ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ລັດ ໃນ​ອັ​ຟ​ກາ​ນິ​ສ​ຖານ ເປີດ​ຄືນ​ໃຫ້​ພວກ​ນັກ​ສຶກ​ສາ ທັງ​ຍິງ ແລະ​ຊາຍ ກັບ​ຄືນ​ໄປ​ຮຽນ​ແລ້ວ


ພວກ​ນັກ​ລົບ​ຕາ​ລີ​ບານ ຢືນ​ຍາມ​ທີ່​ປະ​ຕູ​ໃຫຍ່ ມະ​ຫາ​ວິ​ທະ​ຍາ​ໄລ​ລັກ​ມານ (Laghman) ໃນ​ເມືອງ​ມີ​ຕາ​ລາມ ແຂວງ​ລັກ​ມານ ເມື່ອ​ວັນ​ທີ 2 ກຸມ​ພາ 2022.
ພວກ​ນັກ​ລົບ​ຕາ​ລີ​ບານ ຢືນ​ຍາມ​ທີ່​ປະ​ຕູ​ໃຫຍ່ ມະ​ຫາ​ວິ​ທະ​ຍາ​ໄລ​ລັກ​ມານ (Laghman) ໃນ​ເມືອງ​ມີ​ຕາ​ລາມ ແຂວງ​ລັກ​ມານ ເມື່ອ​ວັນ​ທີ 2 ກຸມ​ພາ 2022.

ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ລັດໃນ​ແຂວງ​ຕ່າ​ງໆ​ທີ່​ມີ​ອາ​ກາດ​ອົບ​ອຸ່ນ​ຂຶ້ນ ​ຢູ່​ໃນ​ປະ​ເທດ​ອັ​ຟ​ການິ​ສ​ຖານ​ເລີ້ມ​ເປີດ​ໃຫ້​ພວກ​ນັກ​ສຶກ​ສາທັງ​ຍິງແລະ​ຊາຍ ກັບ​ຄືນ​ໄປ​ຮຽນ​ເປັນເທື່ອ​ທຳ​ອິດ ນັບ​ຕັ້ງ​ແຕ່​ພວກ​ຫົວ​ຮຸນ​ແຮງ​ຕາ​ລີ​ບານ​ໄດ້​ເຂົ້າ​ຄວບ​ຄຸມ​ປະ​ເທດ​ທີ່​ປະສົບ​ກັບ​ໄພ​ສົງ​ຄາມ​ແຫ່ງນີ້​ເມື່ອ​ເດືອນ​ສິງ​ຫາ​ປີ​ກາຍ.

ພ​ວກ​ທີ່​ເຫັນ​ເຫດ​ການ​ກ່າ​ວວ່າ ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ມະ​ຫາ​ວິ​ທະ​ຍາ​ໄລໄດ້​ບັງ​ຄັບ​ໃຫ້ມີ​ການ​ແບ່ງ​ແຍກ​ທາງ​ເພດ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຄຳ​ສັ່ງ​ຂອງ​ລັດ​ຖະ​ບານ​ກຸ່ມ​ຕາ​ລີ​ບານ ຮວມ​ທັງການ​ຈັດ​ຊົ່ວ​ໂມງ​ສອນ ​ແລະ​ການ​ແຍ​ກ​ຫ້ອງ​ ລະ​ຫວ່າງ​ພວກ​ນັກ​ສຶກ​ສາ​ຊາຍ​ແລະ​ຍິງ.

ນາງ​ບີ​ບີ ຮາ​ວາ ນັກ​ສຶກ​ສາ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລຂອງລັດ​ທີ່​ແຂວງ​ນານ​ກາ​ຮາ ໃນພາກ​ຕາ​ເວັນ​ອອ​ກ​ຂອງ​ປະ​ເທດ​ກ່າວ​ວ່າ ນາງ​ມີ​ຄ​ວາມ​ຮູ້​ສຶກ “ດີ​ໃຈ​ເປັນ​ທີ່​ສຸດ” ທີ່ການ​ສຶກ​ສາ​ຂອງ​ພວກ​ເຂົາ​ເຈົ້າ​ແລະ​ເພື່ອນ​ນັກ​ສຶກ​ສາ​ຍິງ​ຄົນ​ອື່ນໆ ໄດ້​ມີ​ການ​ເປີດຄືນ.

ນາງ​ຮາ​ວາ​ກ່າວ​ຕໍ່​ວີ​ໂອ​ເອດ້ວຍການ​ສົ່ງ​ຂໍ້​ຄວາມທີ່​ເປັນ​ສຽງເວົ້າວ່າ ພວກ​ເຂົາເຈົ້າ ​ໄດ້​ກັບ​ຄືນ​ໄປ​ສູ່​ສະ​ພ​າບ​ຂອງ​ການ​ສຶກ​ສາ ​ທີ່​ແຕກ​ຕ່າງ ຢູ່​ຕາມ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງຕ່າງໆ​ນັ້ນຕື່ມ​ວ່າ “ຄວາມ​ຫວັງ​ທີ່​ຕາຍ​ໄປ​ແລ້ວ​ຂອງ​ພວກ​ເຮົາ ​ໄດ້​ຟື້ນ​ຄືນ​ມາ​ອີກ ແລະ​ເວ​ລານີ້​ ພວກ​ເຮົາ​ສາ​ມາດ​ບັນ​ລຸ​ຄວາມ​ຝັນ ​ທີ່​ຍັງ​ບໍ່​ທັນ​ເກີດ​ຂຶ້ນ​ເທື່ອນັ້ນ​ໄດ້.”

ພວກ​ແມ່​ຍິງ​ທີ່​ໃສ່​ຊຸດ​ສີ​ດຳ ພວມ​ຍ່າງ​ໄປ​ຫາ​ປະ​ຕູ​ໃຫຍ່​ທາງ​ເຂົ້າມະ​ຫາ​ວິ​ທະ​ຍາ​ໄລ​ລັກ​ມານ (Laghman) ຂະ​ນະ​ທີ່​ນັກ​ລົບ​ກຸ່ມ​ຕີ​ລີ​ບານ​ຢືນ​ຍາມ​ຢູ່ ໃນ​ເມືອງ​ມີ​ຕາ​ລາມ ແຂວງ​ລັກ​ມານ ເມື່ອ​ວັນ​ທີ 2 ກຸມ​ພາ 2022.
ພວກ​ແມ່​ຍິງ​ທີ່​ໃສ່​ຊຸດ​ສີ​ດຳ ພວມ​ຍ່າງ​ໄປ​ຫາ​ປະ​ຕູ​ໃຫຍ່​ທາງ​ເຂົ້າມະ​ຫາ​ວິ​ທະ​ຍາ​ໄລ​ລັກ​ມານ (Laghman) ຂະ​ນະ​ທີ່​ນັກ​ລົບ​ກຸ່ມ​ຕີ​ລີ​ບານ​ຢືນ​ຍາມ​ຢູ່ ໃນ​ເມືອງ​ມີ​ຕາ​ລາມ ແຂວງ​ລັກ​ມານ ເມື່ອ​ວັນ​ທີ 2 ກຸມ​ພາ 2022.

ນາງ​ຮາ​ວາ​ກ່າວ​ຕື່ມ​ວ່າ “ມີ​ການ​ແຍກ​ຫ້ອງ​ກັນລ​ະ​ຫວ່າງ​ພວກ​ນັກ​ສຶກ​ສາ​ຊາຍ​ແລະນັກ​ສຶກ​ສາແມ່ຍິງ. ເວ​ລາ​ໃນ​ການ​ຮຽນ​ກໍ​ຕ່າງ​ກັນ. ພວກ​ແມ່​ຍິງ​ຖືກ​ບັງ​ຄັບ​ໃຫ້​ໃສ່ເຄື່ອງ​ນຸ່ງ​ສີ​ດຳແລະ​ຜ້າ​ປົກ​ຫົວ. ການ​ປ່ຽນ​ແປງ​ເຫຼົ່າ​ນີ້​ແມ່ນ​ເປັນ​ທີ່​ຮັບ​ເອົາ​ໄດ້​ແລະພວກ​ເຮົາ​ກໍ​ບໍ່​ມີ​ບັນ​ຫາ​ກ່ຽວ​ກັບ​ເລື້ອງນີ້.”

ຫົວ​ໜ້າ​ຜູ້​ຕາງ​ໜ້າອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ນາງ​ດີ​ບໍ​ຣາ ລີ​ອົງ ໄດ້​ກ່າວ​ຊົມ​ເຊີຍ​ການ​ຕັດ​ສິນ​ໃຈ​ຂອງ​ກຸ່ມ​ຕາ​ລີ​ບານ ທີ່​ອະ​ນຸ​ຍາດ​ໃຫ້​ແມ່ຍິງ​ກັບ​ໄປ​ຮຽນ​ຕໍ່​ໄດ້.

ທ່ານ​ນາງ​ລີ​ອົງ​ກ່າວໃນ​ທວີດ​ເຕີ້​ເມື່ອ​ວັນ​ພຸດ​ວານນີ້​ວ່າ “ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ໃຫ້​ການສະ​ໜັບ​ສະ​ໜຸນ​ຕໍ່​ການ​ກັບ​ຄືນ​ເຂົ້າ​ໄປ​ຮຽນ​ຂອງ​ພວກ​ນັກ​ສຶກ​ສາ​ແມ່​ຍິງ​ແລະ​ຜູ້​ຊາຍອັ​ຟ​ກາ​ນິ​ສານ ​ຢູ່​ຕາມ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຕ່າງໆ​ໃນ​ທົ່​ປະ​ເທດ. ພວກ​ສະ​ໜັບ​ສະ​ໜຸນ​ສາ​ມາດ​ພິ​ຈາ​ລະ​ນາ ​ໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຕ່າງໆ ນັບ​ແຕ່​ທຶນ​ການ​ສຶກ​ສາ ໂຄງ​ການ​ຕ່າງໆ ແລະ​ການ​ສະ​ໜັບ​ສະ​ໜຸນ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ແກ່​ພວກຄະ​ນະ​ອາ​ຈານ​ສອນ​ແມ່​ຍິງ​ແລະ​ຜູ້​ຊາຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG