ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຕໍ່ຕ້ານຄວາມຮຸນແຮງ ໂດຍຕຳຫຼວດ ສືບຕໍ່ໄປ ໃນນະຄອນຫຼວງ ໂບໂກຕ້າ ຫຼັງຈາກ ນັກສຶກສາ ກົດໝາຍ ໄດ້ເສຍຊີວິດ


ພວກປະທ້ວງປະທະກັບຕຳຫຼວດໃນລະຫວ່າງການເດີນຂະບວນປະທ້ວງ ທີ່ເກີດຂຶ້ນຍ້ອນການເສຍຊີວິດຂອງຊາຍຄົນ ຫຼັງຈາກທີ່ລາວໄດ້ຖືກຈັບກຸມໂດຍຕຳຫຼວດ ໃນນະຄອນຫຼວງ ໂບໂກຕ້າ ຂອງໂຄລອມເບຍ, ວັນພຸດ ທີ 9 ກັນຍາ 2020.
ພວກປະທ້ວງປະທະກັບຕຳຫຼວດໃນລະຫວ່າງການເດີນຂະບວນປະທ້ວງ ທີ່ເກີດຂຶ້ນຍ້ອນການເສຍຊີວິດຂອງຊາຍຄົນ ຫຼັງຈາກທີ່ລາວໄດ້ຖືກຈັບກຸມໂດຍຕຳຫຼວດ ໃນນະຄອນຫຼວງ ໂບໂກຕ້າ ຂອງໂຄລອມເບຍ, ວັນພຸດ ທີ 9 ກັນຍາ 2020.

ການປະທ້ວງ ທີ່ແນເປົ້າໝາຍໃສ່ເລື້ອງການທຳຄວາມຮຸນແຮງຂອງຕຳຫຼວດຢູ່ໃນນະຄອນຫຼວງໂບໂກຕ້າ ປະເທດໂຄລອມເບຍ ໄດ້ຮ້ອນແຮງຂຶ້ນກາຍເປັນຄວາມຮຸນແຮງເປັນຄືນທີສອງໃນວັນພະຫັດວານນີ້ ໂດຍມີຢ່າງໜ້ອຍ 9 ຄົນເສຍຊີວິດອີງຕາມລາຍງານຕະຫຼອດສອງວັນທີ່ຜ່ານມາ.

ພວກປະທ້ວງໄດ້ຈູດໄຟເຜົາລົດເມຂອງເມືອງຫຼາຍຄັນ ແລະບາງຄົນໄດ້ແກວ່ງກ້ອນຫີນແລະແກ້ວນ້ຳໃສ່ຕຳຫຼວດ ຜູ້ທີ່ໄດ້ຍິ່ງແກັສນ້ຳຕາ ແລະລະເປີດແສງສຽງ ຫຼື Flash-bang ເຂົ້າໃສ່ພວກເດີນຂະບວນ ຜູ້ທີ່ປະທ້ວງການເສຍຊີວິດເມື່ອອາທິດແລ້ວນີ້ຂອງນັກສຶກສາດ້ານກົດໝາຍ ອາຍຸ 46 ປີ.

ຕຳຫຼວດ ໄດ້ຖືກບັນທຶກໃນວີດີໂອ ກຳລັງໃຊ້ປືນໄຟຟ້າ ຊັອດນັກສຶກສາຄົນນຶ່ງຊື່ວ່າ ທ້າວຮາວີແອຣ ອໍຣໂດເນຊ ຊ້ຳແລ້ວຊ້ຳອີກ ໃນຂະນະທີ່ລາວຂໍຮ້ອງໃຫ້ພວກເຂົາເຈົ້າເຊົາ. ນັກສຶກສາຄົນນີ້ໄດ້ເສຍຊີວິດຢູ່ທີ່ໂຮງໝໍ.

ຕຳຫຼວດກ່າວວ່າ ທ້າວອໍຣໂດເນຊ ໄດ້ຖືກຄວບຄຸມໂຕ ຫຼັງຈາກທີ່ລາວໄດ້ຖືກພົບເຫັນວ່າ ກຳລັງດື່ມເຫຼົ້າໃນຖະໜົນກັບໝູ່ຄູ່ ຊຶ່ງເປັນການລະເມີດຕໍ່ກົດລະບຽບການຢູ່ຫ່າງກັນຍ້ອນໄວຣັສໂຄໂຣນາ.

ນັບຕັ້ງແຕ່ການປະທ້ວງໄດ້ເລີ້ມຕົ້ນຂຶ້ນໃນວັນພຸດຜ່ານມາ ບັນດາເຈົ້າໜ້າທີ່ຂອງໂບໂກຕ້າ ກ່າວວ່າ ກົມຕຳຫຼວດແຫ່ງຕ່າງໆ ແລະລົດຕຳຫຼວດທັງຫຼາຍ ໄດ້ຖືກທຳລາຍ ແລະພົນລະເຮືອນພ້ອມດ້ວຍເຈົ້າໜ້າທີ່ຕຳຫຼວດຫຼາຍຮ້ອຍຄົນກໍໄດ້ຮັບບາດເຈັບ ນອກຈາກນັ້ນແລ້ວມີ 9 ຄົນເສຍຊີວິດ.

ເຈົ້າໜ້າທີ່ຕຳຫຼວດ 2 ຄົນໄດ້ຕົກເປັນຜູ້ຕ້ອງສົງໄສ ຂອງການມີສ່ວນກ່ຽວຂ້ອງໃນຂໍ້ຫາການລະລ່ວງລະເມີດສິດຂອງທ້າວອໍຣໂດເນຊ ກໍໄດ້ຖືກໃຫ້ພັກການເພື່ອລໍຖ້າການສືບສວນສອບສວນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG