ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ ຮັກສາຄວາມປອດໄພ ອີຣັກ ຕັດສັນຍານ ອິນເຕີແນັດ ແລະສົ່ງກຳລັງໄປປາບປາມ ການປະທ້ວງ


ພວກປະທ້ວງຮ້ອງຄຳຂວັນ ຮຽກຮ້ອງເອົາການບໍລິການ ແລະ ວຽກງານທີ່ດີຂຶ້ນ ໃນລະຫວ່າງການປະທ້ວງຢູ່ຈະຕຸລັດ ຕາເຣຍ, ນະຄອນຫຼວງ ແບກແດັດ. 14 ກໍລະກົດ, 2018.
ພວກປະທ້ວງຮ້ອງຄຳຂວັນ ຮຽກຮ້ອງເອົາການບໍລິການ ແລະ ວຽກງານທີ່ດີຂຶ້ນ ໃນລະຫວ່າງການປະທ້ວງຢູ່ຈະຕຸລັດ ຕາເຣຍ, ນະຄອນຫຼວງ ແບກແດັດ. 14 ກໍລະກົດ, 2018.

ສະພາຮັກສາຄວາມປອດໄພແຫ່ງຊາດຂອງ ອີຣັກ ໄດ້ສົ່ງກອງກຳລັງຮັກສາຄວາມປອດ
ໄພ ແລະ ຕັດສັນຍານອິນເຕີແນັດໃນວັນເສົາວານນີ້ ໃນຂະນະທີ່ການປະທ້ວງເຊິ່ງໄດ້
ເກີດຂຶ້ນໃນເມືອງ ບາສຣາ ນັ້ນ ໄດ້ຂະຫຍາຍໄປຫາຫຼາຍຕົວເມືອງອື່ນໆ.

ສະພາດັ່ງກ່າວໄດ້ຈັດກອງປະຊຸມສຸກເສີນຂຶ້ນ ເມື່ອວັນເສົາວານນີ້ ໃນນະຄອນຫຼວງ
ແບກແດັດ ຫຼັງຈາກມີການປະທ້ວງຕ່າງໆ ກ່ຽວກັບ ການຫວ່າງງານສູງ, ການບໍລິການ
ທີ່ອ່ອນແອຂອງລັດຖະບານ ແລະ ການສໍ້ລາດບັງຫຼວງນັ້ນ ໄດ້ແຜ່ຂະຫຽາຍ ຈາກເມືອງ
ບາສຣາ ໄປຫານະຄອນ ຫຼວງ ແບກແດັດ, ເມືອງ ນາຈາຟ, ອາມາຣາ ແລະ ນາຊິຣີຢາ.

ນາຍົກລັດຖະມົນຕີ ທ່ານ ໄຮເດີ ອາລ-ອາບາດີ ໄດ້ອອກຖະແຫຼງການສະບັບນຶ່ງ ໂດຍ
ກ່າວວ່າ “ພວກສັດຕູ” ໄດ້ໃຊ້ “ການປະທ້ວງທີ່ສະຫງົບເພື່ອໂຈມຕີຊັບສິນຂອງລັດຖະ
ບານ ແລະ ເອກະຊົນ.” ທ່ານໄດ້ສັນຍາວ່າກອງກຳລັງຂອງລັດຖະບານ “ຈະເອົາມາດ
ຕະການທັງຫຼາຍທີ່ມີຄວາມຈຳເປັນ ເພື່ອໂຕ້ຕອບຄົນພວກນັ້ນ.”

ຢ່າງໜ້ອຍສອງຄົນ ໄດ້ເສຍຊີວິດ ໃນການປະທ້ວງທີ່ເມືອງ ອາມາຣາ ໃນຂະນະທີ່
ພວກປະທ້ວງ ໄດ້ກີດກັ້ນຖະໜົນ, ຈູດໄພໃສ່ຕີນລົດ ແລະ ອີງຕາມໂຄສົກຄົນນຶ່ງ ສຳ
ລັບອຳນາດການປົກຄອງດ້ານສາທາລະນະສຸກໃນຂົງເຂດນັ້ນ,ແມ່ນວ່າ ລາວໄດ້ກ່າວ
ວ່າ “ມີການຍິງປືນໃສ່ຄົນຢ່າງບໍ່ເລືຶອກໜ້າ.” ຄົນຜູ້ນຶ່ງໄດ້ເສຍຊີວິດເມື່ອຕົ້ນສັບປະດາ
ນີ້ ເມື່ອກອງກຳລັງ ອີຣັກ ໄດ້ຍິງປືນໃສ່ພວກປະທ້ວງ ທີ່ຖືກລາຍງານວ່າ ໄດ້ພະຍາ
ຍາມທີ່ຈະຈູດຕຶກອາຄານຕ່າງໆຂອງລັດຖະບານ.

ໃນເມືອງ ນາຈາຟ, ກອງກຳລັງຮັກສາຄວາມປອດໄພ ໄດ້ຖືກສົ່ງໄປຕັ້ງທ່າຢູ່ຖະໜົນ
ຫຼາຍແຫ່ງໃນວັນເສົາວານນີ້.

ມີລາຍງານວ່າ ການຕັດສັນຍານອິນເຕີແນັດ ແມ່ນເກີດຂຶ້ນ ຢູ່ນະຄອນຫຼວງ ແບກແດັດ,
ນາຈາຟ ແລະ ບາສຣາ.

ການປະທ້ວງຕ່າງໆໄດ້ເລີ່ມຂຶ້ນໃນເມືອງ ບາສຣາ ເມື່ອຕົ້ນສັບປະດານີ້, ຫຼັງຈາກປະຊາ
ຊົນທີ່ອາໄສຢູ່ໃນເມືອງທີ່ອຸດົມສົມບູນໄປດ້ວຍນໍ້າມັນທີ່ສຸດ ໄດ້ເລີ່ມເບື່ອໜ່າຍກັບ
ຄວາມທຸກຍາກຂອງເຂົາເຈົ້າເອງ, ການຂາດນໍ້າ ແລະ ໄຟຟ້າ ແລະ ຄວາມຮ້ອນໃນລະ
ດູຮ້ອນ, ເຊິ່ງສາມາດເພີ່ມຂຶ້ນສູງເຖິງ 50 ອົງການແຊລຊຽສ ໃນຕອນຮ້ອນສຸດຂອງລະ
ດູ.

ຕຳຫຼວດໄດ້ປະເຊີນໜ້າກັບພວກປະທ້ວງໃນເມືອງ ບາສຣາ ເມື່ອເຂົາເຈົ້າໄດ້ເຕົ້າໂຮມ
ກັນທີ່ບໍ່ນໍ້າມັນ ເຊິ່ງປະຕິບັດງານໂດຍບໍລິສັດ ລູຄອຍ (Lukoil) ຂອງ ຣັດເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG