ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເປີໂຕ ຣິໂກ ທີ່ຖືກຍົກຍ້າຍ ຍ້ອນເຮີຣີເຄນ ອາໄສຢູ່ ໃນເມືອງ ແທມປາ ອີກຕໍ່ໄປ ຈົນຮອດ ວັນທີ 24 ກໍລະກົດ


ໃນພາບຖ່າຍນີ້ ເມື່ອວັນທີ 23 ມັງກອນ 2018, ນາງ ຢານເດີລີຊ ເນີຣິສ (Yandeliz Neris) ກຳລັງອ່ານບົດຮຽນ ຢູ່ໃນຫ້ອງພັກຂອງໂຮງແຮມ Rodeway Inn ໃນເມືອງ ແທມປາ ລັດຟລໍຣີດາ ບ່ອນທີ່ນາງ ອາໄສຢູ່ກັບຄອບຄົວ ຫຼັງຈາກພາຍຸເຮີຣີເຄນ ມາເຣຍ ໄດ້ທຳລາຍ ເຮືອນຂອງພວກເຂົາເຈົ້າຢູ່ໃນ ເປີໂຕ ຣິໂກ.
ໃນພາບຖ່າຍນີ້ ເມື່ອວັນທີ 23 ມັງກອນ 2018, ນາງ ຢານເດີລີຊ ເນີຣິສ (Yandeliz Neris) ກຳລັງອ່ານບົດຮຽນ ຢູ່ໃນຫ້ອງພັກຂອງໂຮງແຮມ Rodeway Inn ໃນເມືອງ ແທມປາ ລັດຟລໍຣີດາ ບ່ອນທີ່ນາງ ອາໄສຢູ່ກັບຄອບຄົວ ຫຼັງຈາກພາຍຸເຮີຣີເຄນ ມາເຣຍ ໄດ້ທຳລາຍ ເຮືອນຂອງພວກເຂົາເຈົ້າຢູ່ໃນ ເປີໂຕ ຣິໂກ.

ຜູ້ພິພາກສາສານລັດຖະບານກາງ ສະຫະລັດ ໄດ້ຕໍ່ອາຍຸໂຄງການຊ່ອຍເຫຼືອດ້ານທີ່ຢູ່
ອາໄສ ອອກໄປເປັນເວລາ 20 ວັນ ເພື່ອຊ່ອຍຊາວ ເປີໂຕ ຣິໂກ ທີ່ຍັງບໍ່ສາມາດກັບຄືນ
ໄປເຮືອນຊານຂອງເຂົາເຈົ້າ ຫຼັງຈາກທີ່ ເຮີຣີເຄນ ມາເຣຍ ໄດ້ສ້າງຄວາມເສຍຫາຍ ໃຫ້
ແກ່ເຮືອນຊານບ້ານຊ່ອງ ຫຼາຍພັນຫລັງ ພ້ອມດ້ວຍຕາຄ່າຍໄຟຟ້າ ຢູ່ໃນດິນແດນດັ່ງກ່າວ
ຂອງສະຫະລັດ ເມື່ອປີກາຍນີ້.

ຊາວເປີໂຕ ຣິໂກ ຫຼາຍຮ້ອຍຄົນ ແມ່ນໄດ້ຮັບຜົນປະໂຫຍດ ຈາກການຕັດສິນ ໃນວັນ
ອັງຄານ ຜ່ານມາດັ່ງກ່າວນັ້ນ. ພວກເຂົາເຈົ້າ ແມ່ນອາໄສຢູ່ຫ້ອງພັກຂອງໂຮງແຮມ
ແລະ ບ້ານພັກແຫ່ງອື່ນໆ ທີ່ອົງການ ຄຸ້ມຄອງເຫດການສຸກເສີນຂອງລັດຖະບານກາງ
ຫຼື FEMA ໄດ້ສະໜອງໃຫ້ ເຊິ່ງເປັນບ່ອນທີ່ພວກເຂົາເຈົ້າພັກເຊົາຢູ່ ທີ່ໄດ້ຖືກຕໍ່ອາຍຸ
ອອກໄປຢູ່ເລື້ອຍໆ ໃນຂະນະທີ່ ເຮືອນຊານຂອງພວກເຂົາ ຍັງຄົບບໍ່ສາມາດກັບເຂົ້າ
ໄປຢູ່ໄດ້.

ໂຄງການຊ່ອຍເຫຼືອດັ່ງກ່າວ ຄວນຈະໝົດອາຍຸລົງ ໃນຕອນທ່ຽງຄືນ ວັນທີ 30 ເດືອນ
ມິຖຸນາ ຜ່ານມາ ແຕ່ວ່າ ມັນໄດ້ຖືກຕໍ່ເວລາອອກໄປຮອດວັນທີ 4 ກໍລະກົດ ຫຼັງຈາກທີ່
ກຸ່ມຕໍ່ສູ້ເພື່ອສິດທິ ໄດ້ຍື່ນຟ້ອງຕໍ່ສານ ໂດຍການໂຕ້ແຍ້ງວ່າ ການຖອນທຶນຊ່ອຍເຫຼືອ
ຈະປ່ອຍປະໃຫ້ພວກທີ່ໄດ້ຮັບ ການຊ່ອຍເຫຼືອບາງສ່ວນນັ້ນ ບໍ່ມີເຮືອນຢູ່.

ຄຳຕັດສິນໃນວັນອັງຄານຜ່ານມານີ້ ໂດຍຜູ້ພິພາກສາ ທິມໂມຕີ ຮີລແມນ ຈະອະນຸຍາດ
ໃຫ້ພວກທີ່ຖືກຍົກຍ້າຍທັງຫຼາຍ ອາໄສຕໍ່ໄປໄດ້ ບ່ອນທີ່ພວກເຂົາເຈົ້າຢູ່ ຈົນຮອດ ວັນທີ
24 ກໍລະກົດ ໃນຂະນະທີ່ ສານຈະພິຈາລະນາຕື່ມອີກ ເພື່ອຕັດສິນວ່າ ຈະຕ້ອງໄດ້ຕໍ່
ເວລາອອກໄປອີກ ຫຼືບໍ່.

ສ່ວນອົງການ ຟີມາ ໄດ້ເປີດເຜີຍຖະແຫລງການສະບັບນຶ່ງ ທີ່ກ່າວວ່າ ຕົນແມ່ນໄດ້
ປະຕິບັດຕາມຄຳສັ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG