ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດ​ການ​ປະ​ທ້ວງ​ ຫຼັງ​ຈາກ​ຜູ້​ນຳ​ພັກ​ສາ​ສະ​ໜາ​ອິ​ສ​ລາມ ທີ່​ຖືກ​ຄຸກ​ຢູ່ ເສຍ​ຊີ​ວິດ


ພວກ​ສະ​ໜັບ​ສະ​ໜຸນ​ຜູ້​ນຳ​ພັກ​ສາ​ສະ​ໜາ​ອິ​ສ​ລາມ ທ່ານ​ແດ​ລ​ວາ ຮອ​ສ​ເຊນ ສາ​ວີ​ດີ (Delva Hossain Savedee) ພາ​ກັນ​ຮ້ອງ​ຄຳ​ຂວັນ ຂະ​ນະ​ທີ່​ເຕົ້າ​ໂຮມ​ກັນ​ຢູ່ນອກ​ໂຮງ​ໝໍ ບ່ອນ​ທີ່​ທ່ານ​ເສຍ​ຊີ​ວິດ ຫຼັງ​ຈາກ​ຫົວ​ໃຈ​ວາຍ ທີ່​ນະ​ຄອນ​ຫຼວງ​ດາ​ກາ ບັງ​ກ​ລາ​ແດັ​ສ ເມື່ອ​ວັນ​ທີ 14 ສິງ​ຫາ 2023.
ພວກ​ສະ​ໜັບ​ສະ​ໜຸນ​ຜູ້​ນຳ​ພັກ​ສາ​ສະ​ໜາ​ອິ​ສ​ລາມ ທ່ານ​ແດ​ລ​ວາ ຮອ​ສ​ເຊນ ສາ​ວີ​ດີ (Delva Hossain Savedee) ພາ​ກັນ​ຮ້ອງ​ຄຳ​ຂວັນ ຂະ​ນະ​ທີ່​ເຕົ້າ​ໂຮມ​ກັນ​ຢູ່ນອກ​ໂຮງ​ໝໍ ບ່ອນ​ທີ່​ທ່ານ​ເສຍ​ຊີ​ວິດ ຫຼັງ​ຈາກ​ຫົວ​ໃຈ​ວາຍ ທີ່​ນະ​ຄອນ​ຫຼວງ​ດາ​ກາ ບັງ​ກ​ລາ​ແດັ​ສ ເມື່ອ​ວັນ​ທີ 14 ສິງ​ຫາ 2023.

ພວກ​ປະ​ທ້ວງ​ທີ່​ໂມ​ໂຫ​ໂທ​ໂສ​ຫຼາຍ​ພັນ​ຄົນພາ​ກັນ​ຮ້ອງ​ຄຳ​ຂວັນ​ຕໍ່​ຕ້ານ​ລັດ​ຖະ​ບານແລະ​ເດີນ​ຂະ​ບວນ​ໃນ​ວັນ​ຈັນ​ວານນີ້ ຢູ່​ບັງ​ກ​ລາ​ແດັ​ສ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ສາ​ສະ​ໜາ​ອິ​ສ​ລາມ ​ທີ່​ຖືກ​ຄຸກ​ຄົນ​ນຶ່ງເສຍ​ຊີ​ວິດ​ຍ້ອນ​ຫົວ​ໃຈ​ວາຍ ຂະ​ນະ​ທີ່​ມີ​ອາ​ຍຸ 83 ປີ ເຈົ້າ​ໜ້າ​ທີ່​ກ່າວ.

ທ່ານ​ແດ​ລ​ວາ ຮອ​ສ​ເຊນ ສາ​ວີ​ດີ (Delva Hossain Savedee) ຮອງ​ປະ​ທານ​ຂອງ​ພັກ​ຝ່າຍ​ຄ້ານ ຈາ​ມາ​ອາດ-ອີ-ອິ​ສ​ລາ​ມີ ໄດ້​ເສຍ​ຊີ​ວິດ​ຢູ່​ທີ່​ໂຮງ​ໝໍ​ຂອງ​ຄຸກ ໃນ​ຕອນ​ແລງ​ຂອງວັນ​ຈັນ​ວານນີ້ ເປັນ​ເວ​ລາ​ດົນ​ກວ່າ​ນຶ່ງ​ທົດ​ສະ​ວັດ​ນັບ​ແຕ່​ທ່ານ​ໄດ້​ຖືກ​ຕັດ​ສິນ​ໂທດ ໂດຍ​ສາ​ນ​ອາ​ຊະ​ຍາ​ກຳ​ສົງ​ຄາມ​ທີ່​ເປັນ​ບັນ​ຫາ​ໂຕ້​ແຍ້ງ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮ​ງ​ທາງ​ດ້ານ​ການ​ເມືອງ​ຂຶ້ນ​ຢູ່​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ພວກ​ໄວ້​ທຸກ​ແລະ​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ​ສາ​ວີ​ດີ​ຫຼາຍໆ​ພັນ​ຄົນ​ໄດ້​ໂຮມ​ຊຸມ​ນຸມ​ກັນ​ຢູ່ນອກ​ໂຮງ​ໝໍ ຫຼັງ​ຈາກ​ການ​ເສຍ​ຊີ​ວິດ​ຂອງ​ທ່ານ ໂດຍ​ພາ​ກັນ​ຮ້ອງ​ຄຳ​ຂວັນ​ຂຶ້ນ​ວ່າ “ອາ​ລ​ລາ​ຮູ ອັກ​ບາ” ຫຼື “ພະ​ເຈົ້າ​ຜູ້​ຍິ່ງ​ໃຫຍ່” ຊຶ່ງ​ມີ​ການ​ສົ່ງ​ຈຳ​ນວນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ໄປ​ປະ​ຕິ​ບັດ​ໜ້າ​ທີ່.

“ພວກ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ເລືອດ​ຂອງ​ທ່ານ​ສາ​ວີ​ດີສູນ​ເສຍ​ໄປ​ໂດຍ​ເປົ່າ​ປະ​ໂຫຍດ” ພວກ​ສະ​ໜັບ​ສະ​ໜຸນ​ພາ​ກັນ​ຮ້ອງ​ຂຶ້ນ ​ໂດຍ​ທີ່​ຫຼາຍໆ​ຄົນ​ໄດ້​ຖິ້ມ​ໂທດ​ໃສ່​ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊິກ​ ຮາ​ຊິ​ນາ ຊຶ່ງ​ພວມ​ກະ​ກຽມ​ທີ່​ຈະ​ຈັດ​ໃຫ້​ມີການ​ເລືອກ​ຕັ້ງ​ຄັ້ງ​ສຳ​ຄັນ​ໃນ​ເດືອນ​ມັງ​ກອນ​ຈະ​ມານີ້.

ເຈົ້າ​ໜ້າ​ທີ່​ໂຮງ​ໝໍ​ກ່າວ​ວ່າ ທ່ານ​ສາ​ວີ​ດີ​ໄດ້​ເຂົ້າ​ຮັບ​ການ​ປິ່ນ​ປົວ​ຢູ່​ທີ່​ໂຮງ​ໝໍ​ດັ່ງ​ກ່າວ ຫຼັງ​ຈາກ​ໄດ້​ເກີດ​ຫົວ​ໃຈ​ວາຍ ​ໃນ​ວັນ​ອາ​ທິດ ​ທີ່​ຄຸກ​ກາ​ຊີມ​ປູ​ຣະ ຊຶ່ງ​ຕັ້ງ​ຢູ່ນອກ​ນະ​ຄອນ​ຫຼວງ​ດາ​ກາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG