ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ພັກການເມືອງ ຂອງທ່ານ ມູກາເບ ປະຊຸມກັນ ເພື່ອຈະປົດທ່ານ ອອກຈາກຕຳແໜ່ງ


ພວກປະທ້ວງ ທີ່ຮຽກຮ້ອງປະທານາທິບໍດີ ຊິມບາບເວ ທ່ານ ໂຣເບີດ ມູກາເບ ໃຫ້ລາອອກຈາກຕຳແໜ່ງ ລວມຕົວກັນ
ໃນຖະໜົນທີ່ນະຄອນຫຼວງ ຮາຣາເຣ, ປະເທດ ຊິມບາບເວ. 18 ພະຈິກ, 2017.
ພວກປະທ້ວງ ທີ່ຮຽກຮ້ອງປະທານາທິບໍດີ ຊິມບາບເວ ທ່ານ ໂຣເບີດ ມູກາເບ ໃຫ້ລາອອກຈາກຕຳແໜ່ງ ລວມຕົວກັນ ໃນຖະໜົນທີ່ນະຄອນຫຼວງ ຮາຣາເຣ, ປະເທດ ຊິມບາບເວ. 18 ພະຈິກ, 2017.

ບັນດາຜູ້ນຳພັກ ZANU-PF ຂອງປະທານາທິບໍດີ ໂຣເບີດ ມູກາເບ ໄດ້ປະຊຸມກັນ
ໃນວັນອາທິດມື້ນີ້ ແລະ ໄດ້ມີການຄາດຫວັງຢ່າງກວ້າງຂວາງວ່າ ຈະປົດຜູ້ປົກຄອງປະ
ເທດເປັນເວລາດົນນານນັ້ນອອກຈາກຕຳແໜ່ງ.

ຮອງປະທານາທິບໍດີ ທ່ານ ເອັມເມີສັນ ເອັນນານກາກວາ ຜູ້ທີ່ທ່ານ ມູກາເບ ໄດ້ປົດ
ອອກຈາກຕຳແໜ່ງໃນສັບປະດາທີ່ຜ່ານມາ, ຄາດວ່າຈະກັບຄືນສູ່ກອງປະຊຸມ ແລະ ພັນ
ລະຍາຂອງທ່ານ ມູກາເບ ທ່ານນາງ ເກຣສ ກໍຄາດວ່າ ຈະຖືກປົດອອກຈາກຕຳ
ແໜ່ງຂອງເພິ່ນ ໃນຖານະຜູ້ນຳຂອງພັນທະມິດແມ່ຍິງ ພັກ ZANU-PF ແລະ ມີຄວາມ
ເປັນໄປໄດ້ ວ່າຈະຖືກຂັບໄລ່ອອກຈາກພັກ.

ຫົວໜ້າພັກຝ່າຍຄ້ານໃນສະພາແຫ່ງຊາດ ທ່ານ ອິນໂນເຊັນ ໂກເນເຊ ໄດ້ກ່າວຕໍ່ອົງ
ການຂ່າວ AP ວ່າ ການຟ້ອງຮ້ອງແມ່ນມີຄວາມເປັນໄປໄດ້ອີກອັນນຶ່ງ. ຜູ້ນຳພັກ
MDC-T ໄດ້ກ່າວວ່າ ພັກ MDC-T ແລະ ພັກ ZANU-PF ໄດ້ປຶກສາຫາລືກັນເພື່ອ
ດຳເນີນການຮ່ວມກັນ.

ທ່ານ ໂກເນເຊ ກ່າວວ່າ “ຖ້າທ່ານ ມູກາເບ ຍັງຄົງຢູ່ເຖິງວັນອັງຄານຈະມາເຖິງນີ້,
ມີຄວາມແນ່ນອນວ່າ ເມື່ອຕາເວັນຂຶ້ນໃນມື້ຕໍ່ໄປຈາກພາກຕາເວັນອອກ, ການຟ້ອງ
ຮ້ອງກໍຈະເລີ່ມຂຶ້ນ.”

ໃນວັນເສົາວານນີ້, ຜູ້ປະທ້ວງຊາວ ຊິມບາບເວ ຈຳນວນຫຼາຍພັນຄົນໄດ້ເຕົ້າໂຮມກັນ
ໃນຖະໜົນຫຼາຍເສັ້ນ ຂອງນະຄອນຫຼວງ ຮາຣາເຣ, ບາງຄົນໄດ້ເດີນຂະບວນໄປທີ່ພັກ
ທາງການຂອງທ່ານ ມູກາເບ ຖ້າມກາງການປະທ້ວງທົ່ວປະເທດ ຮຽກຮ້ອງໃຫ້ທ່ານ
ລາອອກຈາກຕຳແໜ່ງ.

ພວກປະທ້ວງ ບາງຄົນຖືປ້າຍທີ່ອ່ານວ່າ “ທ່ານ ມູກາເບ ຕ້ອງອອກໄປ.” ແລະ “ຫຼືບໍ່
ກໍ່ຈະເກີດລັດຖະປະຫານ ຖ້າໃຈເຢັນ” ໄດ້ຫຍັບເຂົ້າໄກ້ປະຕູໂຂງ 200 ໃກ້ກັບຕຶກທີ່
ພັກ ແລະ ໄດ້ດຳເນີນການນັ່ງປະທ້ວງ ຫຼັງຈາກຖືກຢຸດໂດຍກອງກຳລັງແຫ່ງຊາດ.

ເຮືອນລັດຖະບານແມ່ນບ່ອນທີ່ທ່ານ ມູກາເບ ຖືກກັກຕົວໄວ້ໃນເຮືອນຢ່າງເປັນທາງ
ການ ແລະ ບ່ອນທີ່ການເຈລະຈາສຳລັບການລາອອກຈາກຕຳແໜ່ງຂອງທ່ານ ມູກາເບ
ເກີດຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG