ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການກ່າວຟ້ອງຮ້ອງ ຕໍ່​ກຸ່ມ​ພ​ຣາວ​ບອຍ​ສ໌ ​ເນັ້ນ​ໃຫ້​ເຫັນເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ ຮັບ​ຟັງ​ຄະ​ດີ ການ​ກໍ່ຈາ​ລະ​ຈົນຢູ່ ​ຫໍ​ລັດ​ຖະ​ສະ​ພາ ສ​ຫລ


​ພວກກໍ່​ຈາ​ລະ​ຈົນ​ໄປ​ເຕົ້າ​ໂຮມ​ກັນ​ຢູ່ນອກ​ຫໍ​ລັດ​ຖະ​ສະ​ພາໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 6 ມັງ​ກອນ, 2021.
​ພວກກໍ່​ຈາ​ລະ​ຈົນ​ໄປ​ເຕົ້າ​ໂຮມ​ກັນ​ຢູ່ນອກ​ຫໍ​ລັດ​ຖະ​ສະ​ພາໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 6 ມັງ​ກອນ, 2021.

ການເດີມ​ພັນເພີ່ມສູງຂຶ້ນ ສໍາລັບການຮັບ​ຟັງຄະດີຂອງສະພາສູງ ທີ່ຈະເລີ່ມຕົ້ນຂຶ້ນ ໃນທ້າຍອາທິດນີ້ ໂດຍການ ຕັ້ງຂໍ້ຫາວ່າ ສົມຮູ້ຮ່ວມຄິດໃນ​ການກໍ່​ຄວາມວຸ້ນ​ວາຍ ຕໍ່ຜູ້ນໍາຂອງກຸ່ມທີ່ເປັນ​ກຸ່ມໂດດເດັ່ນທີ່ສຸດກຸ່ມ​ນຶ່ງ ທີ່ໄດ້ມີ​ສ່ວນ ກ່ຽວພັນກັບການໂຈມຕີ ຫໍ​ລັດ​ຖະ​ສະ​ພາ​ຂອງສະຫະລັດ ໃນວັນທີ 6 ມັງກອນ 2021.

ກຳນົດເວລາຂອງການກ່າວຄຳຟ້ອງຮ້ອງ ແມ່ນຕົກ​ຖືກມື້​ດຽວ​ກັນກັບການຮັບ​ຟັງ ຄະດີ, ເຊິ່ງຈະເລີ່ມຂຶ້ນດ້ວຍກອງ​ປະ​ຊຸມ ທີ່​ມີ​ການ​ຖ່າຍ​ທອດ​ອອກທາງໂທລະ ພາບ​ ໄປທົ່ວ​ປະ​ເທດ ໃນວັນພະຫັດມື້ອື່ນນີ້, ແຕ່ຄວາມຮ້າຍແຮງຂອງ ຂໍ້ຫາ ດັ່ງກ່າວ ຈະ​ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການສືບສວນສອບສວນ ແລະ ມີແນວໂນ້ມວ່າ ຈະດຶງດູດ ຜູ້ຊົມໃຫ້ເບິ່ງ​ການຖ່າຍ​ທອດອອກ​ອາ​ກາດຫຼາຍຂຶ້ນ.

ຄະນະຕຸລາການໃຫຍ່ຂອງລັດຖະບານກາງ ໃນວັນຈັນຜ່ານ​ມາ ໄດ້ນຳເອົາຄໍາ ຟ້ອງຮ້ອງທີ່ໄດ້ເພີ້ມຂໍ້ກ່າວຫາຕື່ມ ອອກ​ມາ​ໂດຍກ່າວຫາອະດີດປະທານແຫ່ງຊາດຂອງ​ກຸ່ມ​ພ​ຣາວບອຍ​ສ໌ (Proud Boys), ທ້າ​ວ​ເຮັນ​ຣີ ເອັນ​ຣິເກ ທາ​ຣິ​ໂອ (Henry "Enrique" Tarrio) ແລະພວກສະມາຊິກ ຄືທ້າວ​ເອ​ຕານ ນໍ​ດີນ (Ethan Nordean), ທ້າວ​ໂຈ​ເຊັ​ຟ ບິກ​ສ໌ (Joseph Biggs), ທ້າວ​ແຈັກ​ເຄີ​ຣີ ແຣ​ລ (Zachary Rehl), ແລະໂດ​ມີ​ນິກ ເປ​ໂຊ​ຣາ (Dominic Pezzola) ໄດ້ ສົມຮູ້ຮ່ວມຄິດກັນທີ່ຈະໃຊ້ກໍາລັງເພື່ອສະ​ກັດ​ກັ້ນສະມາຊິກສະພາບໍ່​ໃຫ້ທຳການຢັ້ງຢືນຜົນຂອງການເລືອກຕັ້ງ ທີ່ປະທານາທິບໍດີໂຈ ໄບ​ເດັນ ໄດ້ຊະນະອະດີດ ປະທານາທິບໍດີ ດໍ​ໂນ​ລ ທ​ຣຳນັ້ນ.

ການກ່າວຟ້ອງດັ່ງກ່າວ ລວມມີຂໍ້ຄວາມຕ່າງໆ ແລະບັນທຶກສຽງທີ່ສະມາຊິກຂອງກຸ່ມ Proud Boys ໄດ້​ສົ່ງຫາ​ກັນ ເຊິ່ງຊີ້ໃຫ້ເຫັນວ່າ ມີຂັ້ນ​ຕອນການວາງແຜນ ຢ່າງກວ້າງຂວາງ ກ່ອນການໂຈມຕີຈະ​ເກີດ​ຂຶ້ນ.

ໃນການກ່າວຟ້ອງນັ້ນ ກະ​ຊວງຍຸຕິທໍາ ກ່າວຫາວ່າ ຜູ້ຮ່ວມງານຂອງທ້າວ ທາ​ຣິ​ໂອ (Tarrio) ໄດ້ສະຫນອງເອກະ ສານເກົ້າຫນ້າໃຫ້ລາວ ທີ່ມີຊື່ວ່າ "1776 Returns" ຊຶ່ງຊີ້ໃຫ້ເຫັນແຜນການຍຶດຄອງຕຶກ​ຫ້ອງ​ການລັດຖະບານ ກາງຫຼາຍ ແຫ່ງ ໃນນະ​ຄອນ​ຫລວງວໍຊິງຕັນ. ຜູ້ຮ່ວມງານໄດ້ຂຽນເຖິງທ້າວ​ທາ​ຣິ​ໂອວ່າ "ການປະຕິວັດແມ່ນສໍາ ຄັນກວ່າສິ່ງໃດໝົດ," ເຊິ່ງທ້າວ​ທ​າ​ຣິ​ໂອຕອບວ່າ "ນັ້ນຄື ສິ່ງທີ່ຈະ​ຕ້ອງ​ເຮັດ​ໃນທຸກເວລານາ​ທີ​ ທີ່​ຕື່ນຂຶ້ນ​ມາ ... ຂ້ອຍບໍ່ໄດ້ຫຼີ້ນເກມໄດ໋."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG