ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ເວົ້າວ່າ ມາດຕະການ ດ້ານສາທາລະນະສຸກ ສາມາດລະງັບ COVID-19 ໄດ້


ພະນັກງານສາທາລະນະສຸກ ຂ້າເຊື້ອສົບຂອງຄົນຂາຍເຄື່ອງຕາມຖະໜົນ ຜູ້ຖືກທີ່ພົບເຫັນໂດຍຄົນທີ່ຢູ່ໃກ້ບ້ານກັບລາວ ໃນເຂດ ເຊີໂຣ ແຊນ ມິເກລ, ເມືອງ ໂຄຈາບຳບາ, ປະເທດ ໂບລີເວຍ. 25 ກໍລະກົດ, 2020.
ພະນັກງານສາທາລະນະສຸກ ຂ້າເຊື້ອສົບຂອງຄົນຂາຍເຄື່ອງຕາມຖະໜົນ ຜູ້ຖືກທີ່ພົບເຫັນໂດຍຄົນທີ່ຢູ່ໃກ້ບ້ານກັບລາວ ໃນເຂດ ເຊີໂຣ ແຊນ ມິເກລ, ເມືອງ ໂຄຈາບຳບາ, ປະເທດ ໂບລີເວຍ. 25 ກໍລະກົດ, 2020.

ອົງການອະນາໄມໂລກເຕືອນວ່າ COVID-19 ແມ່ນກຳລັງແຜ່ລະບາດດ້ວຍ ຄວາມໄວທີ່ເປັນຕາຢ້ານໃນທົ່ວໂລກ ແຕ່ເຂົາເຈົ້າເວົ້າວ່າມາດຕະການທາງດ້ານ ສາທາລະນະສຸກນັ້ນ ຖ້າຫາກປະຕິບັດຕາມຢ່າງຖືກຕ້ອງ, ຈະສາມາດຄວບຄຸມ ການແຜ່ລາມຂອງມັນ ແລະ ຕ່າວປີ້ນໂຣກລະບາດທີ່ວ່ານັ້ນ. ລີຊາ ສໄລນ໌ ມີ ລາຍງານສຳລັບ ວີໂອເອ ຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳ ລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຕົວເລກຂອງກໍລະນີໄວຣັສໂຄໂຣນາໄດ້ເພີ່ມຂຶ້ນເຖິງປະມານສອງເທົ່າໃນ ຫົກອາທິດທີ່ຜ່ານມາ. ຫຼາຍກວ່າ 16 ລ້ານກໍລະນີແມ່ນ ຖືກລາຍງານຕໍ່ອົງ ການອະນາໄມໂລກ, ລວມທັງການເສຍຊີວິດຫຼາກຍກວ່າ 640,000 ຄົນ.

ອາເມຣິກາ ແມ່ນພາກພື້ນທີ່ໄດ້ຮັບຜົນກະທົບໜັກທີ່ສຸດ, ດ້ວຍ ສະຫະລັດ ມີຕົວເລກການຕິດເຊື້ອສູງສຸດ ໂດຍມີຫຼາຍກວ່າ 4 ລ້ານກໍລະນີ ແລະ ເສຍຊີວິດຫຼາຍກວ່າ 143,000​ ຄົນ.

ຜູ້ອຳນວຍການອົງການອະນາໄມໂລກ ທ່ານ ເທດຣອສ ອາດານອມ ເກເບຣເຢຊຸສ ເວົ້າວ່າໄດ້ມີການຮຽນຮູ້ຫຼາຍບົດຮຽນ ນັບຕັ້ງໂຣກລະບາດໄດ້ຖືກ ປະກາດເປັນບັນຫາສຸກເສີນທາງດ້ານສາທາລະນະສຸກຂອງສາກົນໃນວັນທີ 30 ມັງກອນທີ່ຜ່ານມາ.

ທ່ານເວົ້າວ່າສິ່ງທີ່ສຳຄັນທີ່ສຸດ ບັນດາປະເທດທີ່ໄດ້ໃຊ້ມາດຕະການສາທາລະນະ ສຸກຂັ້ນພື້ນຖານ ແມ່ນໄດ້ຄວບຄຸມໄວຣັສດັ່ງກ່າວ. ທ່ານເວົ້າວ່າ ການຊອກຫາ, ການຈັດຢູ່ປ່ຽວ, ການກວດໂຣກ ແລະ ຕາມຫາຜູ້ຕິດຕໍ່ ພ້ອມກັບການຢູ່ຫ່າງກັນ ໃນສັງຄົມ ແລະ ໃສ່ໜ້າກາກ ຈະສາມາດຫຼຸດຜ່ອນການສົ່ງຕໍ່ເຊື້ອໂຣກ ແລະ ຊ່ວຍຊີວິດໄດ້.

ທ່ານ ເທດຣອສ ອາດານອມ ເກເບຣເຢຊຸສ ກ່າວວ່າ “ບ່ອນທີ່ມີການປະຕິບັດ ຕາມມາດຕະການປ້ອງກັນ, ກໍລະນີຈະຫຼຸດລົງ. ບ່ອນທີ່ບໍ່ມີການປະຕິບັດຕາມ, ກໍລະນີຈະເພີ່ມຂຶ້ນ. ບັນດາປະເທດ ແລະ ຊຸມຊົນຕ່າງໆທີ່ປະຕິບັດຕາມຄຳຊີ້ນຳນີ້ ຢ່າງລະມັດລະວັງ ແລະ ຢ່າງສະໝໍ່າສະເໝີແມ່ນເຮັດໄດ້ດີ.”

ທ່ານ ເທດຣອສ ເວົ້າວ່າປະເທດຕ່າງໆຄື ກຳປູເຈຍ, ນິວ ຊີແລນ, ຣວານດາ ແລະ ໄທ ໄດ້ປະສົບຄວາມສຳເລັດໃນການປ້ອງກັນການລະບາດຂະໜາດໃຫຍ່ ດ້ວຍການປະຕິບັດຕາມຄຳຊີ້ນຳນີ້. ທ່ານເວົ້າວ່າປະເທດອື່ນໆລວມມີ ການາດາ, ຈີນ ແລະ ເຢຍຣະມັນ ໄດ້ທຳການຄວບຄຸມການລະບາດຂະໜາດໃຫຍ່ ດ້ວຍ ການໃຊ້ມາດຕະການພື້ນຖານທີ່ວ່ານີ້.

ຜູ້ອຳນວຍການໃຫຍ່ຂອງໜ່ວຍສຸກເສີນດ້ານສາທາລະນະສຸກ ຂອງອົງການອະ ນາໄມໂລກທ່ານ ໄມຄ໌ ຣາຍອັນ ເວົ້າວ່າ ບັນດາປະເທດທີ່ໄດ້ປະຕິບັດມາດຕະ ການຄວບຄຸມ ແມ່ນໄດ້ລະງັບໄວຣັສດັ່ງກ່າວ ແຕ່ເມື່ອມາດຕະການດັ່ງກ່າວຖືກ ຍົກເລີກ, ໄວຣັສກໍກັບຄືນມາ.

ທ່ານ ຣາຍອັນ ເວົ້າວ່າ “ສິ່ງທີ່ເຫັນໄດ້ຢ່າງຈະແຈ້ງກໍແມ່ນວ່າ ເມື່ອທຳການກົດ ດັນໃສ່ໄວຣັສຢ່າງປະສົບຄວາມສຳເລັດ ມັນຈະດັນຕົວເລກລົງ, ເມື່ອປ່ອຍຄວາມ ກົດດັນດັ່ງກ່າວຕໍ່ໄວຣັສອອກ ແລະ ຕົວເລກກໍຈະສາມາດກັບຄືນມານອີກ. ທຸກໆ ປະເທດທີ່ໄດ້ຍົກເລີກການກົດດັນຕໍ່ໄວຣັສ, ບ່ອນທີ່ໄວຣັສຍັງຢູ່ໃນລະດັບຊຸມຊົນ ນັ້ນ, ມັນໄດ້ມີການເພີ່ມຂຶ້ນມາໃໝ່ຂອງກໍລະນີທັງຫຼາຍ.”

ບັນດາເຈົ້າໜ້າທີ່ອົງການອະນາໄມໂລກເຫັນພ້ອມກັນວ່າ ການສືບຕໍ່ແຜ່ເຊື້ອ COVID-19 ແລະ ການຟື້ນຂຶ້ນມາຄືນຂອງມັນໃນປະເທດຕ່າງໆ ບ່ອນທີ່ມັນ ຖືກຄວບຄຸມນັ້ນແມ່ນກຳລັງໜ້າເປັນຫ່ວງ. ແຕ່ແນວໃດກໍຕາມ, ເຂົາເຈົ້າເວົ້າວ່າ ປະເທດທັງຫຼາຍສາມາດຕ່າວປີ້ນໂຣກລະບາດນັ້ນໄດ້ ດ້ວຍການຮັກສາການ ກົດດັນຕໍ່ໄວຣັສທີ່ວ່ານັ້ນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG