ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກປະທ້ວງໄດ້ວາງແຜນໄວ້ ກ່ອນໜ້າການປະກາດຂ່າວກ່ຽວກັບ DACA


ພວກສະໜັບສະໜູນ ​ເລື່ອງເດັກນ້ອຍ​ທີ່​ເດີນທາງ​ເຂົ້າ​ມາສະ​ຫະລັດຢ່າງ​ຜິດ​ກົດໝາຍ ຫລື (DACA) ພາກັນປະທ້ວງຢູ່ຖະໜົນ Pensyvania ຕໍ່ໜ້າທຳນຽບຂາວ.
ພວກສະໜັບສະໜູນ ​ເລື່ອງເດັກນ້ອຍ​ທີ່​ເດີນທາງ​ເຂົ້າ​ມາສະ​ຫະລັດຢ່າງ​ຜິດ​ກົດໝາຍ ຫລື (DACA) ພາກັນປະທ້ວງຢູ່ຖະໜົນ Pensyvania ຕໍ່ໜ້າທຳນຽບຂາວ.

ຄາດ​ວ່າ ທຳນຽບຂາວ​ ​ຈະ​ປະກາດ​ການ​ຕັດສິນ​ໃຈ ກ່ຽວ​ກັບ​ການ​ລ້າ​ຊ້າໃນການເອົາ​
ບົດບາດ​ເລື່ອງເດັກນ້ອຍ​ທີ່​ໄດ້​ເດີນທາງ​ເຂົ້າ​ມາສະ​ຫະລັດທີ່​ຜິດ​ກົດໝາຍ ຫລື
(DACA) ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ຊຶ່ງ​ສື່ມວນ​ຊົນລາຍ​ງານ​ຕອນ​ໃນ​

ຕົ້ນ​ໆ ທີ່ເນັ້ນໃຫ້​ເຫັນ​ວ່າ ປະທານາທິບໍດີ ຈະ​ຍຸຕິໂຄງການ​ທີ່​ໄດ້​ປົກ​ປ້ອງພວກ​ຊາວ
​ໜຸ່ມ​ຫລາຍ​ຮ້ອຍ​ພັນ​ຄົນ ທີ່​ເປັນ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ຈາກ​ການ​ຖືກເນ​ລະ​ເທດ
ເຂົາເຈົ້າ​ໃນຮອບ​ຫ້າ​ປີຜ່ານ​ມາ.

ບັນດາ​ເຈົ້າ​ໜ້າທີ່ ຜູ້ທີ່ອະທິ​ບາຍເຖິງ​ການ​ເຄື່ອນ​ໄຫວ​ດັ່ງກ່າວ ຕໍ່​ພວກ​ນັກ​ຂ່າວ​ວ່າ ຈະ
ມີ​ການເລື່ອນເວລາອອກໄປຫົກ​ເດືອນນັ້ນເວົ້າວ່ານັ້ນ ແມ່ນ​ໝາຍ​ຄວາມ​ວ່າ​ ເພື່ອໃຫ້​
ເວລາ​ແກ່​ລັດຖະສະພາ ​ເພື່ອຫາທາງ​ແກ້ໄຂບັນຫາ​ດັ່ງກ່າວ. ບັນດາ​ສະມາຊິກ​ສະພາ
​ດັ່ງກ່າວ ​ບໍ່​ໄດ້​ພົວພັນ​ໃນການ​ສ້າງ​ໂຄງການດັ່ງກ່າວນີ້ຂຶ້ນມາ ຊຶ່ງເປັນ​ດຳລັດ ​ຂອງ​
ອະ​ດີດ​ປະທານາທິບໍດີ Barack Obama.

Trump Set to End Program That Shields Young Undocumented Immigrants
please wait

No media source currently available

0:00 0:01:21 0:00

ລັດຖະມົນຕີ​ກະຊວງ​ຍຸ​ຕິ​ທຳ ທ່ານ Jeff Sessions ມີ​ກຳນົດ​ ທີ່​ຈະ​ເວົ້າ​ ກ່ຽວ​ກັບ
DACA ​ແຕ່​ກະຊວງ​ຍຸຕິ​ທຳ​ກ່າວ​ວ່າ ທ່ານ​ຈະ​ບໍ່​ຕອບ​ຄຳ​ຖາມຂອງ​ພວກ​ນັກ​ຂ່າວ. ລາຍການວຽກງານຂອງ​ປະທາ​ນາ​ທິບໍດີ​ທຣໍາ ​ໃນ​ວັນ​ອັງຄານ​ມື້​ນີ້ ບໍ່​ມີ​ສ່ວນ​ພົວພັນ​
ໃດ​ໆ ກັບ​ໂຄງການ DACA ນີ້.

ທ່ານ Paul Ryan ປະທານສະພາຕໍ່າ ກ່າວລະຫວ່າງການຢ້ຽມຢາມ Intel ຢູ່ Hillsboro ລັດ Oregon.
ທ່ານ Paul Ryan ປະທານສະພາຕໍ່າ ກ່າວລະຫວ່າງການຢ້ຽມຢາມ Intel ຢູ່ Hillsboro ລັດ Oregon.

ໄດ້​ມີ​ການວາງ​ແຜ​ນປະ​ທ້ວງ​ຢູ່​ຕໍ່ໜ້າ​ທຳນຽບຂາວ​ ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້​ນີ້​ເພື່ອ​ສະໜັບສະໜູນ DACA ​ຊ່ຶງກໍມີບາງຄົນ ໃນ​ບັນດາ​ຜູ້​ທີ່ໄດ້ຮັບຜົນປະໂຫຽດຈຳນວນ
800,000 ຄົນ​ ຢູ່​ທົ່ວ​ປະ​ເທ​ດ ທີ່​ໄດ້​ຖືກ​ນຳ​ເຂົ້າ​ມາສະ​ຫະລັດ​ໃນ​ເວລາ​ຍັງ​ເປັນເດັກ
ນ້ອຍ​ຢູ່​ນັ້ນຮ່ວມຢູ່ນຳ. ນອກນີ້ ການ​ປະ​ທ້ວງ​ດັ່ງກ່າວ ຍັງ​ຄາດ​ວ່າ ຈະ​ມີ​ຂຶ້ນ​ຢູ່​ເມືອງ​
ຕ່າງໆ​ທົ່ວ​ສະຫະລັດນຳ.

ນັກຮຽນຄົນນຶ່ງເຂົ້າຮ່ວມປະທ້ວງ ສະໜັບສະໜູນ ໃນການເອົາ​ ບົດບາດ​ເລື່ອງເດັກນ້ອຍ​ທີ່​ໄດ້​ເດີນທາງ​ເຂົ້າ​ມາສະ​ຫະລັດທີ່​ຜິດ​ກົດໝາຍ ຫລື (DACA)
ນັກຮຽນຄົນນຶ່ງເຂົ້າຮ່ວມປະທ້ວງ ສະໜັບສະໜູນ ໃນການເອົາ​ ບົດບາດ​ເລື່ອງເດັກນ້ອຍ​ທີ່​ໄດ້​ເດີນທາງ​ເຂົ້າ​ມາສະ​ຫະລັດທີ່​ຜິດ​ກົດໝາຍ ຫລື (DACA)

ປະທານາທິບໍດີ​ທຣໍາ ​ໄດ້​ເຂົ້າກຳ​ຕຳ​ແໜ່​ງດ້ວຍຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ລົບ​ລ້າງ DACA
​ແຕ່​ວ່າ​ເວ​ລາ​ນັ້ນປາກົດ​ວ່າ​ ໄດ້​ຜ່ອນ​ໂວຫານ​ລົງ ນັບ​ແຕ່​ວັນ​ເຂົ້າ​ຮັບ​ຕຳ​ແໜ່​ງ ​ເຖິງ​ຢ່າງ​
ໃດ​ກໍ​ດີ ປະທານາທິບໍດີ​ກໍໄດ້​ໃຫ້ການ​ສະໜັບສະໜູນ​ທີ່​ສຳຄັນ​ຕໍ່ລະບົບ​ເນລະ​ເທດ
ຂອງ​ປະ​ເທດຢູ່ ໂດຍຮຽກຮ້ອງ​ໃຫ້ມີ​ການ​ວ່າຈ້າງເຈົ້າ​ໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງ ​ແລະ
ຮັກສາ​ຊາຍ​ແດນ​ຫລາຍ​ພັນ​ຄົນຕື່ມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Daca Trump
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG