ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຍັງດຳເນີນ ຕໍ່ມາ ກ່ຽວກັບ ການກັກຂັງ ພວກຄົນເຂົ້າເມືອງ ຜິດກົດໝາຍ


ພວກປະທ້ວງຂວາງທາງລົດບັສ ຄັນນຶ່ງ ທີ່ມີພວກເດັກນ້ອຍ ທີ່ເຂົ້າເມືອງ ໂດຍສານຢູ່ ໃນລະຫວ່າງການປະທ້ວງ ຢູ່ນອກສູນດຳເນີນການ ຂອງສະຖານທີ່ ລາດຕະເວນຊາຍແດນ ສະຫະລັດ. 23 ມິຖຸນາ, 2018. ເມືອງ ແມັກອາເລັນ, ລັດ ເທັກຊັສ.
ພວກປະທ້ວງຂວາງທາງລົດບັສ ຄັນນຶ່ງ ທີ່ມີພວກເດັກນ້ອຍ ທີ່ເຂົ້າເມືອງ ໂດຍສານຢູ່ ໃນລະຫວ່າງການປະທ້ວງ ຢູ່ນອກສູນດຳເນີນການ ຂອງສະຖານທີ່ ລາດຕະເວນຊາຍແດນ ສະຫະລັດ. 23 ມິຖຸນາ, 2018. ເມືອງ ແມັກອາເລັນ, ລັດ ເທັກຊັສ.

ການປະທ້ວງ ກ່ຽວກັບ ການປະຕິບັດຕໍ່ພວກຄົນເຂົ້າເມືອງທີ່ຖືກກັກຂັງໃນລັດ ເທັກຊັສ
ທີ່ເດີນທາງເຂົ້າ ສະຫະລັດ ຢ່າງຜິດກົດໝາຍແມ່ນໄດ້ດຳເນີນຕໍ່ໄປ ເຖິງແມ່ນວ່າລັດຖະ
ບານທ່ານ ທຣຳ ໄດ້ຕ່າວປີ້ນການປະຕິບັດ ທີ່ເປັນບັນຫາຄັ້ງໃຫຍ່ ໃນການແຍກພໍ່ແມ່
ແລະ ເດັກນ້ອຍອອກຈາກກັນ ຢູ່ເຂດຊາຍແດນ ເມື່ອວັນພຸດສັບປະດາແລ້ວນີ້.

ໃນວັນອາທິດວານນີ້, ຜູ້ເປັນພໍ່ແມ່ປະມານ 30 ຄົນ ທີ່ຖືກແຍກອອກຈາກລູກຂອງເຂົາ
ເຈົ້າໂດຍເຈົ້າໜ້າທີ່ລາດຕະເວນຊາຍແດນ ແລະ ພາສີ ສະຫະລັດ ແມ່ນໄດ້ຮັບການ
ປ່ອຍຕົວ. ບັນດາເຈົ້າໜ້າທີ່ ສະຫະ ລັດ ໄດ້ຖອນຂໍ້ກ່າວຫາທາງອາຍາ ຕໍ່ຜູ້ເປັນພໍ່ແມ່
ທີ່ວ່ານັ້ນ, ຜູ້ທີ່ຖືກຈັບໃນການເດີນທາງເຂົ້າປະເທດຢ່າງຜິດກົດໝາຍ.

ອົງການ ແອນນັນຊີເອຊັນ ຮາວສ໌ (Annunciation House), ຕັ້ງຢູ່ໃນເມືອງ ແອລ
ປາໂຊ (El Paso), ລັດ ເທັກຊັສ, ເປັນອົງການທີ່ຊ່ວຍເຫຼືອພວກຄົນເຂົ້າເມືອງໄດ້ເວົ້າ
ວ່າ ເຂົາເຈົ້າຈະໄດ້ຮັບຕົວພໍ່ແມ່ທີ່ວ່ານັ້ນ. ແຕ່ຍັງບໍ່ເປັນທີ່ຮູ້ຈັກເທື່ອວ່າ ເວລາໃດເຂົາ
ເຈົ້າຈຶ່ງຈະໄດ້ພົບພໍ້ ກັບພວກລູກຂອງເຂົາເຈົ້າ.

ຜູ້ອຳນວຍການອົງການ Annunciation House ທ່ານ ຣູເບັນ ກາເຊຍ ໄດ້ກ່າວວ່າ,
“ມັນເປັນຄວາມເຂົ້າໃຈຂອງຂ້າພະເຈົ້າວ່າ ຂໍ້ກ່າວຫາຕ່າງໆແມ່ນບໍ່ໄດ້ຖືກຍົກເລີກ
ໂດຍຜູ້ພິພາກສາ, ແຕ່ໃນທາງກົງກັນ ຂ້າມມັນໄດ້ຖືກຖອນໂດຍລັດຖະບານ.”

ທ່ານ ກາເຊຍ ໄດ້ເວົ້າວ່າ ພວກຄົນເຂົ້າເມືອງໄດ້ຮັບຄຳແນະນຳພຽງໜ້ອຍດຽວ, ນອກ
ເໜືອຈາກເບີໂທລະສັບເລກ 800 ເພື່ອໃຫ້ໂທຖາມ ຂໍ້ມູນ ກ່ຽວກັບ ລູກຂອງເຂົາເຈົ້າ.
ທ່ານໄດ້ເວົ້າວ່າ ພໍ່ແມ່ປະມານ 30 ຄົນແມ່ນຖືກຄວບຄຸມຕົວ ຢູ່ໃນສະຖານທີ່ຂອງ
ເມືອງ ແອລ ປາໂຊ.

ໃນຂະນະດຽວກັນ, ພວກຄົນເຂົ້າເມືອງຫຼາຍພັນຄົນ ທີ່ຖືກກັກຂັງແມ່ນກຳລັງລໍຖ້າຂຶ້ນ
ສານຢູ່, ແລະ ຫຼາຍຄົນຍັງຖືກແຍກ ຈາກລູກຂອງເຂົາ ເຈົ້າ. ໃນຂະນະທີ່ເລື່ອງທີ່ເປັນ
ບັນຫາໄດ້ຖືກເປີດເຜີຍອອກມານັ້ນ, ຊາວ ອາເມຣິກັນ ກໍໄດ້ຍິນການອະທິບາຍທີ່ຂັດ
ແຍ້ງກັນ.

ໃນວັນອາທິດວານນີ້, ປະຊາຊົນປະມານ 100 ຄົນໄດ້ເຕົ້າໂຮມກັນ ທີ່ເມືອງ ຕໍນິລໂລ,
ລັດ ເທັກຊັສ, ບ່ອນທີ່ຕູບຜ້າຕັ້ງຂອງພວກເດັກນ້ອຍ ໄດ້ຖືກສ້າງຂຶ້ນ ເພື່ອຮັບມືກັບ
ນະໂຍບາຍ “ບໍ່ມີການຜ່ອນຜັນ ຫຼື Zero Tolerance” ຂອງລັດຖະບານທ່ານ ທຣຳ.
ພວກປະທ້ວງໄດ້ຮ້ອງຄຳວ່າ, “ປ່ອຍພວກເດັກນ້ອຍດຽວນີ້!” ອີງຕາມໜັງສືພິມ ແອລ
ປາໂຊ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Protests Continue Over Migrant Detentions, Despite Policy Change
please wait

No media source currently available

0:00 0:01:57 0:00

XS
SM
MD
LG