ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະທ້ວງ ຢູ່ໃນເມືອງ Ferguson ພວມມີ ຄວາມງຽບ ສະຫງົບລົງ


ການສັນຈອນເຄຶ່ອນຍ້າຍ ສະດວກສະບາຍ ໃນຂະນະທີ່ກຸ່ມ ປະທ້ວງນ້ອຍໆຍັງເຕົ້າໂຮມກັນຢູ່ໃນເມືອງ Ferguson.
ການສັນຈອນເຄຶ່ອນຍ້າຍ ສະດວກສະບາຍ ໃນຂະນະທີ່ກຸ່ມ ປະທ້ວງນ້ອຍໆຍັງເຕົ້າໂຮມກັນຢູ່ໃນເມືອງ Ferguson.

ເມືອງ Ferguson ​ທີ່ຢູ່​ພາກ​ກາງ​ຂອງ ສະຫະລັດ ​ໃນລັດ
Missouri ​ໄດ້​ມິດ​ງຽບ​ລົງ​ຫລາ​ຍ ​ໃນ​ຄືນວັນ​ອັງຄານ​ວານ​ນີ້ ​ໃນ
ຂະນະ​ທີ່​ຕຳຫລວດປາບ​ຈາລະ​ຈົນ ​ໄດ້​ປາກົດ​ໂຕ​ຫລາຍ​ກວ່າ
ພວກ​ປະ​ທ້ວງ ທີ່​ມີ​ຈຳນວນ​ໜ້ອຍ​ກວ່າ ອັນ​ເປັນ​ຂີດ​ໝາຍ​ຄົບ
ຮອບ​ນຶ່ງ​ປີ ຂອງ​ການ​ຍິງ​ຜູ້​ຊາຍ​ຜິວ​ດຳ​ ທີ່​ບໍ່​ມີອາວຸດ ຕາຍ ​ໂດຍ​
ຕຳຫລວດ​ຜີວ​ຂາວ.

​ໃນ​ຂະນະ​ຕອນ​ທ່ຽງ​ຄືນກ້າວ​ມາ​ເຖິງ ຫລາຍ​ສິບ​ຄົນ​ໄດ້​ພາ​ກັນ
​ໄປ​ເຕົ້າ​ໂຮມ​ຢູ່​ຕາມ​ຖະໜົນ​ຫົນທາງ ສ່ວນ​ໃຫຍ່​ແລ້ວ​ພາກັນຢືນ​
ຢູ່ຢ່າງ​ມິດໆ ຢູ່​ແຄມ​ທາງ.

ມັນ​ເປັນ​ການ​ເລີ້ມ​ຕົ້ນ​ທີ່​ກົງກັນຂ້າມ​ກັບ​ຄືນ​ວັນ​ຈັນ ​ເວລາ​ຕຳຫລວດ​ໄດ້​ຈັບ​ພວກ​ປະ​ທ້ວງ
ປະມານຊາວ​ກວ່າ​ຄົນ ​ທີ່​ຊານ​ເມືອງ St Louis ຫລັງ​ຈາກ​ພວກ​ປະ​ທ້ວງ ​ໄດ້ແກວ່ງ​ກ້ອນ
​ຫີນ ​ແລະ​ແກ້ວ​ໃສ່​ເຂົາ​ເຈົ້າ.

ພາບ​ຂອງ​ຄວາມ​ອຶກ​ກະ​ທຶກ​ຄຶກ​ໂຄມ ​ໃນ​ຖະໜົນ​ເມືອງ Ferguson ຊຶ່ງ​ສ່ວນ​ໃຫຍ່​ເປັນ
​ພວກ​ປະ​ທ້ວງ​ຜີ​ວດຳ ປະ​ທະ​ກັນ​ກັບ​ຕຳ​ຫລວດ ປະກອບ​ອຸຸບປະກອນ ປາບຈາລະ​ຈົນ
ໄດ້ເຮັດ​ໃຫ້​ເກີດຄວາ​ມສັບສົນ​ຫລາຍ​ຂື້ນ ​ໂດຍ​ການ​ປາກົດ​ໂຕ​ຂອງ ​ກຸ່​ມ​ໃໝ່ ​ໃນ​ຂະນະ​ທີ່
ພວກ​ທະຫານ​ບ້ານຮ້ອງ​ຕົນ​ເອງວ່າ ຜູ້​ຮັກສາ​ຄຳ​ປະຕິ​ຍານ ​ນຸ່ງ​ເຄື່ອງ​ກັນ​ກະ​ສູນ ​ແລະ​ຖື​ປືນ
​ຍາວ ​ແລະ​ປືນ​ສັ້ນ.

ກຸ່ມ​ເຄື່ອນ​ໄຫວ​ຕ້ານ​ລັດຖະບານດ່ັງ​ກາວ ​ເວົ້າ​ວ່າ ​ຢູ່​ໃນ​ເມືອງ Ferguson ​ແມ່ນ​ເພື່ອ​ປ້ອງ​
ກັນ​ບັນດາ​ທຸລະ​ກິດ ຈາກ​ພວກ​ອາ​ລະວາ​ດ ​ແລະ​ລັກ​ເອົາ​ເຄຶ່ອງຂອງ ​ແຕ່​ວ່າ ຫົວໜ້າ​ຕຳ
ຫລວດ ​ເມື​ອງ St Louis ທ່ານ Jon Belmar ກ່າວ​ວ່າ ການ​ປາກົດ​ໂຕ​ຂອງ​ເຂົາ​ເຈົ້າ​
​ແມ່ນທັງ​ສອງ​ຢ່າງ ຄື“ບໍ່​ຈຳ​ເປັນ ​ແລະສ້າງ​ຄວາມ​ສັບສົນ.”

​ໃນ​ຂະນະ​ທີ່​ຄຳ່ຄືນ​ວັນ​ຈັນ​ໄດ້​ມາ​ເຖິງ ພວກ​ປະ​ທ້ວງ​ຫລາຍ​ສິບ​ຄົນ ​ໄດ້​ທ້າ​ທາຍ​ຄຳ​ສັ່ງ​
ຕຳຫລວດ ຊຳ້ແລ້​ວຊຳ້​ອີກ​ໃຫ້​ໜີ​ອອກ​ຈາກ​ຖະໜົນ​ຫົນ​ທາງ​ ​ແລະ​ຢຸດ​ການ​ສັນຈອນ​ຢູ່
ຖະໜົນ West Florissant ບ່ອນ​ທີ່​ເຫັນ​ພາບຂອງ​ຄວາມ​ວຸ້ນວາຍ ​ແລະ​ລັກເອົາ​ສິ່ງ​ຂອງ​
ໃນ​ປີ​ກາຍ​ນີ້ ຫລັງ​ຈາກ​ການ​ຍິງ ທ້າວ Micheal Brown ຕາຍ​ຢູ່​ໃນ​ກຳ​ມື​ຂອງ ​ເຈົ້າ​ໜ້າ​ທີ່
​ຕຳຫລວດ Darren Wilson.

ການ​ປະ​ທ້ວງ​ທີ່​ຕິດ​ຕາມ​ ການ​ສັງຫານ​ ທ້າວ Brown ​ໃນ​ເດືອນ​ສິງຫາ ປີ 2014 ຢູ່​ຕາມ
​ຊານ​ເມືອງ St Louis ໄດ້ກາຍເປັນ​ຂ່າວ​ໃຫຍ່​ຂອງ​ປະ​ເທດ ​ແລະ​ໄດ້​ເຮັດ​ໃຫ້​ມີ​ການ​ຮ້ອງ
​ໂຮ ​ໃຫ້​ດູ​ແລ​ບັນດາ​ຊົນ​ກຸ່ມ​ນ້ອຍ​ໃຫ້​ດີ​ຂື້ນ ​ໂດຍ​ເຈົ້າ​ໜ້າ​ທີ່​ຕຳຫລວດ.

​ໃນຄຳ່ຄືນວັນ​ອາທິດ ທີ່​ເມືອງ Ferguson ບັນດາ​ເຈົ້າ​ໜ້າ​ທີ່ໄດ້​ຍິງ ຜູ້​ຊາຍ​ອາຍຸ 18 ປີ ເຮັດ​
ໃຫ້​ບາດ​ເຈັບຢ່າງ​ຮ້າຍ​ແຮງ ຊ່ຶງເປັນ​ຜູ້​ຕ້ອງ​ສົງ​ໃສ​ ວ່າ​ໄດ້ເປີດ​ສາກ​ຍິງ​ໃສ່​ເຂົາ​ເຈົ້າ ​ອັນນຳ
ພາໄປ​ສູ່​ການ​ກ່າວ​ຟ້ອງ​ແລະໄດ້​ປະກາດ​ພາວະ​ສຸກ​ເສີນ​ຢູ່​ໃນ​ເມືອງ St Louis ​ເພື່ອ​ຢັບຢັ້ງ​
ຄວາມ ຮຸນ​ແຮງຕໍ່​ໄປ.

XS
SM
MD
LG