ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການເອົາສົບອອກມາປະຈານ ຕໍ່ສາທາລະນະ ເປັນສັນຍານການກັບຄືນມາປົກຄອງ ແບບເຄັ່ງຄັດ ຂອງກຸ່ມຕາລີບານ ໃນອັຟການິສຖານ


ປະຊາຊົນອັຟການິສຖານ ແນມຂຶ້ນໄປເບິ່ງສົບທີ່ຖືກແຂວນໄວ້ ໂດຍກຸ່ມຕາລີບານ ໃນຈັດຕຸລັດແຫ່ງສຳຄັນຂອງ ເມືອງເຮຣັຕ (Herat) ທາງພາກຕາເວັນຕົກຂອງອັຟການິສຖານ, ເມື່ອວັນທີ 25 ກັນຍາ 2021.
ປະຊາຊົນອັຟການິສຖານ ແນມຂຶ້ນໄປເບິ່ງສົບທີ່ຖືກແຂວນໄວ້ ໂດຍກຸ່ມຕາລີບານ ໃນຈັດຕຸລັດແຫ່ງສຳຄັນຂອງ ເມືອງເຮຣັຕ (Herat) ທາງພາກຕາເວັນຕົກຂອງອັຟການິສຖານ, ເມື່ອວັນທີ 25 ກັນຍາ 2021.

ເປັນເວລາຫຼາຍອາທິດນັບຕັ້ງແຕ່ກຸ່ມຕາລີບານໄດ້ເຂົ້າຢຶດອຳນາດໃນອັຟການິສຖານ ເມື່ອກາງເດືອນສິງຫາຜ່ານມາ ຊຶ່ງຊາວອັຟການິສຖານຫຼາຍຄົນ ກໍຢາກຈະຮູ້ວ່າ ຖ້າພວກຫົວຮຸນແຮງຈະກັບຄືນໄປທຳການລົງໂທດ ຕໍ່ໜ້າມະຫາຊົນຄືນໃໝ່ແບບລັກສະນະທີ່ໄດ້ເຄີຍເຮັດມາແລະເຮັດໃຫ້ພວກເຂົາມີຊື່ສຽງໂດ່ງດັງ ໃນລະຫວ່າງທີ່ພວກເຂົາປົກຄອງຄັ້ງທຳອິດ ໃນຊຸມປີ 1990 ພຸ້ນ.

ໃນວັນເສົາຜ່ານມາ ພວກຊາວອັຟການິສຖານ ກໍໄດ້ຮັບຄຳຕອບແລ້ວ.

ໃນເມືອງເຮຣັຕ ທາງພາກຕາເວັນຕົກຂອງອັຟການິສຖານ ກອງກຳລັງຂອງກຸ່ມຕາລີບານ ໄດ້ແຂວນຄໍສົບທີ່ເຕັມໄປດ້ວຍຮູລູກປືນຕາມຮ່າງກາຍຂອງສີ່ຄົນທີ່ຖືກກ່າວຫາວ່າເປັນພວກລັກພາຕົວ ໄວ້ຢູ່ທີ່ສີ່ມຸມຂອງເມືອງດັ່ງກ່າວ. ສົບນຶ່ງໄດ້ຖືກຖ່າຍທຳການແຂວນຄໍໃສ່ລົດຍົກເຄື່ອງກໍ່ສ້າງຢູ່ໃນຕົວເມືອງຂອງເຮຣັຕ ບ່ອນທີ່ມີຝຸງຄົນຂະໜາດໃຫຍ່ ທີ່ຢາກຮູ້ຢາກເຫັນ ພາກັນເຂົ້າໄປແນມເບິ່ງອ້ອມຮອບພື້ນທີ່ດັ່ງກ່າວ.

ພົນລະເມືອງທ້ອງຖິ່ນຜູ້ນຶ່ງທີ່ຂໍບໍ່ໃຫ້ລະບຸຕົນເພາະຢ້ານຈະຖືກລົງໂທດ ກ່າວຕໍ່ວີໂອເອວ່າ “ພວກເຂົາແຂວນຄໍສົບຈາກພວກລົດຍົກ ຕັ້ງແຕ່ຕອນບ່າຍຈົນເຖິງຕອນແລງ. ຜູ້ກ່ຽວກ່າວຕໍ່ໄປອີກວ່າ “ໝົດທຸກຄົນຜູ້ທີ່ກາຍໄປ ສາມາດເຫັນສົບພວກນັ້ນ.”

ບັນດາເຈົ້າໜ້າທີ່ກຸ່ມຕາລີບານ ໄດ້ກ່າວຕໍ່ສື່ມວນຊົນຂອງທ້ອງຖິ່ນວ່າ ພວກສີ່ຄົນນັ້ນ ໄດ້ຖືກຂ້າຕາຍໃນການຍິງຕໍ່ສູ້ກັນ ຫຼັງຈາກທີ່ປາກົດວ່າ ມີການລັກພາຕົວນັກທຸລະກິດຄົນນຶ່ງ ແລະລູກຊາຍຂອງລາວ ໃນຕອນເຊົ້າມື້ນັ້ນ. ສົບຂອງພວກເຂົາໄດ້ຖືກແຂວນໄວ້ເພື່ອເປັນ “ບົດຮຽນ” ໃຫ້ແກ່ພວກອາຊະຍາກອນຄົນອື່ນໆ ອີງຕາມລາຍງານຂອງສື່ມວນຊົນທີ່ໄດ້ກ່າວ.

ຢູ່ໃນເມືອງທີ່ໃນຄັ້ງນຶ່ງເຄີຍປະສົບກັບບັນຫາການລັກພາຕົວ ຊຶ່ງຫຼາຍໆຄົນຮູ້ສຶກວ່າ ພວກອາຊະຍາກອນດັ່ງກ່າວ ໄດ້ຮັບໂທດຢ່າງເໝາະສົມ.

ຜູ້ຊົມໃຊ້ເຟສບຸກຄົນນຶ່ງຢູ່ໃນເມືອງເຮຣັຕ ໄດ້ຂຽນຂໍ້ຄວາມລົງໃນເຟສບຸກວ່າ “ເປັນການລົງໂທດສຳລັບພວກລັກພາຕົວ ທີ່ດີທີ່ສຸດ!”

ສ່ວນຜູ້ຄົນອື່ນໆກໍໄດ້ກ່າວປະນາມ ສິ່ງທີ່ພວກເຂົາໄດ້ເຫັນນັ້ນວ່າ ເປັນການກະທຳທີ່ປ່າເຖື່ອນ.

ຜູ້ຊົມໃຊ້ເຟສບຸກອີກຄົນນຶ່ງໄດ້ຂຽນຂໍ້ຄວາມສະແດງປະຕິກິລິຍາຕໍ່ລາຍງານຂ່າວ ລົງໃນເຟສບຸກວ່າ “ສານແຫ່ງໃດ ໄດ້ປະກາດວ່າ ພວກເຂົາເປັນພວກລັກພາຕົວ ແລະພາຍໃຕ້ກົດໝາຍອັນໃດ ທີ່ບັນຍັດໃຫ້ເອົາສົບຂອງພວກເຂົາໄປແຂວນໄວ້ຢ່າງເປີດເຜີຍ?”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG