ຄວາມຮຸນແຮງ ໄດ້ເພີ້ມທະວີຂື້ນ ໃນຢູເຄຣນ ໃນຕອນເຊົ້າວັນ
ພະຫັດມື້ນີ້ ບໍ່ພໍເທົ່າໃດຊົ່ວໂມງ ຫຼັງຈາກບັນດາຜູ້ນໍາຝ່າຍຄ້ານ
ໄດ້ຂົ່ມຂູ່ ທີ່ຈະປະເຊີນໜ້າເພີ້ມຂື້ນ ຖ້າປະທານາທິບໍດີ Viktor
Yanukovych ຫາກບໍ່ສາມາດປະຕິບັດຕາມຄໍາຮຽກຮ້ອງຂອງ
ເຂົາເຈົ້າໃຫ້ປະກາດຈັດການເລືອກຕັ້ງໃໝ່ພາຍໃນ 24 ຊົ່ວໂມງ.
ການຍື່ນຄໍາຂາດຂອງຝ່າຍຄ້ານ ມີຂື້ນນຶ່ງມື້ ຫລັງຈາກບັນດາເຈົ້າ
ໜ້າທີ່ກ່າວວ່າ ພວກປະທ້ວງຕໍ່ຕ້ານລັດຖະບານສາມຄົນ ໄດ້ຖືກ
ສັງຫານໃນການປະທະກັນກັບຕໍາຫລວດ ຊຶ່ງສອງຄົນໃນຈຳນວນ
ນີ້ແມ່ນຖືກຍິງແລະຄົນທີ່ສາມໄດ້ລົ້ມລົງຕາຍ.
ພວກປະທ້ວງຈໍານວນນຶ່ງ ກ່າວວ່າ ຕໍາຫລວດໄດ້ຕອບໂຕ້ຕໍ່ການປະທ້ວງເກີນຂອບເຂດ. ຜູ້
ປະທ້ວງຄົນນຶ່ງເວົ້າວ່າ “ພວກເຮົາສ້າງເຄື່ອງກີດຂວາງນີ້ຂຶ້ນ ເພື່ອປົກປ້ອງຜູ້ຄົນທີ່ພາກັນປະ
ທ້ວງແບບບໍ່ໃຊ້ຄວາມຮຸນແຮງ. ກໍາລັງພິເສດ ໄດ້ໃຊ້ກໍາລັງເກີນຂອບເຂດ ຕໍ່ປະຊາຊົນທີ່ປະ
ທ້ວງແບບສັນຕິ.”
ບັນດາຜູ້ນໍາຝ່າຍຄ້ານ ໄດ້ຮຽກຮ້ອງໃຫ້ພວກເດີນຂະບວນພາກັນຫລີກລ່ຽງຈາກການກະທຳ
ທີ່ຄວາມຮຸນແຮງໃດໆ ໃນຂະນະທີ່ ເຂົາເຈົ້າລໍຖ້າຟັງຄຳຕອບ ຈາກປະທານາທິບໍດີ ກ່ຽວກັບ
ຄໍາຮຽກຮ້ອງເທຶ່ອຫລ້າສຸດຂອງເຂົາເຈົ້ານັ້ນ.
ກຸງວໍຊິງຕັນ ໄດ້ປະນາມການໃຊ້ຄວາມຮຸນແຮງ ຢູ່ຢູເຄຣນ ແລະລັດຖະບານ ທ່ານ Obama
ກໍາລັງພິຈາລະນາ ທີ່ຈະລົງໂທດຕໍ່ລັດຖະບານຢູເຄຣນ.
ທ່ານນາງ Marie Harf ໂຄສົກ ກະຊວງການຕ່າງປະເທດ ສະຫະລັດ ກ່າວວ່າ:
“ພວກເຮົາຂໍຮຽກຮ້ອງ ສືບຕໍ່ຮຽກຮ້ອງ ໃຫ້ປະທານາທິບໍດີ Yanukovych ແລະລັດຖະບານຂອງທ່ານຈົ່ງປົກປ້ອງສິດທິຕາມແນວທາງປະຊາທິປະໄຕຂອງຊາວຢູເຄຣນທັງໝົດ ຮວມທັງ
ສິດທິໃນການປະທ້ວງແບບສັນຕິແລະຖ້າວ່າພວກເຮົາຕ້ອງເອົາບາດກ້າວເພີ້ມເຕີມພວກເຮົາ
ກໍຈະດຳເນີນການ.”