຫຼືອຊຶ່ງກັນແລະກັນ ໃນຍາມສຸກເສີນ.
ບໍລິສັດ Whitefish ເປັນບໍລິສັດຂະໜາດນ້ອຍ ຂອງບໍລິສັດພະລັງງານໃນເມືອງ
ມອນຕານາ ທີ່ກໍ່ຕັ້ງຂຶ້ນມາໄດ້ 2 ປີ ແລະ ມີພະນັກງານປະຈຳພຽງສອງຄົນເທົ່ານັ້ນ. ສ່ວນ
ພະນັກງານທັງໝົດ ແມ່ນໄດ້ຖືກວ່າຈ້າງໂດຍສະເພາະ ສຳລັບວຽກງານຢູ່ເປີໂຕ ລິໂກ.
ຢູ່ໃນຖະແຫລງສະບັບນຶ່ງ ທີ່ໄດ້ຖືກນຳລົງ ທາງເຟສບຸກ ນັ້ນ ບໍລິສັດ Whitefish ໄດ້
ກ່າວວ່າ ຕົນຮູ້ສຶກ “ເສຍໃຈໃນການຕັດສິນໃຈ” ໂດຍ ທ່ານໂຣສແຊລໂລ ທີ່ຍົກເລີກ
ສັນຍາຂອງບໍລິສັດ. ບໍລິສັດນີ້ ໄດ້ກ່າວວ່າ ຕົນໄດ້ສຳເລັດວຽກງານຫລວງຫຼາຍ ໃນສອງ
ສາຍສົ່ງກະແສໄຟຟ້າຫລັກ ໂດຍການນຳເອົາພະນັກງານ 350 ຄົນ ໄປຍັງເປີໂຕ ຣິໂກ
ຕັ້ງແຕ່ຕົນໄດ້ເລີ່ມເຮັດວຽກ ເມື່ອວັນທີ 2 ຕຸລາ ເປັນຕົ້ນມາ. ບໍລິສັດ Whitefish ກ່າວວ່າ
ຕົນ ຈະມີພະນັກງານຕິດຕັ້ງສາຍສົ່ງ ຫຼາຍກວ່າ 500 ຄົນ ຢູ່ໃນເກາະດັ່ງກ່າວ ພາຍໃນ
ສັບປະດານີ້.