ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຕໍ່ຕ້ານ ການຕັດສິນພົ້ນໂທດ ຂອງຕຳຫຼວດ ໃນນະຄອນ St. Louis ກ້າວເຂົ້າສູ່ ມື້ທີສອງ


ທ້າວ Scott McRoberts ຊ່ວຍອະນາໄມແກ້ວທີ່ແຕກຫຼັງຈາກ
ພວກຝູງຊົນໃຊ້ຄວາມຮຸນແຮງໄດ້ທັບປ່ອງຢ້ຽມຂອງຫ້າງຮ້ານ
ຫຼາຍແຫ່ງ ຫຼັງຈາກການປະທະກັນກັບຕຳຫຼວດ. ທີ່ເມືອງ
ມະຫາວິທະຍາໄລ, ລັດ Missouri. 16 ກັນຍາ, 2017.
ທ້າວ Scott McRoberts ຊ່ວຍອະນາໄມແກ້ວທີ່ແຕກຫຼັງຈາກ ພວກຝູງຊົນໃຊ້ຄວາມຮຸນແຮງໄດ້ທັບປ່ອງຢ້ຽມຂອງຫ້າງຮ້ານ ຫຼາຍແຫ່ງ ຫຼັງຈາກການປະທະກັນກັບຕຳຫຼວດ. ທີ່ເມືອງ ມະຫາວິທະຍາໄລ, ລັດ Missouri. 16 ກັນຍາ, 2017.

ການປະທ້ວງໃນນະຄອນ St. Louis ລັດ Missouri ກ່ຽວກັບ ການ ຕັດສິນພົ້ນໂທດ
ຂອງຕຳຫຼວດຜິວຂາວຄົນໜຶ່ງທີ່ຖືກຕັ້ງຂໍ້ຫາ ໃນການຂ້າຜູ້ຊາຍຄົນຜິວດຳຄົນໜຶ່ງຕາຍ
ໄດ້ກາຍເປັນຄວາມຮຸນແຮງອີກຄັ້ງໜຶ່ງ ໃນຕອນຄໍ່າຂອງວັນເສົາວານນີ້, ຫຼັງຈາກການ
ປະທ້ວງທີ່ສະຫງົບໃນຍາມກາງເວັນ.

ພວກປະທ້ວງກຸ່ມນ້ອຍໄດ້ເລີ່ມທຳລາຍປ່ອງຢ້ຽມ ແລະ ດຶກວັດຖຸຕ່າງໆໄປໃສ່ຕຳຫຼວດ
ໃນຕອນແລງຂອງວັນເສົາວານນີ້ ໃນເຂດ Delmar Loop ທີ່ມີຄວາມຫຼູຫຼາຂອງເມືອງ
ມະຫາວິທະຍາໄລ ເຂດນອກນະຄອນ St. Louis. ເຂດ Loop ແມ່ນບ້ານຂອງຫ້າງ
ຮ້ານ ທີ່ມີລັກສະນະພິເສດລວມມີ ຮ້ານອາຫານ, ຮ້ານຂາຍຮູບພາບ, ຮ້ານຂາຍເຄື່ອງ
ນຸ່ງ, ຮ້ານຂາຍຂອງຂວັນ ແລະ ສະຖານທີ່ບັນເທີງຕ່າງໆ.

ຕຳຫຼວດໃສ່ຊຸດປາບປາມຈະລາຈົນ ໄດ້ເຄື່ອນກຳລັງເຂົ້າ ແລະ ສາມາດຄວບຄຸມການ
ລົບກວນນັ້ນໄດ້ຢ່າງວ່ອງໄວ, ແຕ່ການປະທ້ວງກ່ອນໜ້ານັ້ນ ພວກປະທ້ວງໄດ້ປະຮ່ອງ
ຮອຍປ່ອງຢ້ຽມແຕກເອົາໄວ້. ຕຳຫຼວດໄດ້ຈັບກຸມພວກປະທ້ວງຫຼາຍຄົນ.

ໃນຕອນເຊົ້າຂອງວັນເສົາວານນີ້, ປະຊາຊົນຫຼາຍຮ້ອຍຄົນໄດ້ຍ່າງຜ່ານ ຫ້າງສັບພະສິນ
ຄ້າສອງແຫ່ງຢູ່ນອກນະຄອນຫຼວງ St. Louis. ພວກປະທ້ວງພາກັນຮ້ອງຄຳວ່າ “ຊີວິດ
ຄົນຜິວດຳກໍມີຄວາມສຳຄັນ”
ແລະ ຄຳວ່າ “ໜ້າທີ່ຂອງພວກເຮົາແມ່ນຕໍ່ສູ້ເພື່ອເສລີ
ພາບຂອງພວກເຮົາ,”
ໃນຂະນະທີ່ເຂົ້າເຈົ້າເດີນຂະບວນໃນການປະທ້ວງ ທີ່ສ່ວນໃຫຍ່
ມີຄວາມສະຫງົບ.

ໜັງສືພິມ St. Louis Post Dispatch ໃນທ້ອງຖິ່ນໄດ້ລາຍງານວ່າ ຜູ້ຈັດງານອາຫານ
ໃນພາກພື້ນຢູ່ຫ້າງສັບພະສິນຄ້າແຫ່ງໜຶ່ງ ໄດ້ຕ້ອນຮັບພວກປະທ້ວງ. ທ່ານ Mike
Kociela ໄດ້ກ່າວຕໍ່ພວກປະທ້ວງວ່າ, “ມັນບໍ່ຄວນມີຄວາມແຕກຕ່າງກັນ ໃນການປະຕິ
ບັດຕໍ່ຄົນຜູ້ໃດ... ຂ້າພະເຈົ້າ ຢາກເປັນສ່ວນໜຶ່ງໃນການແກ້ໄຂບັນຫານັ້ນ. ຂ້າພະເຈົ້າ
ດີໃຈນຳ ທີ່ພວກເຈົ້າມາທີ່ນີ້. ຍິນດີຕ້ອນຮັບ.”

ວົງດົນຕີ U2 ໄດ້ປະກາດ ໃນຕອນເຊົ້າຂອງວັນເສົາວານນີ້ວ່າ ເຂົາເຈົ້າ ໄດ້ຍົກເລີກ
ການສະແດງຄອນເສີດ ທີ່ໄດ້ວາງແຜນໄວ້ ສຳລັບຄໍ່າຄືນວັນເສົາວານີ້ ໃນນະຄອນ
St. Louis ໂດຍກ່າວວ່າ ເຂົາເຈົ້າບໍ່ເຊື່ອວ່າຕຳຫຼວດໃນເມືອງດັ່ງກ່າວ ຈະສາມາດປົກ
ປ້ອງງານໄດ້ຢ່າງພຽງພໍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG