ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ນຳ ແລະພວກສະມາຊິກ ກຸ່ມພຣາວບອຍສ໌ ໄດ້ຖືກແຈ້ງຂໍ້ຫາ ສົມຮູ້ຮ່ວມຄິດປຸກລະດົມກໍ່ຄວາມບໍ່ສະຫງົບ ໃນການຈະລາຈົນ ຢູ່ທີ່ລັດຖະສະພາ


ແຟ້ມພາບ - ຜູ້ນຳຂອງກຸ່ມ Proud Boys ທ້າວເຮັນຣີ "ເອັນຣີເກ" ທາຣີໂອ ໃສ່ໝວກ ທີ່ມີຄຳເວົ້າວ່າ wears a hat that says "The War Boys" ໃນລະຫວ່າງການໂຮມຊຸມນຸມ ຢູ່ໃນນະຄອນພວດແລນ, ອໍເຣກອນ, ວັນທີ 26 ກັນຍາ 2020.
ແຟ້ມພາບ - ຜູ້ນຳຂອງກຸ່ມ Proud Boys ທ້າວເຮັນຣີ "ເອັນຣີເກ" ທາຣີໂອ ໃສ່ໝວກ ທີ່ມີຄຳເວົ້າວ່າ wears a hat that says "The War Boys" ໃນລະຫວ່າງການໂຮມຊຸມນຸມ ຢູ່ໃນນະຄອນພວດແລນ, ອໍເຣກອນ, ວັນທີ 26 ກັນຍາ 2020.

ອະດີດຜູ້ນຳສູງສຸດຂອງກຸ່ມພຣາວບອຍສ໌ (Proud Boys) ທີ່​ຂົວ​ຈັດ ຊຶ່ງຖືວ່າ ເປັນກຸ່ມຫົວຮຸນແຮງ ແລະບັນດາສະມາຊິກຄົນອື່ນໆ ໄດ້ຖືກຂໍ້ຫາສົມຮູ້ຮ່ວມຄິດ ປຸກລະດົມກໍ່ຄວາມບໍ່ສະຫງົບໃນສິ່ງທີ່ບັນດາໄອຍະການລັດຖະບານກາງ ກ່າວວ່າ ເປັນການໂຈມຕີທີ່ປະສານງານກັນຕໍ່ລັດຖະສະພາສະຫະລັດ ເພື່ອ ຈະສະ​ກັດ​ກັ້ນສະພາບໍ່ໃຫ້ຮັບຮອງເອົາໄຊຊະນະໃນການເລືອກຕັ້ງໃນປີ 2020 ຂອງປະທານາທິບໍດີ ໂຈ ໄບເດັນ, ອີງຕາມພວກ​ເຈົ້າ​ໜ້າ​ທີ່​ເວົ້າໃນວັນຈັນ ວານນີ້.

ທ້າວເຮັນຣີ “ເອັນຣີເກ” ທາຣີໂອ, ອະດີດປະທານກຸ່ມພຣາວບອຍສ໌ ແລະອີກສີ່ ຄົນທີ່ເຊື່ອມໂຍງກັບກຸ່ມດັ່ງກ່າວ ໄດ້ຖືກຟ້ອງຕາມຂໍ້ກ່າວຫາຄັ້ງຫຼ້າສຸດ ຕໍ່ພວກ ເຂົາ. ທັງຫ້າຄົນນີ້ ກ່ອນໜ້ານີ້ ໄດ້ຖືກຟ້ອງຮ້ອງ ໃນຂໍ້ກ່າວຫາສົມຮູ້ຮ່ວມ ຄິດທີ່ຕ່າງກັນໃນຫຼາຍກະໂທງ.

ທ້າວທາຣີໂອ ທີ່ເປັນຜູ້ນຳສູງສຸດຂອງກຸ່ມ ແມ່ນບໍ່ໄດ້ຢູ່ໃນນະຄອນຫຼວງວໍຊິງຕັນ ເມື່ອການຈະລາຈົນເກີດຂຶ້ນ ໃນວັນທີ 6 ມັງກອນ 2021. ຕຳຫຼວດໄດ້ຈັບກຸມ ທ້າວທາຣີໂອ ໃນນະຄອນຫຼວງວໍຊິງຕັນ ສອງວັນກ່ອນໜ້າການຈະລາຈົນ ແລະໄດ້ຕັ້ງຂໍ້ຫາຕໍ່​ລາວ​ວ່າ​ ໄດ້ທຳລາຍປ້າຍຂອງກຸ່ມແບລກ ໄລວ໌ ແມເຕີ (Black Lives Matter) ຢູ່ທີ່ໂບດປະຫວັດສາດຂອງຊາວຜິວດຳ ໃນລະຫວ່າງການປະທ້ວງ ໃນເດືອນທັນວາ 2020. ທ້າວທາຣີໂອ ໄດ້ຖືກປ່ອຍໂຕອອກຈາກຄຸກ ໃນວັນທີ 14 ຫຼັງຈາກທີ່ໄດ້ຮັບໃຊ້ໂທດຈຳຄຸກຂອງລາວໄປແລ້ວ 5 ເດືອນ ສຳລັບຄະດີດັ່ງກ່າວນັ້ນ.

ການຟ້ອງຮອງໃນຄະດີໃໝ່ ທີ່ພົວພັນກັບການຈະລາຈົນ ຕໍ່ພວກສະມາຊິກຂອງ ກຸ່ມພຣາວບອຍສ໌ ແມ່ນລວມຢູ່ໃນຄຳຮ້ອງທີ່ຮ້າຍແຮງສຸດເທົ່າ​ທີ່​ມີ​ມາ ແຕ່ການ​ຟ້ອງ​ຮ້ອງ​ແບບ​ນີ້ ຈະ​ບໍ່​ແມ່ນເທື່ອທຳອິດເລີຍ.

ພວກສະມາຊິກ ຫຼືຜູ້ທີ່ກ່ຽວ​ພັນ​ ທີ່​ມີ 11 ຄົນຂອງກຸ່ມຕໍ່ຕ້ານລັດຖະບານ ທີ່ເອີ້ນ ວ່າ Oath Keepers ຫລື​ຜູ້​ຮັກ​ສາ​ຄຳ​ສາ​ບານ ທີ່ເປັນກຸ່ມທະຫານບ້ານນັ້ນ ລວມມີຜູ້ກໍ່ຕັ້ງ ແລະຜູ້ນຳຂອງກຸ່ມ ຄື ທ້າວສະຕວດ ໂຣດສ໌ (Stewart Rhodes) ກໍໄດ້ຖືກຂໍ້ຫາສົມຮູ້ຮ່ວມຄິດປຸກລະດົມກໍ່ກວນຄວາມສະຫງົບ ໃນ ການໂຈມຕີລັດຖະສະພາ ເມື່ອເດືອນມັງກອນປີກາຍນີ້.

ຫຼາຍກວ່າສາມສິບຄົນ ໄດ້ຖືກຕັ້ງຂໍ້ຫາໃນການບຸກເຂົ້າໄປປິດລ້ອມລັດຖະສະພາ ກໍໄດ້ຖືກລະບຸໂຕໂດຍເຈົ້າໜ້າທີ່ຂອງລັດຖະບານກາງ ວ່າ ເປັນພວກຜູ້ນຳ, ສະມາຊິກ ຫຼື ມີ​ສ່ວນ​ກ່ຽວ​ພັນ​ກັບກຸ່ມພຣາວບອຍສ໌.

ຊາຍຄົນນຶ່ງທີ່ເປັນພົນລະເມືອງລັດນິວຢອກ ໄດ້ຮັບສາລະພາບຜິດ ໃນເດືອນ ທັນວາ ວ່າ​ໄດ້ບຸກເຂົ້າໄປໃນລັດຖະສະພາສະຫະລັດ ກັບພວກເພື່ອນສະມາຊິກ ຂອງກຸ່ມພຣາວບອຍສ໌. ທ້າວແມັດຕີວ ກຣີນ (Matthew Greene) ເປັນສະ ມາຊິກຂອງກຸ່ມພຣາວບອຍສ໌ ຄົນທຳອິດ ທີ່ໄດ້ຮັບສາລະພາບຜິດຢ່າງເປີດເຜີຍ ຕໍ່ການສົມຮູ້ຮ່ວມຄິດກັບພວກສະມາຊິກຄົນອື່ນໆ ເພື່ອຢັບຢັ້ງລັດຖະສະພາ ບໍ່ໃຫ້ຮັບຮອງເອົາຄະແນນສຽງເລືອກຕັ້ງຈາກແຕ່ລະລັດ. ທ້າວກຣີນ ໄດ້ຕົກລົງ ວ່າ​ຈະໃຫ້ການຮ່ວມມືກັບເຈົ້າໜ້າທີ່.

ໃນຕອນເຊົ້າຂອງວັນທີ 6 ມັງກອນ ພວກສະມາຊິກຂອງກຸ່ມພຣາວບອຍສ໌ ໄດ້ໄປພົບກັນຢູ່ທີ່ອະນຸສາວະລີວໍຊິງຕັນ ແລະໄດ້ພາກັນເດີນຂະບວນໄປຍັງ ລັດຖະສະພາ ກ່ອນໜ້າທີ່ປະທານາທິບໍດີ ດໍໂນລ ທຣຳ ໃນເວລານັ້ນ ໄດ້ ກ່າວຄຳປາໄສຕໍ່ພວກສະໜັບສະໜຸນທ່ານຫຼາຍພັນຄົນສິ້ນສຸດ​ລົງຢູ່ໃກ້ກັບ ທຳນຽບຂາວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG