ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ກຸ່ມຝ່າຍຄ້ານ ອີຈິບ ຕຽມປະທ້ວງ​ ຮຽກຮ້ອງ​ ໃຫ້​​ຍົກ​ເລີກ​ ຄໍາ​ສັ່ງ​ ທ່ານ Morsi (ວີດິໂອກັບສະໄລດ໌)


ຊາວອີຈິບ ຫອບຫິ້ວຄົນປະທ້ວງທີ່ບາດເຈັບໃນການປະທະກັບ ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ໃນຈະຕຸລັດ ທີ່ກຸງ Cairo
ຊາວອີຈິບ ຫອບຫິ້ວຄົນປະທ້ວງທີ່ບາດເຈັບໃນການປະທະກັບ ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ໃນຈະຕຸລັດ ທີ່ກຸງ Cairo
ປະທານາທິບໍດີອີຈິບ ທ່ານ Mohammed Morsi ໄດ້ໃຫ້ຄໍາໝັ້ນ
ສັນຍາ ຕໍ່ຄະນະຜູ້ພິພາກສາສູງສຸດ ຂອງປະເທດວ່າ ທ່ານຈະຈຳ
ກັດສິດອໍານາດໃໝ່ ທີ່ທ່ານມອບໃຫ້ແກ່ ທ່ານເອງນັ້ນຢູ່ໃນເລື່ອງ
ການປົກຄອງປະເທດທໍ່ນັ້ນ.

ໂຄສົກຂອງທ່ານ Morsi ທ່ານ Yasser Ali ໄດ້ກ່າວວ່າປະທາ
ນາທິບໍດີ ທີ່ສັງກັດພັກສາສະໜາອິສລາມ ໄດ້ໃຫ້ຄຳໝັ້ນສັນຍາ
ໃນວັນຈັນວານນີ້ ໃນລະຫວ່າງການໂອ້ລົມສົນທະນາກັບຄະນະ
ຕຸລາການສູງສຸດຂອງປະເທດ. ບໍ່ມີຄຳຈຳກັດຄວາມກ່ຽວກັບຄຳ
ວ່າ ເລື່ອງການປົກຄອງປະເທດ ທີ່ປະທານາທິບໍດີ Morsi ຈະມີ
ອໍານາດເດັດຂາດນັ້ນ. ທ່ານໄດ້ມອບອໍານາດໃຫ້ຕົນ ເອງໃນວັນ
ທີ 22ເດືອນພະຈິກໂດຍສັ່ງຫ້າມບໍ່ໃຫ້ສານທ້າທາຍການຕັດສິນ
ໃຈຂອງທ່ານນັ້ນ.

ໂຄສົກຍັງໄດ້ກ່າວອີກວ່າ ການໃຫ້ຄວາມກະຈ່າງແຈ້ງຂອງທ່ານ Morsi ກ່ຽວກັບເລື່ອງການ
ປົກຄອງປະເທດນັ້ນ ບໍ່ໄດ້ໝາຍເຖິງການປ່ຽນແປງໃນດຳລັດຂອງທ່ານ.

ກຸ່ມຝ່າຍຄ້ານ ນັ້ນໄດ້ຕຽມການໂຮມຊຸມນຸມຄັ້ງໃຫຍ່ ເພື່ອປະທ້ວງທີ່ຈະຕຸ​ລັດ Tahrir ທີ່​ກຸງ
Cairo ​ເພື່ອຮຽກຮ້ອງ​ໃຫ້ມີ​ການ​ຍົກ​ເລີກ​ຄໍາ​ສັ່ງ​ຂອງທ່ານ Morsi. ພວກເຂົາເຈົ້າກ່າວຫາ
ທ່ານວ່າ ທ່ານພະຍາຍາມຮວບອໍານາດແບບຜະເດັດການ ຄືກັນກັບຜູ້ນໍາຄົນກ່ອນ ທ່ານ
Hosni Mubarak ທີ່ຖືກໂຄ່ນລົ້ມໃນປີ2011 ຍ້ອນການລຸກຮືຂຶ້ນຂອງປະຊາຊົນນັ້ນ.
ເບິ່ງວີດິໂອກ່ຽວຂ້ອງກັບລາຍງານນີ້

ທ່ານ Morsi ໄດ້ກ່າວປ້ອງກັນການເຄື່ອນໄຫວຂອງທ່ານນັ້ນວ່າ ອໍານາດດັ່ງກ່າວນີ້ຈະເປັນ
ມາດຕະການຊົ່ວຄາວເພື່ອລັດເລັ່ງການປະຕິຮູບ ທີ່ໄດ້ມີການຊັກຊ້າ ຍ້ອນການທ້າທາຍທາງ
ດ້ານກົດໝາຍ ພາຍໃຕ້ລະບົບຕຸລາການທີ່ຖືກແຕ່ງຕັ້ງຂຶ້ນ ໃນຊ່ວງການປົກຄອງ ຂອງທ່ານ
Mubarak ນັ້ນ. ທ່ານກ່າວວ່າ ດຳລັດດັ່ງກ່າວນີ້ ຈະມີຜົນໄປຈົນເຖິງ ການເລືອກຕັ້ງສະພາ
ແຫ່ງຊາດຄັ້ງໃໝ່ ທີ່ຈະມີຂຶ້ນພາຍໃຕ້ລັດຖະທໍາມະນູນທີ່ໄດ້ຮັບການແກ້ໄຂໃໝ່ ຊຶ່ງຈະຕ້ອງ
ໄດ້ຮັບອະນຸມັດ ດ້ວຍການລົງປະຊາມະຕິແຫ່ງຊາດນັ້ນ.


XS
SM
MD
LG