ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ລະເບີດຂຶ້ນ ຢູ່ໃນອັຟການິສຖານ ດ້ວຍສາເຫດທີ່ສະຫະລັດ ກັກຊັບສິນຫຼັງ​ຈາກ​ກຸ່ມ​ຕາ​ລີ​ບານ ເຂົ້າ​ຢຶດ​ອຳ​ນາດ


ຜູ້ປະທ້ວງພາກັນຖືປ້າຍທີ່ອ່ານວ່າ "ໃຫ້ພວກເຮົາໄດ້ກິນແດ່" ກ່ອນການເດີນຂະບວນປະທ້ວງຕາມຖະໜົນ ໃນນະຄອນຫຼວງກາບູລ, ວັນທີ 21 ທັນວາ 2021. ໃນຂະນະທີ່ປະເທດກໍາລັງຕໍ່ສູ້ກັບວິກິດການທາງດ້ານເສດຖະກິດທີ່ຮ້າຍແຮງ.
ຜູ້ປະທ້ວງພາກັນຖືປ້າຍທີ່ອ່ານວ່າ "ໃຫ້ພວກເຮົາໄດ້ກິນແດ່" ກ່ອນການເດີນຂະບວນປະທ້ວງຕາມຖະໜົນ ໃນນະຄອນຫຼວງກາບູລ, ວັນທີ 21 ທັນວາ 2021. ໃນຂະນະທີ່ປະເທດກໍາລັງຕໍ່ສູ້ກັບວິກິດການທາງດ້ານເສດຖະກິດທີ່ຮ້າຍແຮງ.

ຜູ້ປະທ້ວງຫຼາຍຮ້ອຍຄົນ ໄດ້ພາກັນເດີນຂະບວນໄປ​ຕາມຖະໜົນ​ສາຍ​ຕ່າງໆຂອງນະຄອນຫຼວງກາບູລ ໃນວັນອັງຄານວານນີ້ ເພື່ອຮຽກຮ້ອງໃຫ້ສະຫະລັດຍົກເລີກການ​ກັກຊັບສິນທາງການເງິນຂອງອັຟການິສຖານ.

ພວກປະທ້ວງໄດ້ພາກັນຮ້ອງຄໍາຂັວນຕໍ່ຕ້ານອາເມຣິກາ ແລະຮວມໂຕກັນຢູ່ໜ້າສະຖານທູດສະຫະລັດທີ່ຖືກປິດ ຢູ່ໃນນະຄອນຫຼວງຂອງອັຟການິສຖານ, ພ້ອມດ້ວຍປ້າຍທີ່ຂຽນວ່າ “ສົ່ງເງິນທີ່ຖືກກັກຂອງພວກເຮົາຄືນມາ” ແລະ “ໃຫ້ພວກເຮົາໄດ້ກິນແດ່.”

ໃນອີກດ້ານ​ນຶ່ງນັ້ນ, ໂຕແທນດ້ານທຸລະກິດເອກະຊົນຊາວອັຟການິສຖານຫຼາຍສິບຄົນ ໄດ້ຈັດການໂຮມຊຸມນຸມຢູ່ໃນນະຄອນຫຼວງກາບູລ ເພື່ອຮຽກຮ້ອງໃຫ້ວໍຊິງຕັນ ຈົ່ງປ່ອຍ​ເງິນ​ຕາຕ່າງປະເທດ​ສຳ​ຮອງ ຂອງພວກເຂົາເຈົ້າ. ເຊິ່ງພວກເຂົາເຈົ້າຢືນຢັດວ່າ ມາດຕະການລົງໂທດທີ່ແນເປົ້າໃສ່ກຸ່ມຕາລິບານນັ້ນ ໄດ້ “ສົ່ງຜົນກະທົບອັນຮ້າຍແຮງ” ໂດຍກົງໃສ່ພາກເອກະຊົນ ແລະພະນັກງານເຮັດວຽກທົ່ວໄປ “ທີ່ບໍ່ກ່ຽວຂ້ອງກັບການເມືອງ.”

ບັນດາຜູ້ຈັດການ​ໂຮມ​ຊຸມ​ນຸມ ໄດ້ແຈກຢາຍສໍາເນົາຈົດໝາຍແບບເປີດ ສົ່ງເຖິງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ, ເຊິ່ງພວກເຂົາເຈົ້າໄດ້ຂຽນວ່າ ການຫຼົ້ມສະຫຼາຍຂອງລັດຖະບານອັຟການິສຖານ ທີ່ໄດ້ຮັບການສະໜັບສະໜຸນຈາກປະເທດຕາເວັນຕົກນັ້ນ ເຮັດໃຫ້ມີໜີ້ຄ້າງຊໍາລະຢູ່ 600 ລ້ານໂດລາສໍາລັບການບໍລິການ ພາຍໃຕ້ສັນຍາລັດຖະບານ ໂຄງການຕ່າງໆທີ່​ໄດ້​ຮັບ​ທຶນຂອງນານາຊາດ.

ວໍຊິງຕັນ ໄດ້ກັກ​ການເຂົ້າເຖິງເງິນທຶນຂອງລັດຖະບານກາບູລ ປະມານ 9 ຕື້ 400 ລ້ານໂດລາ ເຊິ່ງສ່ວນໃຫຍ່ແມ່ນຢູ່ໃນທະນາຄານກາງຂອງສະຫະລັດ ໃນທັນທີທີ່ກຸ່ມອິສລາມຕາລິບານເຂົ້າຢຶດຄອງປະເທດທີ່ຖືກທໍາລາຍຈາກສົງຄາມນັ້ນໃນກາງເດືອນສິງຫາທີ່ຜ່ານມາ.

ການກັກເງິນ ແລະການຂວໍ້າບາດຈາກນານາຊາດ ໄດ້ເຮັດໃຫ້ເສດຖະກິດຂອງ ອັຟການິສຖານ ເຊິ່ງໄດ້ເພິ່ງພາການຊ່ວຍເຫຼືອຈາກພາຍນອກໃນຊ່ວງ 20 ປີທີ່ຜ່ານມາຢ່າງໜັກນັ້ນ ໃກ້ຈະເຖິງຂັ້ນຫຼົ້ມສະຫຼາຍແລ້ວ. ທະນາຄານໂລກ ແລະກອງທຶນການເງິນລະຫວ່າງປະເທດ ກໍໄດ້ໂຈະການຊ່ວຍເຫຼືອທາງການເງິນ ສໍາລັບໂຄງການພັດທະນາຕ່າງໆເຊັ່ນກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG