ຊາວທິເບດພັດຖິ່ນ ພາກັນໂຮມຊຸມນຸມປະທ້ວງ ໃນທົ່ວເອເຊຍ
ແລະຢູໂຣບ ໃນວັນອາທິດວານນີ້ ເພື່ອປັກຂີດໝາຍຄົບຮອບ
54 ປີຂອງການລຸກຮືຂື້ນທີ່ບໍ່ສໍາເລັດຜົນ ຕ້ານການປົກຄອງ
ຂອງຈີນ.
ຢູ່ເມືອງ ທໍາມະສາລາ (Dharamsala) ປະເທດອິນເດຍ ທີ່ຕັ້ງ
ຂອງລັດຖະບານທິເບດພັດຖິ່ນ ໃນວັນອາທິດວານນີ້ ເຈົ້າໜ້າທີ່
ຕໍາຫລວດໄດ້ຂັດຂວາງຜູ້ຊາຍຄົນນຶ່ງ ບໍ່ໃຫ້ເຜົາໂຕຕາຍ ໃນຂະ
ນະທີ່ຊາວທິເບດ ຫລາຍຮ້ອຍຄົນ ໄປເຕົ້າໂຮມກັນເພື່ອລະນຶກ
ເຖິງການລຸກຮືຂຶ້ນ ທີ່ບໍ່ສໍາເລັດຜົນ ໃນປີ 1959 ນັ້ນ.
ການປະທ້ວງຕ້ານການປົກຄອງຂອງຈີນ ຢູ່ໃນທິເບດ ໄດ້ມີຂຶ້ນ
ເຊ່ນກັນ ຢູ່ນິວເເດນລີ ແລະໃຕ້ຫວັນ.
ແຕ່ວ່າ ທີ່ເນປານນັ້ນ ມີເຈົ້າໜ້າທີ່ຕໍາຫລວດຍາມຢ່າງໜາ
ແໜ້ນ ຢູ່ໃນນະຄອນຫລວງຄັດມັນດູ ເພື່ອປ້ອງກັນການ
ເດີນຂະບວນປະທ້ວງ. ມີຊາວທິເບດ ປະມານ 20.000
ອາໄສຢູ່ໃນເນປານ ທີ່ຕົກຢູ່ໃຕ້ການກົດດັນຢ່າງໜັກ ຈາກປັກກິ່ງ ຍ້ອນພວກຊາວທິ
ເບດພັດຖິ່ນເຫລົ່ານັ້ນ.
ຊາວທິເບດຫລາຍພັນຄົນ ຈາກທົ່ວຢູໂຣບ ພາກັນເດີນຂະບວນໃນນະຄອນຫລວງ
ບຣັສເຊີລສ໌ ເພື່ອກົດດັນໃຫ້ສະຫະພາບຢູໂຣບ ເຂົ້າພົວພັນກັບຈີນ ເພື່ອໃຫ້ຈີນຍຸດຕິ
ການກົດຂີ່ປາບປາມຊາວທິເບດ ແລະນໍາເອົາສັນຕິພາບ ມາສູ່ບ້ານເກີດເມືອງນອນ
ຂອງເຂົາເຈົ້າ ທີ່ເປັນບັນຫາໂຕ້ແຍ້ງກັນນັ້ນ.