ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັນດາເຈົ້າໜ້າທີ່ສາທາລະນະສຸກ ໄດ້ຄາດການໄວ້ວ່າ ກໍລະນີຕິດເຊື້ອໂຄວິດ-19 ໃນລະດູໜາວ ຈະສູງຂຶ້ນ


ເດັກຊາຍຜູ້ນຶ່ງ ໃນຂະນະທີ່ໃສ່ໜ້າກາກ ແນມເບິ່ງໄປທົ່ວຫາໝາກອຶ ຢູ່ທີ່ຟາມ ດິດີແອຣ ໃນເມືອງ ລິງຄອນຊາຍເອີ ລັດອີລລີນອຍ, ວັນພະຫັດ ທີ 15 ຕຸລາ 2020.
ເດັກຊາຍຜູ້ນຶ່ງ ໃນຂະນະທີ່ໃສ່ໜ້າກາກ ແນມເບິ່ງໄປທົ່ວຫາໝາກອຶ ຢູ່ທີ່ຟາມ ດິດີແອຣ ໃນເມືອງ ລິງຄອນຊາຍເອີ ລັດອີລລີນອຍ, ວັນພະຫັດ ທີ 15 ຕຸລາ 2020.

ຕາມທີ່ໄດ້ຄາດໝາຍໄວ້ ໃນການເພີ້ມສູງຂຶ້ນ ຂອງກໍລະນີຕິດເຊື້ອໄວຣັສໂຄວິດ-19 ໃນຂະນະທີ່ພວມມີການກ້າວເຂົ້າສູ່ເດືອນທີ່ມີອາກາດໜາວເຢັນໃນຊີກໂລກເໜືອນັ້ນ ປາກົດວ່າ ຈະເກີດຂຶ້ນແລ້ວ.

ກໍລະນີຕິດເຊື້ອປະຈຳວັນໃນທົ່ວໂລກ ໄດ້ເພີ້ມຂຶ້ນເຖິງ 330,000 ຄົນຕໍ່ມື້ ໂດຍ ທີ່ຢູໂຣບ ແລະສະຫະລັດ ມີຈຳນວນເພີ້ມຂຶ້ນຫຼາຍ ທີ່ໜ້າເປັນຫ່ວງ.

ໃນສະຫະລັດ ນັກຊ່ຽວຊານດ້ານພະຍາດຕິດແປດຂັ້ນສູງຂອງປະເທດ ໄດ້ກ່າວຕໍ່ຊາວອາເມຣິກັນທັງຫຼາຍ ໃຫ້ໄຕ່ຕອງຄືນກ່ຽວກັບແຜນການສຳລັບ ວັນຂອບຄຸນພະເຈົ້າ ຫຼື Thanksgiving ໃນທ້າຍເດືອນພະຈິກ ທີ່ຈະມາເຖິງນີ້ ຊຶ່ງຕາມປະ ເພນີແລ້ວ ຫຼາຍໆຄົນແມ່ນຈະເດີນທາງຜ່ານ ສູນກາງລະບົບຂົນສົ່ງແຫ່ງຕ່າງໆທີ່ເຕັມໄປດ້ວຍຜູ້ໂດຍສານເຊັ່ນວ່າສະຖານີລົດເມ ສະຖານີລົດໄຟແລະສະໜາມ ບິນ ເພື່ອທີ່ຈະໄປຢູ່ກັບຄອບຄົວຂອງພວກເຂົາເຈົ້າ.

“ຖ້າຫາກທ່ານເປັນບຸກຄົນທີ່ມີຄວາມສ່ຽງ ເປັນຜູ້ສູງອາຍຸ ຫຼືເປັນຄົນທີ່ມີໂຣກປະ ຈຳຕົວຢູ່ແລ້ວ ທ່ານຕ້ອງພິຈາລະນາໃຫ້ດີວ່າ ທ່ານຢາກຈະເຮັດເຊັ່ນນັ້ນ ດຽວນີ້ ຫຼືບໍ່” ດຣ. ຟາວຈີ ໄດ້ກ່າວຕໍ່ອົງການຂ່າວ ABC News. ທ່ານໄດ້ສະເໜີແນະໃຫ້ພວກຄົນທັງຫຼາຍ ບາງທີ ໂຈະແຜນການເຫຼົ່ານັ້ນໄວ້ກ່ອນ ແລະ “ພຽງແຕ່…ລໍຖ້າ” ຈົນກວ່າໂຣກລະບາດ ຢູ່ພາຍໃຕ້ການຄວບຄຸມເສຍກ່ອນ.

ດຣ. ຟາວຈີ ໄດ້ກ່າວຕື່ມວ່າ “ແທ້ຈິງແລ້ວ ພວກເຮົາຕ້ອງໄດ້ລະມັດລະວັງໃນຊ່ວງເວລານີ້ ຊຶ່ງແຕ່ລະຄົນໃນຄອບຄົວຄວນປະເມີນຜົນ ຂອງຄວາມສ່ຽງນັ້ນ.”

ໃນວັນເສົາມື້ອື່ນນີ້ ຝຣັ່ງ ຈະເລີ້ມຕົ້ນມາດຕະການຫ້າມອອກນອກເຮືອນ ແຕ່ເວ ລາ 9 ໂມງແລງ ຫາ 6 ໂມງເຊົ້າສຳລັບເຂດນະຄອນຫຼວງປາຣີແລະຢ່າງໜ້ອຍໃນອີກ 7 ຫົວເມືອງທີ່ປະກອບດ້ວຍ ລີອົງ (Lyon) ເກຣີໂນບເລີ (Granoble) ແອສັອງ ໂປຣວັງສ໌ (Aix-en-Provence) ມອງແປຣີເອ ລີລເລີ ຣູອັງ (Rouen) ແລະແຊັງ-ເອຈຽນ (Saint-Etienne). ມາດຕະການຫ້າມອອກ ເຮືອນຈະມີຜົນບັງຄັບໃຊ້ ເປັນເວລາຢ່າງໜ້ອຍສີ່ອາທິດ.

ສ່ວນນາຍົກລັດຖະມົນຕີ ແອັງໂກລາ ເມີໂກ ແລະຜູ້ປົກຄອງຂອງ 16 ລັດໃນປະເທດ ແມ່ນເຫັນດີຕົກລົງໃຫ້ວາງມາດຕະການຈຳກັດຮອບໃໝ່ໃນທົ່ວປະເທດ ຫຼັງຈາກທີ່ໄດ້ເຫັນກໍລະນີຕິດເຊື້ອ ໂຄວິດ-19 ສູງຂຶ້ນເປັນປະຫວັດການ. ຂໍ້ຈຳ ກັດເຫຼົ່າ ປະກອບດ້ວຍ ການປິດຮ້ານກິນດືມ ຫຼື ບາ ແລະຮ້ານອາຫານ ກ່ອນເວລາ ແລະໃຫ້ກຳນົດຈຳນວນຄົນທີ່ອະນຸຍາດໃຫ້ຊຸມນຸມກັນ ໃນທີ່ສາທາລະນະ.

ໄອຣ໌ແລນເໜືອ ໄດ້ປະກາດການປິດເມືອງທົ່ວປະເທດ ໄລຍະສີ່ອາທິດ ໂດຍປິດໂຮງຮຽນເປັນເວລາ ສອງອາທິດ ແລະຮ້ານກິນດື່ມ ແລະຮ້ານອາຫານໝົດທຸກແຫ່ງ ໃຫ້ປິດໄວ້ ເປັນເວລານຶ່ງເດືອນເຕັມ ຍົກເວັ້ນແຕ່ສຳລັບອາຫານສັ່ງເພື່ອມາເອົາເອງ ແລະອາຫານສັ່ງສົ່ງເຖິງບ້ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG