ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງໃນປະເທດ ຕູນີເຊຍ ກະຕຸ້ນໃຫ້ລັດຖະບານ ປະກາດ ການຊ່ວຍເຫຼືອ ໃຫ້ແກ່ຄົນທຸກຍາກ


ພວກປະທ້ວງຮ້ອງຄຳຂວັນ ຕໍ່ຕ້ານການຂຶ້ນລາຄາ ແລະ ການຂຶ້ນພາສີໃນນະຄອນຫຼວງ ຕູນີ, ປະເທດ ຕູນີເຊຍ. 13 ມັງກອນ, 2018.
ພວກປະທ້ວງຮ້ອງຄຳຂວັນ ຕໍ່ຕ້ານການຂຶ້ນລາຄາ ແລະ ການຂຶ້ນພາສີໃນນະຄອນຫຼວງ ຕູນີ, ປະເທດ ຕູນີເຊຍ. 13 ມັງກອນ, 2018.

ປະເທດ ຕູນີເຊຍ ມີແຜນຈະຂະຫຍາຍການຊ່ວຍເຫຼືອສຳລັບຄອບຄົວ ຜູ້ທຸກຍາກເຖິງ
70 ລ້ານ 3 ແສນໂດລາ, ຫຼັງຈາກການປະທ້ວງເກືອບ ນຶ່ງອາທິດ ກ່ຽວກັບ ມາດຕະ
ການຄວາມປະຫຍັດມັດຖະຍັດ, ອີງຕາມການກ່າວຂອງເຈົ້າໜ້າທີ່ຄົນນຶ່ງໃນວັນເສົາ
ວານນີ້.

ທ່ານ ໂມຮາເມັດ ທຣາແບລຊີ "Mohamed Trabelsi" ລັດຖະມົນຕີກິດຈະການສັງຄົມ
ກ່າວວ່າ “ບັນຫານີ້ມັນຈະກ່ຽວຂ້ອງກັບ 250,000 ຄອບຄົວ, ມັນຈະຊ່ວຍເຫຼືອ ຄົນທຸກ
ຍາກ ແລະ ຄົນຊັ້ນກາງ.”

ນອກນັ້ນ ປະທານາທິບໍດີ ເບຈີ ຄາອິດ ເອັສເຊັບຊີ "Beji Caid Essebsi" ຍັງມີແຜນ ທີ່
ຈະເດີນທາໄປ ຢ້ຽມຢາມເມືອງ ເອັດຕາດາເມັນ "Ettadhamen" ທີ່ທຸກຍາກ ໃນນະ
ຄອນຫຼວງ ຕູນີ ເຊິ່ງໄດ້້ຮັບຜົນກະທົບຈາກການປະທ້ວງນັ້ນ.

ອົງການຂ່າວ ຣອຍເທີສ໌ "Reuters" ໄດ້ລາຍງານວ່າ ທ່ານ ເອັສເຊັບຊີ ມີກຳນົດ ຈະ
ໃຫ້ຄຳປາໄສ ແລະ ເປີດສູນວັດທະນະທຳ. ມັນຍັງເປັນການ ເດີນທາງຢ້ຽມຢາມເມືອງ
ດັ່ງກ່າວນັ້ນ ເປັນຄັ້ງທຳອິດຂອງທ່ານປະທານາທິບໍດີເຊັ່ນກັນ.

ພວກປະທ້ວງຫຼາຍຮ້ອຍຄົນໄດ້ລວມຕົວກັນ ໃນຖະໜົນຫຼາຍສາຍໃນ ເມືອງ ຊີດີ ບູຊິດ
"Sidi Bouzid" ໃນວັນເສົາວານນີ້, ບ່ອນທີ່ການຍຶດອຳນາດໄດ້ ເລີ່ມຂຶ້ນເປັນຄັ້ງທຳ
ອິດໃນປີ 2011. ແລະ ໃນວັນສຸກທີ່ຜ່ານມາ, ພວກປະທ້ວງໃນຕົວເມືອງ ແລະ ເມືອງ
ຕ່າງໆທົ່ວປະເທດໄດ້ຍົກບັດເຫຼືອງ ເປັນສັນຍານການເຕືອນຕໍ່ລັດຖະບານ ແລະ
ແກວ່ງກ້ອນເຂົ້າ ຈີ່, ເປັນສັນຍານຂອງຄວາມດິ້ນຮົນແຕ່ລະວັນ ເພື່ອຊື້ເຄື່ອງໃຊ້ຂັ້ນ
ພື້ນຖານ.

ຄວາມໂມໂຫໄດ້ຂະຫຍາຍເພີ່ມຂຶ້ນ ນັບຕັ້ງແຕ່ລັດຖະບານໄດ້ສະເໜີ ການຂຶ້ນລາຄາ
ສິນຄ້າໃນຕົ້ນເດືອນນີ້.

ນັບຕັ້ງແຕ່ວັນຈັນທີ່ຜ່ານມາ, ກອງກຳລັງຮັກສາຄວາມປອດໄພ ໄດ້ຖືກ ສົ່ງໄປໃນນະ
ຄອນຫຼວງ ຕູນີ ແລະ ທົ່ວປະເທດ. ປະຊາຊົນຫຼາຍຮ້ອຍຄົນໄດ້ຖືກຈັບກຸມ, ລວມທັງ
ນັກການເມືອງພັກຝ່າຍຄ້ານ, ໃນຂະນະ ດຽວກັນ ປະຊາຊົນຫຼາຍສິບຄົນ ໄດ້ຮັບບາດ
ເຈັບ ຈາກການປະທະກັນກັບຕຳຫຼວດ. ຜູ້ຊາຍອາຍຸ 55 ປີຄົນນຶ່ງໄດ້ເສຍຊີວິດໃນຕົ້ນ
ສັບປະດານີ້, ແຕ່ຢ່າງໃດກໍຕາມ ກໍລະນີການເສຍຊີວິດຂອງລາວ ແມ່ນບໍ່ມີຄວາມ
ຊັດເຈນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Protests Erupt Again in Tunisia, Cradle of 2011 Arab Spring
please wait

No media source currently available

0:00 0:02:27 0:00

XS
SM
MD
LG