ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຣ່ານ ເພີ້ມ​ການ​ປາບ​ປາມ ​ການ​ປະ​ທ້ວງ ໃນ​ເຂດ​ຊາວ​ເຄີດ


ພາບ​ທີ່​ຖ່າຍ​ຈາກວີ​ດີ​ໂອ​ຂອງ​ຜູ້​ຊົມ​ໃຊ້​ທວີດ​ເຕີ້ ນຳ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ທີ 9 ຕຸ​ລາ 2022 ສະ​ແດງ​ໃຫ້​ເຫັນ ພວກ​ນັກ​ສຶກ​ສາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ອາ​ຊາດ ໃນ​ເຕ​ຫະ​ຣ່ານ ເຂົ້າ​ຮ່ວມ​ການ​ປະ​ທ້ວງ ໂດຍ​ເອົາ​ສີ​ແດງທາ​ໃສ່​ມື​ເຂົາ​ເຈົ້າ ອັນ​ເປັນ​ສັນ​ຍາ​ລັກ​ຂອງ​ເລືອດ. (Photo by UGC/AFP)
ພາບ​ທີ່​ຖ່າຍ​ຈາກວີ​ດີ​ໂອ​ຂອງ​ຜູ້​ຊົມ​ໃຊ້​ທວີດ​ເຕີ້ ນຳ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ທີ 9 ຕຸ​ລາ 2022 ສະ​ແດງ​ໃຫ້​ເຫັນ ພວກ​ນັກ​ສຶກ​ສາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ອາ​ຊາດ ໃນ​ເຕ​ຫະ​ຣ່ານ ເຂົ້າ​ຮ່ວມ​ການ​ປະ​ທ້ວງ ໂດຍ​ເອົາ​ສີ​ແດງທາ​ໃສ່​ມື​ເຂົາ​ເຈົ້າ ອັນ​ເປັນ​ສັນ​ຍາ​ລັກ​ຂອງ​ເລືອດ. (Photo by UGC/AFP)

ອີ​ຣ່ານ ​ເພີ້ມ​ທະ​ວີ​ການ​ປາບ​ປາມຢູ່ໃນ​ເຂດ​ຊາວ​ເຄີດ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ ໃນວັນ​ອັງ​ຄານມື້ນີ້ ​ເພື່ອ​ປາ​ບ​ປາມ​ການ​ປະ​ທ້ວງ ຊຶ່ງ​ເລີ້ມຂຶ້ນຈາກ​ການ​ເສຍ​ຊີ​ວິດ​ຂອງ​ຍິງ​ສາວ​ຄົນ​ນຶ່ງ ອາ​ຍຸ 22 ປີ ລະ​ຫວ່າງ​ທີ່​ຢູ່​ພາຍ​ໃຕ້​ການ​ຄຸມ​ຂັງ​ຂອງ​ຕຳ​ຫຼວດ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ນັກ​ເຄື່ອນ​ໄຫວ.

ຕຳ​ຫຼວດ​ປາບ​ຈະ​ລາ​ຈົນ​ໄດ້​ຍິງ​ປືນ​ເຂົ້າ​ໃສ່​ພວກ​ປະ​ທ້ວງ ຢ່າງ​ໜ້ອຍ​ຢູ່​ທີ່​ຄຸ້ມ​ນຶ່ງ​ຂອງ​ເມືອງ​ຊາ​ນານ​ດາ​ຈ ຊຶ່ງ​ເປັນ​ເມືອງ​ເອກ​ຂອງ​ແຂວງ​ເຄີ​ດ​ດິ​ສ​ຕານຂອງ​ອີ​ຣ່ານ ໃນ​ຂະ​ນະ​ທີ່​ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ ແລະ​ທີ່​ປຶກ​ສາ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອ​ງ​ທຳ​ນຽບ​ຂາວ ຕ້ອງ​ຕິ​ການ​ກໍ່​ຄວາມ​ຮຸນ​ແຮງ​ທີ່​ແນ​ໃສ່​ພວກ​ເດີນ​ຂະ​ບວນ ທີ່​ມີ​ຄ​ວາມ​ໂກດ​ແຄ້ນ​ຍ້ອນ​ການ​ເສຍ​ຊີ​ວິດ​ຂອງ​ນາງ​ມາ​ຊາ ອາ​ມີ​ນີ.

ໃນ​ຂະ​ນະ​ດຽວ​ກັນ ພວກ​ຄົນ​ງ​ານ​ນ້ຳ​ມັນ​ ໃນ​ວັນ​ຈັນ​ວານນີ້​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ປະ​ທ້ວງ​ທີ່​ໂຮງ​ງານ​ກັ່ນ​ນ້ຳ​ມັນ​ສຳ​ຄັນ 2 ແຫ່ງ ຊຶ່ງ​ນັບ​ເປັນ​ເທື່ອ​ທຳ​ອິດ​ທີ່​ມີ​ການ​ນຳ​ເອົາ​ອຸດ​ສາ​ຫະ​ກຳ​ທີ່​ສຳ​ຄັນ​ຂອງ​ພວກ​ນັກ​ສອນ​ສາ​ສະ​ໜາ​ອິ​ສ​ລາມ​ທີ່​ປົກ​ຄອງ​ປະ​ເທດ​ຢູ່​ໃນ​ເວ​ລານີ້.

ລັດ​ຖະ​ບານ​ອີ​ຣ່ານ​ຢືນ​ຢັດ​ວ່າ ນາງ​ອາ​ມີ​ນີ​ບໍ່​ໄດ້​ຖືກ​ປະ​ຕິ​ບັດ​ຕໍ່​ໃນ​ທາ​ງ​ທີ່​ບໍ່​ຖືກ​ຕ້ອງ ແຕ່​ຄອບ​ຄົວ​ຂອງ​ນາງ​ກ່າວ​ວ່າ ໂຕ​ຂອງ​ນາງ​ມີ​ຮອຍ​ຟົກ​ຊ້ຳ​ແລະ​ການ​ທຸບ​ຕີ​ອື່ນໆ. ວີ​ດີ​ໂອ​ໃນ​ເວ​ລາ​ຕໍ່​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ ກຳ​ລັງ​ຂອງ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ໄດ້​ທຸບ​ຕີ​ແລະ​ກໍ​ຍູ້​ພວກ​ປະ​ທ້ວງ​ແມ່​ຍິງ ຮວມ​ທັງ​ພວກ​ແມ່​ຍິງ​ທີ່​ຜ້າ​ປົກ​ຫົວ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຂາດ​ອອກ.

ແຕ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ແລະ​ໃນ​ບ່ອນ​ອື່ນໆ​ນັ້ນ ໄດ້​ມີ​ການ​ນຳ​ວີ​ດີ​ໂອ​ອອກ​ເຜີຍ​ແຜ່​ທາງ​ອອນ​ລາຍ​ນ໌ ທັງໆ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ລົບ​ກວນ​ຕໍ່​ອິນ​ເຕີ​ແນັດ. ວີ​ດີ​ໂອ​ໃນ​ມື້​ວັນ​ຈັນ​ວານນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແລ​ະ​ໂຮງ​ຮຽນ​ມັດ​ທະ​ຍາມ​ປາຍໄດ້​ພາ​ກັນ​ເດີນ​ຂະ​ບວນ​ແລະ​ຮ້ອງ​ຄຳ​ຂວັນ​ຕໍ່​ຕ້ານ ຊຶ່ງ​ມີ​ພວກ​ແມ່​ຍິງ​ແລະ​ເດັກ​ຍິງ​ເດີນ​ຂະ​ບວນ​ໄປ​ຕາມ​ຖະ​ໜົນ​ຫົນ​ທາງ​ສາຍ​ຕ່າງໆ ໂດຍ​ບໍ່​ໄດ້​ພາ​ກັນ​ໃສ່​ຜ້າ​ປົກ​ຫົວ ໃນ​ຂະ​ນະ​ທີ່​ການ​ປະ​ທ້ວງ​ຍັງ​ດຳ​ເນີນ​ຕໍ່​ໄປ ກ້າວ​ເຂົ້າ​ສູ່​ອາ​ທິດ​ທີ​ສີ່. ການ​ການ​ເດີນ​ຂະ​ບວນ​ດັ່ງ​ກ່າວນີ້ ແມ່ນ​ນຶ່ງ​ໃນ​ການ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ​ຕໍ່​ພວກ​ນັກ​ສອນ​ສາ​ສະ​ໜາ​ຂອງ​ອີ​ຣ່ານ ນັບ​ຕັ້ງ​ແຕ່​ໄດ້​ມີ​ຂະ​ບວນ​ການ​ປະ​ທ້ວງ​ສີ​ຂຽວ ໃນ​ປີ 2009.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG