ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການປະທ້ວງ ໄດ້ກໍ່ໂຕຂຶ້ນ ຢູ່ໃກ້ໆກອງປະຊຸມສຸດຍອດ APEC ໃນບາງກອກ ​ນະ​ຄອນ​ຫຼວງຂອງໄທ

ພວກປະທ້ວງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດ ໃນລະຫວ່າງການເດີນຂະບວນປະທ້ວງ ຢູ່ໃກ້ໆ ກອງປະຊຸມ ການຮ່ວມມືດ້ານເສດຖະກິດ ຂອງເຂດເອເຊຍ ແລະປາຊີຟິກ, ວັນທີ 17 ພະຈິກ 2022, ໃນນະຄອນຫຼວງບາງກອກ ຂອງໄທ.
ພວກປະທ້ວງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດ ໃນລະຫວ່າງການເດີນຂະບວນປະທ້ວງ ຢູ່ໃກ້ໆ ກອງປະຊຸມ ການຮ່ວມມືດ້ານເສດຖະກິດ ຂອງເຂດເອເຊຍ ແລະປາຊີຟິກ, ວັນທີ 17 ພະຈິກ 2022, ໃນນະຄອນຫຼວງບາງກອກ ຂອງໄທ.

ພວກປະທ້ວງເພື່ອປະຊາທິປະໄຕ ໄດ້ປະທະກັບຕຳຫຼວດປາບຈະລາຈົນຢູ່ບາງກອກ ໃນວັນພະຫັດວານນີ້ ພຽງຮ້ອຍກວ່າແມັດຈາກສະຖານທີ່ຈັດກອງປະຊຸມສຸດຍອດ ການຮ່ວມໄມ້ຮ່ວມມືດ້ານເສດຖະກິດໃນເຂດເອເຊຍ ແລະປາຊີຟິກ ຫຼື APEC ບ່ອນທີ່ບັນດາຜູ້ນຳຈາກ ສະຫະລັດ ຈີນ ແລະ 19 ປະເທດອື່ນໆ ໃນຂົງເຂດມະຫາສະມຸດປາຊີຟິກ ກຳລັງປະຊຸມກັນ.

ຕຳຫຼວດຫຼາຍສິບພັນຄົນ ແລະກຳລັງທະຫານກອງທັບບົກ ໄດ້ຖືກສົ່ງໄປປະຈຳການ ຢູ່ແຫ່ງຕ່າງໆທົ່ວນະຄອນຫຼວງໄທ ເພື່ອສະກັດກັ້ນກຸ່ມພວກປະທ້ວງທັງຫຼາຍ ບໍ່ໃຫ້ຈັດຕັ້ງການໂຮມຊຸມນຸມທີ່ໃຫຍ່ຂຶ້ນກວ່າເກົ່າ ໃນການປະທ້ວງຕໍ່ຕ້ານນະໂຍບາຍຕ່າງໆ ທີ່ໄດ້ສົ່ງເສີມໂດຍນາຍົກລັດຖະມົນຕີ ປຣະຍຸດ ຈັນໂອຊາ.

ທ່ານປຣະຍຸດ ຜູ້ທີ່ໄດ້ເຂົ້າກຳອຳນາດໃນປີ 2014 ດ້ວຍການກໍ່ລັດຖະປະຫານ ແລະຕໍ່ຈາກນັ້ນມາ ໄດ້ຖືກແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີ ພາຍໃຕ້ລັດຖະທຳມະນູນຊົ່ວຄາວຫຼັງການກໍ່ລັດຖະປະຫານ ໄດ້ຮຽກຮ້ອງຕໍ່ພວກປະທ້ວງໃຫ້ເຊົາໄວ້ກ່ອນ ໃນລະຫວ່າງກອງປະຊຸມສຸດຍອດ.

“ຢ່າເຮັດໃຫ້ຄວາມງົດງາມຂອງປະເທດພວກເຮົາເຊື່ອມເສຍ ເຈົ້າຕ້ອງເຫັນອົກເຫັນໃຈກຳລັງຮັກສາຄວາມສະຫງົບ” ທ່ານປຣະຍຸດ ໄດ້ກ່າວຕໍ່ບັນດານັກຂ່າວ ໃນອາທິດນີ້ ຫຼັງຈາກທີ່ໄດ້ເດີນທາງກັບຄືນມາ ຈາກກອງປະຊຸມສຸດຍອດຂອງ ສະມາຄົມປະເທດຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ຢູ່ໃນປະເທດກຳປູເຈຍ.

ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ແລະພັນລະຍາ ຍານາງ ນາຣາພອນ ຈັນໂອຊາ, ຊ້າຍ, ພວມຕ້ອນຮັບ ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ກາງ, ແລະພັນລະຍາ ຍານາງເຜິງ ລີຢວນ ຂະນະທີ່ພວກເພິ່ນ ເດີນທາງໄປຮອດ ສະໜາມບິນສາກົນ ສຸວັນນະພູມີ, ວັນທີ 17 ພະຈິກ 2022, ໃນນະຄອນຫຼວງບາງກອກ, ເພື່ອກອງປະຊຸມສຸດຍອດ APEC. (Thailand Government Spokesman's Office via AP)

ເມື່ອບໍ່ເທົ່າໃດປີຜ່ານມານີ້ ທ່ານປຣະຍຸດ ໄດ້ປະເຊີນກັບການປະທ້ວງຢູ່ຕາມຖະໜົນຫົນທາງດ້ວຍຄວາມຄຽດແຄ້ນຂອງປະຊາຊົນ ຊຶ່ງບາງຄັ້ງໄດ້ກາຍເປັນຄວາມຮຸນແຮງ ພ້ອມກັນກັບການຮຽກຮ້ອງໃຫ້ທ່ານລາອອກຈາກຕຳແໜ່ງ ແລະບອກໃຫ້ຈັດການເລືອກຕັ້ງທົ່ວໄປ.

ໃນເດືອນກັນຍາ ສານສູງສຸດຂອງໄທ ໄດ້ຕັດສິນວ່າ ທ່ານປຣະຍຸດ ສາມາດດຳລົງຕຳແໜ່ງຕໍ່ໄປໄດ້ ຈົນກວ່າມີການເລືອກຕັ້ງ ຢ່າງໜ້ອຍໃນປີໜ້ານີ້ ຊຶ່ງເປັນການແກ້ໄຂບັນຫາຂັດແຍ້ງທາງດ້ານກົດໝາຍ ທີ່ສະທ້ອນໃຫ້ເຫັນເຖິງການແບ່ງແຍກທີ່ຝັງເລິກໃນການເມືອງຂອງປະເທດ ແລະເປັນການຕັດຄວາມພະຍາ ຍາມຂອງພັກຝ່າຍຄ້ານ ທີ່ຈະ​ປົດຜູ້ນຳທ່ານນີ້ ອອກຈາກຕຳແໜ່ງ.

ຄວາມເຄັ່ງຕຶງໄດ້ເພີ້ມສູງຂຶ້ນໃນບໍ່ເທົ່າໃດວັນ ກ່ອນໜ້າກອງປະຊຸມສຸດຍອດໂດຍມີຕຳຫຼວດຂັບໄລ່ພວກປະທ້ວງກຸ່ມນ້ອຍໆ ຜ່ານຮ້ານຄ້າຕ່າງໆ ຜ່ານລະບົບຂົນສົ່ງມວນຊົນ ແລະສະຖານທີ່ສາທາລະນະແຫ່ງຕ່າງໆ ບ່ອນທີ່ພວກເຂົາໄດ້ພະຍາຍາມຈັດຕັ້ງການປະທ້ວງຂຶ້ນຢ່າງວ່ອງໄວ ຫຼື ນຳເອົາປ້າຍຕໍ່ຕ້ານທ່ານປຣະຍຸດ ຂຶ້ນໄປຕິດຕັ້ງຢູ່ແຫ່ງຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG