ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປີໂຕ ຣີໂກ ປະເມີນ ຄວາມເສຍຫາຍ ຈາກພາຍຸ ເຮີຣິເຄນ ມາເຣຍ


ຜູ້ຊາຍຢືນຢູ່ເທິງຫຼັງຄາຂອງເຮືອນທີ່ຈົມຢູ່ໃນນໍ້າ ໃກ້ກັບເຂື່ອນ ກົວຈາຕາກາ ຫຼັງຈາກຂົງເຂດເດັ່ງກ່າວໄດ້ຖືກໂຈມຕີໂດຍພາຍຸ
ເຮີຣິເຄນ ໃນເມືອງ ກົວຈາຕາກາ, ເປີໂຕ ຣີໂກ, 23 ກັນຍາ, 2017.
ຜູ້ຊາຍຢືນຢູ່ເທິງຫຼັງຄາຂອງເຮືອນທີ່ຈົມຢູ່ໃນນໍ້າ ໃກ້ກັບເຂື່ອນ ກົວຈາຕາກາ ຫຼັງຈາກຂົງເຂດເດັ່ງກ່າວໄດ້ຖືກໂຈມຕີໂດຍພາຍຸ ເຮີຣິເຄນ ໃນເມືອງ ກົວຈາຕາກາ, ເປີໂຕ ຣີໂກ, 23 ກັນຍາ, 2017.

ໃນວັນເສົາວານນີ້ ຜູ້ປົກຄອງ ເປີໂຕ ຣິໂກ ໄດ້ພົບພໍ້ກັບພວກເຈົ້າເມືອງທັງຫຼາຍ ໃນດິນ
ແດນດັ່ງກ່າວຂອງ ສະຫະລັດ ທີ່ຖືກທຳລາຍເມື່ອຕົ້ນສັບປະດານີ້ ໂດຍເຮີຣິເຄນ ມາເຣຍ
ແລະ ໄດ້ສົນທະນາກັນເຖິງຄວາມຈຳເປັນອັນຮີບດ່ວນ ສຳລັບປະຊາຄົມຂອງພວກເຂົາ
ເຈົ້າ ຊຶ່ງຍັງຖືກຂົ່ມຂູ່ຢູ່ໂດຍເຂື່ອນທີ່ພັງທະລາຍລົງ.

ທ່ານ ຣິຄາໂດ ໂຣສແຊລໂລ ຜູ້ປົກຄອງລັດ ໄດ້ກ່າວທາງ Twitter ໃນວັນເສົາວານນີ້ວ່າ
ທ່ານໄດ້ເຫັນຄວາມເສຍຫາຍຂອງເຂື່ອນ ກົວຈາຕາກາ ຍ້ອນຈຳນວນນໍ້າຖ້ວມລົ້ນ ລຸນ
ຫຼັງພາຍຸ ເຮີຣິເຄນ ມາເຣຍ ໄດ້ປະທະໃນຕອນຕົ້ນໆຂອງສັບປະດາ. ທ່ານໄດ້ເວົ້າໃນ
Twitter ວ່າ “ເຮົາຂໍເວົ້າເນັ້ນຢໍ້າວ່າ ໃຫ້ຜູ້ຄົນໜີອອກໄປຈາກເຂດນີ້ ໃຫ້ໄວທີ່ສຸດເທົ່າທີ່
ຈະໄວໄດ້.”

ປະຊາຊົນຫຼາຍສິບພັນຄົນ ໄດ້ພາກັນຫຼົບໜີໄປຈາກຮ່ອມພູ ຢູ່ຂ້າງລຸ່ມຂອງເຂື່ອນທາງ
ພາກຕາເວັນຕົກສຽງເໜືອຂອງດິນແດນດັ່ງກ່າວ.

ພະແນກບໍລິການດ້ານອາກາດແຫ່ງຊາດໃນນະຄອນ ແຊນຮວນ ຂຽນລົງທາງ Twitter
ວ່າ “ອັນນີ້ເປັນສະພາບອັນຕະລາຍຮ້າຍແຮງທີ່ສຸດ. ທຸກໆເຂດທີ່ຢູ່ອ້ອມແອ້ມແມ່ນໍ້າ
ກົວຈາຕາກາ ຄວນຫຼົບໜີອອກໄປດຽວນີ້.”
ແລະ ເວົ້າຕໍ່ໄປວ່າ “ໃຫ້ອອກໄປດຽວນີ້ ບໍ່ດັ່ງ
ນັ້ນຈະຖືກນໍ້າຊຸໄປ.”

ໃນຂະນະດຽວກັນ ເກາະດັ່ງກ່າວກໍບໍ່ມີໄຟຟ້າໃຊ້ ນອກຈາກພວກມີເຄື່ອງຈັກພິເສດເທົ່າ
ນັ້ນ ແລະ ການບໍລິການທາງໂທລະສັບ ກໍມີແຕ່ເປັນບາງບ່ອນ ໃນຂະນະທີ່ພວກເຈົ້າໜ້າ
ທີ່ພວມພະຍາຍາມແຈກຢາຍອາຫານ ແລະ ນໍ້າ ໃຫ້ແກ່ພວກທີ່ໄດ້ຮັບເຄາະ ໂດຍພາຍຸ
ທີ່ຮ້າຍກາດທີ່ສຸດທີ່ຖະຫຼົ່ມເກາະດອນ ທີ່ມີພົນລະເມືອງ 3.4 ລ້ານຄົນ ໃນເກືອບນຶ່ງສັດ
ຕະວັດຜ່ານມາຢູ່ນັ້ນ.

ທ່ານ ໂຮເຊ ແຊນເຊສ ກົນຊາເລສ ເຈົ້າເມືອງ ເມືອງມານາຕີ ທີ່ຕັ້ງຢູ່ແຄມຟັ່ງທາງພາກ
ເໜືອກ່າວວ່າ ປະຊາຄົມຂອງທ່ານຕ້ອງການເຄື່ອງຈຳເປັນພື້ນຖານ ເຊັ່ນນໍ້າ ນໍ້າກ້ອນ
ແລະ ອາຍແກັສໂດຍດ່ວນ. ທ່ານກ່າວວ່າ ໂຮງໝໍໃນທ້ອງຖິ່ນ ແມ່ນອັ່ງແໜ້ນໝົດແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG