ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການທຸຈະລິດ ຂອງພະນັກງານລັດ ເຮັດໃຫ້ ເກີດການເສຍຫາຍ ດ້ານງົບປະມານ ຢ່າງຫຼວງຫຼາຍ


ກອງປະຊຸມສະໄໝສາມັນ ຄັ້ງທີ 7 ຂອງສະພາແຫ່ງຊາດລາວ ທີ່ດຳເນີນກອງປະຊຸມໃນລະຫວ່າງ ວັນທີ 5-25 ມິຖຸນາ 2019.
ກອງປະຊຸມສະໄໝສາມັນ ຄັ້ງທີ 7 ຂອງສະພາແຫ່ງຊາດລາວ ທີ່ດຳເນີນກອງປະຊຸມໃນລະຫວ່າງ ວັນທີ 5-25 ມິຖຸນາ 2019.

ສະມາຊິກສະພາແຫ່ງຊາດລາວ ຢືນຢັນວ່າ ການອະນຸມັດໂຄງການລົງທຶນຂອງລັດຖະ
ບານລາວ ທີ່ບໍ່ໂປ່ງໃສ ໂດຍການທຸຈະລິດຂອງພະນັກງານລັດ ໄດ້ເຮັດໃຫ້ເກີດການ
ເສຍຫາຍດ້ານງົບປະມານຢ່າງຫຼວງຫຼາຍ.

ທ່ານຄຳໄຕ ແກ້ວດວງດີ ສະມາຊິກສະພາແຫ່ງຊາດ ຈາກແຂວງຈຳປາສັກ ໄດ້ໃຫ້ການ
ຢືນຢັນໃນໂອກາດກອງປະຊຸມສະໄໝສາມັນ ຄັ້ງທີ 7 ຂອງສະພາແຫ່ງຊາດລາວ ທີ່ດຳ
ເນີນກອງປະຊຸມໃນລະຫວ່າງ ວັນທີ 5-25 ມິຖຸນາ 2019 ວ່າ ການຈັດຕັ້ງປະຕິບັດຕາມ
ກົດໝາຍສ່ວຍສາອາກອນ ທີ່ດ້ອຍປະສິດທິພາບ ຖືເປັນສາເຫດສຳຄັນ ທີ່ເຮັດໃຫ້ການ
ຈັດເກັບລາຍຮັບເຂົ້າງົບປະມານ ໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ ໃນຂະນະດຽວກັນ
ການອະນຸມັດໂຄງການລົງທຶນຂອງລັດຖະບານ ທີ່ບໍ່ໂປ່ງໃສ ໂດຍການທຸຈະລິດຂອງ
ພະນັກງານລັດ ຄືສາເຫດສຳຄັນ ທີ່ເຮັດໃຫ້ລັດຖະບານລາວ ຕ້ອງສູນເສຍງົບປະມານ
ໄປຢ່າງຫຼວງຫຼາຍ ໂດຍບໍ່ເກີດຜົນປະໂຫຍດຕໍ່ສ່ວນລວມ ທັງຍັງຈະເກີດການເສຍຫາຍ
ເພີ້ມຫຼາຍຂຶ້ນອີກ ຖ້າຫາກບໍ່ມີການກຳນົດມາດຕະການຈັດຕັ້ງປະຕິບັດທີ່ຫັດກຸມ ດັ່ງທີ່
ທ່ານຄຳໄຕ ໄດ້ຍົກຕົວຢ່າງໂຄງການໃນແຂວງຈຳປາສັກວ່າ:

“ຕົວຢ່າງ ໂຄງການຕາຝັ່ງເຈື່ອນແຄມຂອງ ທີ່ແຂວງຈຳປາສັກ ຂອງຂ້າພະເຈົ້າ ເປັນ
ໂຄງການເງິນກູ້ຢືມ ຈາກຕ່າງປະເທດ ຊຳຫລະຄືນດ້ວຍເງິນສົດ ລາຄາກໍສູງ ການ
ປະມູນ ກໍບໍ່ມີຄວາມໂປ່ງໃສ ມີຫຼາຍລາຍການ ທີ່ບໍ່ຖືກຕ້ອງກັບເປົ້າໝາຍການກໍ່ສ້າງ
ເຊັ່ນວ່າ ການກໍ່ສ້າງໂຄງການຕາຝັ່ງເຈື່ອນ ມີຮອດທັງໂທລະທັດ ມີຮອດທັງສັງກະສີ
ທໍ່ພີວີຊີ ຫຼືວ່າອື່ນໆ ເກີດມີຜົນກະທົບຕໍ່ການລົງທຶນຢູ່ແຂວງຈຳປາສັກ ແລະຍັງມີອີກ
ຫຼາຍໆໂຄງການ ໂດຍສະເພາະ ໂຄງການທາງດ່ວນ ວຽງຈັນ ຫາປາກເຊ ຖ້າວ່າເຮົາ
ຫາກບໍ່ກຳນົດ ລະອຽດ-ຊັດເຈນອີກ ບັນຫາທີ່ຈະຕາມມາ ຕໍ່ການລົງທຶນຢູ່ປະເທດ
ເຮົາອາດຈະມີຜົນກະທົບຫຼາຍຂຶ້ນ.”

ທາງດ້ານ ທ່ານບຸນທອງ ຈິດມະນີ ປະທານຄະນະກຳມະການລະດັບຊາດ ເພື່ອຕ້ານ
ການສໍ້ລາດບັງຫຼວງ ຖະແຫລງວ່າ ການກວດກາໂຄງການລົງທຶນຂອງລັດຖະບານ
ຈຳນວນ 209 ໂຄງການ ພົບວ່າ ມີການຈັດຕັ້ງປະຕິບັດບໍ່ຖືກຕ້ອງ ຕາມລະບຽບກົດ
ໝາຍ ວ່າ ການຈັດຊື້-ຈັດຈ້າງ ໂດຍແບ່ງເປັນ 103 ໂຄງການ ທີ່ບໍ່ໄດ້ຈັດການປະມູນ
ແລະ 106 ໂຄງການ ທີ່ຈັດການປະມູນຢ່າງບໍ່ຖືກຕ້ອງຕາມກົດໝາຍ ເຮັດໃຫ້ລັດເສຍ
ຫາຍຫຼາຍກວ່າ 5,331 ຕື້ກີບ ສ່ວນການຍົກເວັ້ນອາກອນນຳເຂົ້ານ້ຳມັນໃຫ້ກັບບໍລິສັດ
ຕ່າງຊາດ ທີ່ລົງທຶນໃນລາວ ກໍເຮັດໃຫ້ລັດຖະບານສູນເສຍດ້ານລາຍຮັບໄປກວ່າ 2,407
ຕື້ກີບ ທັງຍັງເຮັດໃຫ້ມີໜີ້ເສຍ (NPL) ໃນລະບົບທະນາຄານເພີ່ມຂຶ້ນເປັນ 3.25 ເປີເຊັນ
ຂອງເງິນກູ້ທັງໝົດໃນປີ 2017-2018 ອີກດ້ວຍ.

ສ່ວນທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຢືນຢັນຕໍ່ກອງປະຊຸມສະໄໝສາມັນ
ຄັ້ງທີ 7 ຂອງສະພາແຫ່ງຊາດລາວ ໃນວັນທີ 10 ມິຖຸນາ 2019 ວ່າອົງການກວດກາລັດ
ຖະບານ ໄດ້ກວດພົບການທຸຈະລິດ ໃນໂຄງການພັດທະນາຕ່າງໆ ຂອງລັດຖະບານ ທີ່
ເປັນການຮ່ວມມື ລະຫວ່າງພະນັກງານລັດ ກັບນັກທຸລະກິດ ຈຳນວນ 1,285 ຄົນ ທີ່ເຮັດ
ໃຫ້ລັດຖະບານເສຍຫາຍໄປຫຼາຍກວ່າ 999 ຕື້ກີບໃນປີ 2018 ທີ່ຜ່ານມາ.

ໂດຍໃນຈຳນວນຜູ້ກະທົການທຸຈະລິດດັ່ງກ່າວ ແບ່ງເປັນພະນັກງານລັດ 970 ຄົນ ກັບ
ນັກທຸລະກິດ 315 ຄົນ ທີ່ຮ່ວມມືກັນທຸຈະລິດໃນໂຄງການພັດທະນາຕ່າງໆ ຂອງລັດຖະ
ບານລາວ ຈຳນວນ 105 ໂຄງການ ຊຶ່ງກໍມີທັງການໃຊ້ອຳນາດໜ້າທີ່ ເພື່ອສະແຫວງຫາ
ຜົນປະໂຫຍດ ການຮັບສິນບົນ ການຍັກຍອກ ແລະສໍ້ໂກງເອົາຊັບສິນຂອງລັດ ການ
ປອມແປງເອກກະສານສຳຄັນຂອງລັດ ການປອມແປງມາດຕະຖານກໍ່ສ້າງ ແລະ
ເທັກນິກຕ່າງໆ ຊຶ່ງສ່ວນໃຫຍ່ ເປັນໂຄງການພັດທະນາທີ່ລັດຖະບານລາວ ກູ້ຢືມເງິນ
ແລະໄດ້ຮັບການຊ່ອຍເຫຼືອລ້າ ຈາກຕ່າງປະເທດເປັນດ້ານຫລັກນັ້ນ ຍັງເຮັດໃຫ້ລັດ
ຖະບານລາວ ຖືກນານາຊາດກົດດັນ ເພື່ອໃຫ້ແກ້ໄຂບັນຫາທີ່ເກີດຂຶ້ນດັ່ງກ່າວ ຢ່າງ
ຮີບດ່ວນອີກດ້ວຍ.

ສ່ວນອົງການເພືື່ອຄວາມໂປ່ງໃສສາກົນ ຫຼື Transparency International ລາຍງານ
ວ່າ ລັດຖະບານລາວ ມີຄວາມໂປ່ງໃສໃນການບໍລິຫານງານ ທີ່ລະດັບ 29 ຄະແນນຈາກ
100 ຄະແນນເຕັມໃນປີ 2018 ຜ່ານມາ ຊຶ່ງໝາຍຄວາມວ່າ ມີນັກທຸລະກິດຊາວຕ່າງ
ຊາດທີ່ລົງທຶນໃນລາວພຽງ 29 ຄົນໃນ 100 ຄົນ ທີ່ເຫັນວ່າ ການບໍລິຫານງານ ໃນວົງ
ການລັດຖະບານລາວ ໄດ້ດຳເນີນໄປຢ່າງໂປ່ງໃສ ຫຼືບໍ່ມີການທຸຈະລິດນັ້ນເອງ.

XS
SM
MD
LG