ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໖ ມີນາ ໒໐໒໓

ການປະທ້ວງ ຮູບເງົາ ໝີ່ນປະໝາດ ອິສລາມ ໄດ້ແຜ່ລາມໄປ ຮອດໄທ ແລະອິນເດຍ (ສະໄລດ໌ກັບວີດີໂອ)


ຊາວມຸສລິມ ທີ່ແຄວ້ນແຄັສເມຍຂອງອິນເດຍ ຍົກຫຸ່ນທີເປັນສັນຍາລັກ ອາເມຣິກາ ໃນການປະທ້ວງຢູ່ທີ່ນະຄອນ Srinagar, ວັນທີ 18 ກັນຍາ 2012.
ການ​ປະ​ທ້ວງຕໍ່​ຕ້ານ ຮູ​ບ​ເງົາ​ໝິ່ນປະໝາດສາສະໜາອິສລາມ ​
ໄດ້​ແຜ່​ລາມ​ໄປ​ເຖີງບາງກອກ ປະ​ເທດ​ໄທ ​ແລະ​ແຄວ້ນ
Kashmir ສ່ວນ​ທີ່ຢູ່​ໃຕ້ການ​ຄວບຄຸມ​ຂອງອີ​ນ​ເດຍ ໃນ​ວັນ
ອັງຄານມື້ນີ້ ​ໃນ​ຂະນະ​ທີ່​ກຸ່ມ​ກໍ່​ການ​ຮ້າຍ​ໃນອັຟກາ​ນິສຖານ ​
ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ສະລະ​ຊິ​ບ ທີ່​
ກຸ່ມ​ດັ່ງກ່າວ ​ເວົ້າວ່າ ​ເປັນ​ການ​ຕອບ​ໂຕ້​ຕໍ່​ຮູບ​ເງົາ​ນັ້ນ.

ສະຖານທູດສະຫະລັດທີ່​ບາງກອກ ​ໄດ້ປິດ​ລົງ​ໃນ​ຕອນ​ທ່ຽງມື້ນີ້
ກ່ອນ​ການວາງແຜນ​ປະ​ທ້ວງ ​ແຕ່​ກໍກ່າວ​ວ່າ ບໍ່​ໄດ້​ມີ​ການ​ຂົ່ມຂູ່
ທີ່​ສະ​ເພາະ​ເຈາະ​ຈົງໃດໆ​ຕໍ່ຊາວ​ອາ​ເມຣິກັນ​.

ການ​ປະ​ທ້ວງຢູ່​ທີ່​ເມືອງ Srinagar ຊຶ່ງ​ເປັນ​ຫົວ​ເມືອງ​ໃຫຍ່​ສຸດຂອງ​ແຄວ້ນ Kashmir ​ນັ້ນ ໄດ້​ກາຍ​ເປັນຄວາມ​ຮຸນ​ແຮງ ​ເວລາ​ພວກ​
ປະ​ທ້ວງ​ທີ່ແກ່ວງກ້ອນຫີນ ​ປະ​ທະ​ກັບ​ເຈົ້າ​ໜ້າ​ທີ່​ຕໍາຫລວດ.

ຂະນະ​ດຽວ​ກັນ ສາຂາ​ຂອງກຸ່​ມກໍ່​ການ​ຮ້າຍ al-Qaida ​ໃນພາກ​ເໜືອ​ຂອງອາ​ຟຣິກາ ​ໄດ້​ອອກ​ຖະ​ແຫລ​ງການສະບັບ​ນຶ່ງ ຮຽກຮ້ອງ​ໃຫ້​ທຳການ​ໂຈມ​ຕີຕໍ່ ຕ້ານພວກນັກ​ການ​ທູດສະຫະລັດ
​ເພີ້​ມຕື່ມ ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ສ້າງຮູບ​ເງົາ ທີ່​ບໍ່​ໄດ້​ໄຊ້​ເງິນ​ຫຼາ​ຍ ​ທີ່ກ່າວ​ເຖິງ​ພະ​ສາດ
ສະດາ Mohammed ວ່າ ເປັນ​ນັກ​ຕົ້ມ ​ເປັນ​ຜູ້​ມັກ​ຮັກ​ແມ່ຍິງ​ຫຼາຍຄົນ ​ເປັນ​ຜູ້ລວນ​ລາມ​ທາງ​ເພດ​ຕໍ່​ເດັກນ້ອຍ ໃນ​ບັນດາການ​ກ່າວ​ຫາ​ໝິ່ນປະໝາດ​ຕ່າງໆ​ນັ້ນ. ກຸ່​ມດັ່ງກ່າວ​ໄດ້ຂູ່ຢ່າງ​
ເຈາະ​ຈົງ ທີ່​ຈະ​ທຳ​ການ​ໂຈມ​ຕີ​ຢູ່ Algiria, Tunisia, Morroco ​ແລະ Mauritania.


ການ​ປະ​ທ້ວງ ​ແລະ​ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂື້ນຢູ່​ໃນ 20 ປະ​ເທດ​ນັບຕັ້ງ​ອາທິດ​ແລ້ວ​ນີ້​ເປັນ
ຕົ້ນມາ ​ເວລາເອກ​ອັກຄະ​ລັດຖະທູດອາ​ເມຣິກັນ ທີ່ລີ​ເບຍ ​ແລະເຈົ້າ​ໜ້າ​ທີ່​ອີກ​ສາມ​ຄົນ​ໄດ້​ຖືກ​ສັງຫານ ໃນການ​ໂຈມຕີ ​ກົງ​ສູນສະຫະລັດ ທີ່​ເມືອງ Benghazi​.

ນອກ​ນັ້ນ​ແລ້ວ ​ໃນ​ວັນ​ອັງຄານ​ມື້ນີ້ ​ເຈົ້າໜ້າ​ທີ່ຢູ່​ບັງ​ກລາ​ແດັສກ່າວ​ວ່າ ຕົນ​ໄດ້​ຂັດຂວາງບໍ່​ໃຫ້​ຜູ້​ຄົນ​ເຂົ້າ​ໄປຢູທູບ ​ເພື່ອ​ເບິ່ງ​ວີ​ດີ​ໂອ​ດັ່ງກ່າວ.

ປາ​ກິ​ສຖານ​ກໍ​ໄດ້​ສັ່ງ​ໃຫ້​ສະກັດ​ກັ້ນຢູທູບ​ ໃນ​ມື້ວັນ​ຈັນ​ວານ​ນີ້ ຫຼັງຈາກບໍລິສັດ Google ຊຶ່ງ​ເປັນ​ຜູ້​ບໍລິຫານ​ງານ​ເວັບ​ໄຊ​ທ໌ດັ່ງກ່າວ ​ໄດ້​ປະຕິ​ເສດ​ບໍ່​ຍອມ​ເອົາ ຮູບ​ວີ​ດີ​ໂອ​ດັ່ງກ່າວ​ອອກ.
ບໍລິສັດ Google ​ເອງ ກໍ​ໄດ້​ຂັດຂວາງບໍ່​ໃຫ້​ຜູ້​ຄົນ​ເຂົ້າ​ໄປ​ເບິ່ງ​ວີ​ດີ​ໂອ​ໄດ້ ຢູ່​ທີ່ລີ​ເບຍ ອີ​ຈິບ
ອິນ​ໂດ​ເນ​ເຊຍ ​ແລະ​ອີນ​ເດຍ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG