ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດການປະທ້ວງຂຶ້ນ ຫຼັງຈາກ ຄຳຕັດສິນ ບໍ່ຟ້ອງຮ້ອງ ຕຳຫຼວດ ທີ່ນະຄອນນີວຢອກ


Protests, Federal Investigation After Grand Jury Fails to Indict White Officer in Black Man's Death
please wait

No media source currently available

0:00 0:02:11 0:00

ເບິ່ງວີດີໂອ ຂອງ ນາງ Carolyn Weaver ຜູ້ສື່ຂ່າວວີໂອເອ

ການ​ປະ​ທ້ວງ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ທົ່ວ​ນະຄອນ​ນີວຢອກ​ໃນ​ວັນ​ພຸດ​
ວານ​ນີ້ ໃນ​ການສະ​ແດງ​ປະຕິກິລິຍາ​ຕໍ່​ການ​ຕັດສິນ​ຂອງ​ຄະນະ​ຕຸ
ລາ​ການ ທີ່ຈະ​ບໍ່ທຳ​ການ​ຟ້ອງ​ຮ້ອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຄົນ​ນຶ່ງ​ໃນ​
ການ​ຮັດ​ຄໍ​ຊາຍ​ຜີວ​ດຳ​ຄົນ​ນຶ່ງ​ຕາຍ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ​ປີ​ນີ້.

ພວກ​ປະຊາຊົນ​ຈຳນວນນຶ່ງໄດ້​ພາກັນ​ຍ່າງ​ປະ​ທ້ວງ​ຜ່ານ​ເຂດ
Times Square ທີ່​ເປັນ​ເຂດ​ທີ່​ມີ​ຊື່​ສຽງ​ຂອງນະຄອນ​ນີວຢອກ
ຫຼັງ​ຈາກ​ໄດ້​ມີ ການ​ປະກາດ​ຄຳ​ຕັດສິນຂອງ​ຄະນະ​ຕຸລາການ​ໃຫ້​
ຊາບ​ແລ້ວ. ການ​ເຄື່ອນໄຫວ​ດັ່ງກ່າວ​ ໄດ້​ກະ​ຕຸ້ນ​ໃຫ້​ຕຳຫຼວດ​ກີດ​
ກັນ​ພວກ​ຝູງ​ຊົນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ໄປ​ຍັງ​ເຂດ Rockefeller Plaza ທີ່ຢູ່​ໃກ້​ກັນ​ ຊຶ່ງ​ເປັນ ບ່ອນ​ທີ່​ມີ​ໝາຍ​ກຳນົດ ທີ່​ຈະທຳ​ພິທີ​ໄຕ້​ໄຟ​ເອ້​ຕົ້ນ​ຄຣິສມາສຕາມປະເພນີ ຂຶ້ນ​ນັ້ນ. ພວກ​ປະ​ທ້ວງ​ຫຼາຍ​ສິບ​ຄົນ​ພາກັນ​ນອນ​ລົງກັບ​ພື້ນ​ທີ່​ສະຖານີ​ລົດ​ໄຟ Grand Central Terminal ແລະ​ພາກັນ​ມິດ​ງຽບ ໃນ​ອັນ​ທີ່​ເອີ້​ນ ວ່າ ການ​ປະທ້ວງ ສະແດງ “ຕາຍ​” ນັ້ນ.

​ເຫດການ​ທີ່​ເກີດ​ຂຶ້ນ ທີ່​ຄົນ​ຍ່າງ​ຕາມ​ຖະໜົນ​ຄົນ​ນຶ່ງ​ໄດ້ອັດ​ວີ​ດີ​ໂອ​ໂດຍ​ໂທລະສັບ​ມື​ຖື smartphone ຂອງລາວ​ໄວ້ສະແດງໃຫ້ເຫັນວ່າ ນາຍ Eric Garner ໄວ 43 ປີ ກຳລັງ​
ໂຕ້​ຖຽງ​ກັນ​ ກັບ​ພວກ​ເຈົ້າ​ໜ້າ​ທີ່​ຕຳ ຫຼວດ​ນະຄອນ​ນີວຢອກ​ຈຳນວນ​ນຶ່ງ ທີ່​ກຳລັງ​ຈັບ​ກຸມ​ຜູ້ກ່ຽວ​ໃນ​ຂໍ້​ກ່າວ​ຫາ​ວ່າ ຂາຍ​ກອກຢາສູບ ທີ່ຈີກອອກຈາກ​ຊອງ ໂດຍບໍ່ເສຍພາສີ​ນັ້ນ. ຫຼັງ​ຈາກ​ໂຕ້​ຖຽງ​ກັນ​ເປັນ​ເວລາ​ຫຼາຍ​ນາທີ ​ເຈົ້າໜ້າ​ທີ່​ຕຳຫຼວດ Daniel Pantaleo ໄດ້​ໂດດ​ຈັບ​ກຸມ​ນາຍ Garner ຈາກທາງ​ຫຼັງ ໂດຍ​ການ​ຮັດ​ຄໍ​ແລະ​ບັງຄັບ​ໃຫ້ນາຍ Garner ​ລົ້ມລົງໃສ່
ທາງ​ຍ່າງ​ແຄມຖະໜົນ.

US Police Departments Examine Use of Force Procedures
please wait

No media source currently available

0:00 0:02:56 0:00

ນາຍ Garner ທີ່​ມີ​ຮູບ​ຮ່າງ​ໃຫຍ່​ໂຕ ​ເປັນ​ໂຣກຫືດ ໄດ້​ຍິນ​ສຽງ​ຮ້ອງ ອອກມາແບບບໍ່ຄ່ອຍ
ແຮງຫຼາຍໆຄັ້ງວ່າ “ຂ້ອຍ​ຫາຍ​ໃຈ​ບໍ່​ອອກ”. ​ເຈົ້າ​ໜ້າ​ທີ່​ກວດ​ສອບ​ດ້ານ​ການແພດ ຕັດສິນ
​ວ່າ ການ​ຕາຍ​ຂອງ​ນາຍ Garner ​ເປັນການ​ຄາດ​ຕະກຳ ​ເນື່ອງ​ຈາກ​ການ​ຮັດ​ຄໍ​ຜູ້ກ່ຽວ ຊຶ່ງ​ເປັນ​ວິທີ​ການ​ດຳ​ເນີນ​ງານ​ທີ່​ກົມ​ຕຳຫຼວດ​ນະຄອນ​ນີວຢອກ​ຫ້າມ​ໃຊ້ຕັ້ງ​ແຕ່​ປີ 1993 ​ເປັນ
​ຕົ້ນ​ມາ.

ທ່ານ Eric Holder ລັດຖະມົນຕີ​ຍຸຕິ​ທຳ ສະຫະລັດ ປະກາດ​ໃຫ້​ຮູ້​ໃນ​ແລງ​ວັນ​ພຸດ​ວານ​ນີ້​ວ່າ ທ່ານ​ຈະ​ທຳ​ການ​ສືບສວນ​ສອບ​ສວນ​ກ່ຽວ​ກັບສິດທິ​ພົນລະ​ເມືອງ​ຂອງ​ລັດຖະບານ​ກາງ ໃນ​ການ​ເສຍ​ຊີວິດ​ຂອງ​ນາຍ Garner ນີ້ ອັນ​ເປັນ​ການ​ເຄື່ອນ​ໄຫວ ທີ່​ຄອບຄົວ​ຂອງ​ນາຍ Gerner ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ຮຽກຮ້ອງ​ໃຫ້​ມີ​ຂຶ້ນ​ໃນ​ຫວ່າງ​ບໍ່ເທົ່າ​ໃດ​ເດືອນ ​ຜ່າ​ນມາ
​ນີ້.

ການ​ຕັດສິນ​ ​ບໍ່​ທຳ​ການ​ຟ້ອງ​ຮ້ອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ Daniel Pantaleo ມີ​ຂຶ້ນ​ໃນ​ເວລາ​
ບໍ່​ຮອດ 2 ອາທິດ​ຫຼັງ​ຈາກ​ຄະນະ​ຕຸລາການຈຸ​ນຶ່ງ​ໃນ​ເມືອງ Ferguson ລັດ Missouri ປະ
ຕິ​ເສດ​ບໍ່​ຍອມ​ຟ້ອງ​ຮ້ອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຜີວ​ຂາວ ທີ່​ໄດ້​ຍິງ​ໄວ​ລຸ້ນຜີວ​ດຳ​ຄົນ​ນຶ່ງ​ທີ່​ບໍ່​ມີ ອາ
ວຸດ​ຕິດໂຕ ຕາຍ ​ໃນ​ລະຫວ່າງ​ການ​ປະ​ເຊີນ​ໜ້າ​ກັນ​ຢູ່​ຖະໜົນ​ສາຍ​ນຶ່ງ​ນັ້ນ.

uspolicechokehold4december14
please wait

No media source currently available

0:00 0:02:54 0:00

XS
SM
MD
LG