ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງໃນ ສຫລ ຍັງພາກັນ ອອກມາ ເດີນຂະບວນ ຕໍ່ຕ້ານ ການຄາດຕະກຳ ຄົນຜິວດຳ


US Protests Escalate Over Police Killings, Grand Jury Decisions
please wait

No media source currently available

0:00 0:02:42 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ການ​ເດີນ​ຂະ​ບວນ ຍັງ​ສືບ​ຕໍ່​ມາ​ຈົນ​ເຖິງ​ວັນ​ອາທິດ​ວານ​ນີ້ ຢູ່​ໃນ​
ເມືອງ​ໃຫຍ່ໆບາງ​ແຫ່ງ ​ໃນ​ທົ່ວ​ສະຫະລັດ ​ເພື່ອ​ປະ​ທ້ວງ​ຄຳ​ຕັດສິນ
​ຂອງຄະນະຕຸລາ​ການ ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່​ບໍ່​ຟ້ອງ​ໂທດ​ ຕຳຫລວດ
2 ຄົນ ​ໃນ​ຂໍ້​ຫາ​ຄາດ​ຕະກຳ ຄົນ​ຜິວ​ດຳ 2 ຄົນ ​ທີ່​ບໍ່​ມີ​ອາວຸດນັ້ນ.

ພວກ​ປະ​ທ້ວງຫຼາຍຮ້ອຍ​ຄົນ ​ໄດ້​ພາກັນຍ່າງ​ອອກ​ຈາກ​ໂບດ
ຫຼາຍໆແຫ່ງ ​ໃນນະຄອນຊິ​ຄາ​ໂກ ​ເຂົ້າສູ່​ຖະໜົນ​ສາຍ​ຕ່າງໆ ​
ເພື່ອ​ປະ​ທ້ວງ ອັນ​ທີ່​ພວກ​ເຂົາ​ເຈົ້າພິຈາລະນາເຫັນວ່າ ​ເປັນ​ການ
​ກະທຳ​ທີ່​ບໍ່​ທ່ຽງ​ທຳ ​ແລະ ບາງ​ເວລາ ກໍ​ແມ່ນຮ້າຍ​ແຮງ​ເຖິງ​ແກ່​ຊີວິດ
ຕໍ່​ຜູ້ຊາຍຜິວ​ດຳ ​ໂດຍຕຳຫລວດ​ຜິວ​ຂາວ.

ສ່ວນ​ພວກ​ປະ​ທ້ວງ​ ຢູ່​ນະຄອນ​ໄມແອ​ມີ ​ໄດ້​ພາກັນ​ຕັນສ່ວນນຶ່ງ ຂອງທາງ​ຫລວງສາຍ​ໜຶ່ງ
​ເຮັດ​ໃຫ້ການ​ສັນຈອນ​ຂອງ​ລົດ​ລາ​ ທີ່​ເດີນທາງ​ໄປ​ຍັງງານ​ສະ​ແດງ​ສິນລະ​ປະ​ສາກົນ ຫຼື
Art Basel ຢູ່​ທີ່ ​ຊາຍ​ຫາດ​ໄມແອ​ມີ ຫລື Miami Beach ນັ້ນ ຊ້າ​ລົງທັນທີ.

ການ​ປະ​ທ້ວງ​ດຳ​ເນີນສືບ​ຕໍ່​ໄປ​ເຊັ່ນ​ກັນ ຢູ່​ທີ່ນະຄອນນິວຢອກ ຟີ​ລາ​ແດລ​ເຟຍ ​ແລະ
ຊີ​ແອັຕ​ເຕິ​ລ.

ການ​ປະ​ທ້ວງ​ແບບສັນຕິ ​ໄດ້​ຈັດຕັ້ງຂຶ້ນ ຢູ່​ທີ່​ເມືອງ​ເບີກ​ກລີ ຂອງ​ລັດ​ແຄ​ລີ​ຟໍ​ເນຍ ​ໃນ​ວັນ
​ອາທິດ​ວານ​ນີ້ ຫຼັງຈາກ​ການ​ປະ​ທ້ວງ​ຢູ່​ໃນ​ເມືອງດັ່ງກ່າວ ​ເມື່ອວັນ​ເສົາ​ຜ່ານ​ມາ ຫັນ​ກາຍ​
ເປັນຄວາມ​ຮຸນ​ແຮງ ດ້ວຍ​ການ​ປະ​ທະ​ກັນ​ລະຫວ່າງ​ພວກ​ເດີນ​ຂະ​ບວນປະ​ທ້ວງ ​ແລະ ​
ບັນດາ​ເຈົ້າໜ້າ​ທີ່​ຕຳ​ຫລວດ ​ແລະຜູ້​ຄົນ​ພາກັນ​ລັກ​ເອົາ​ເຄື່ອງ​ຂອງ ຈາກຮ້ານ​ຄ້າ​ຫຼາຍໆ​ແຫ່ງ​.

ການ​ເດີນ​ຂະ​ບວນປະ​ທ້ວງຫຼ້າສຸດ ​ໄດ້​ເລີ້ມຕົ້ນຂຶ້ນ ​ໃນ​ວັນ​ພຸດ​ຜ່ານ​ມາ ​ໃນ​ເວລາ​ຄະນະ​
ຕຸລາການ​ສອບ​ສວນ ໃນ​ນະຄອນ​ນິວຢອກ ຕັດສິນໃຈ ບໍ່ກ່າວ​ຟ້ອງ​ ​ຕຳຫລວດ Daniel
Pantaleo ສຳ​ຫລັບການ​ຄາດ​ຕະກຳ ​ດ້ວຍ​ການ​ຮັດ​ຄໍ ທ້າວ Eric Garner ພໍ່​ໄວ 43 ປີ
ທີ່​ມີ​ລູກ​ເຕົ້າ 6 ຄົນ ​ເມື່ອ​ເດືອນກໍລະກົດ​ຜ່ານ​ມານັ້ນ.

XS
SM
MD
LG