ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນ ໂຮມຊຸມນຸມ ຕໍ່ຕ້ານ ທ່ານມູກາເບ ໃນ ຊິມບາບເວ


ຊາຍຄົນນຶ່ງ ຖືໂປສເຕີ້ ຮຽກຮ້ອງປະທານາທິບໍດີ ໂຣເບີດ ມູກາເບ ລາອອກ. (18 ພະຈິກ 2017)
ຊາຍຄົນນຶ່ງ ຖືໂປສເຕີ້ ຮຽກຮ້ອງປະທານາທິບໍດີ ໂຣເບີດ ມູກາເບ ລາອອກ. (18 ພະຈິກ 2017)

ພວກເດີນຂະບວນທີ່ນະຄອນຫຼວງຮາຣາເຣ ແລະຫົວເມືອງອື່ນໆໃນທົ່ວປະເທດໃນວັນ
ເສົາມື້ນີ້ ຮຽກຮ້ອງໃຫ້ປະທານາທິບໍດີໂຣເບີດ ມູກາເບ ລາອອກ.

ທ່ານມູກາເບອາຍຸ 93 ປີ ມີລາຍງານວ່າ ໄດ້ຂັດຂືນຕໍ່ການຮຽກຮ້ອງຂອງພວກທະຫານ
ສະມາຊິກພັກ ZANU-PF ຂອງທ່ານ ແລະພວກນັກເຄື່ອນໄຫວ ທາງດ້ານການເມືອງ ທີ່ຢາກໃຫ້ທ່ານລາອອກ ຫຼັງຈາກໄດ້ຂຶ້ນກຳອຳນາດມາແລ້ວ 37 ປີ.

ກຳລັງປ້ອງກັນປະເທດ ຂອງຊີມບາບເວ ທີ່ໄດ້ເຂົ້າຢຶດ ສະຖາບັນທີ່ສຳຄັນໆຂອງປະ
ເທດ ໃນມື້ວັນພຸດແລ້ວ ໄດ້ກັກບໍລິເວນ ທ່ານມູກາເບ ແລະພະຍາຍາມທີ່ຈະຍຸຕິການ
ເຄື່ອນໄຫວຂອງພວກທີ່ເຂົາເຈົ້າເອີ້ນວ່າໂຈນທີ່ຫ້ອມລ້ອມປະທານາທິບໍດີຢູ່ນັ້ນຮວມ
ທັງສາສະດາຈານ Jonathan Moyo ລັດຖະມົນຕີກະຊວງພາຍໃນທ່ານ Ignastius
Chombo ລັດຖະມົນຕີລັດຖະບານທ້ອງຖິ່ນ ທ່ານ Saviour Kasukuwere ເລຂາ
ທິການ ຂອງສັນນິບາດຊາວໜຸ່ມ ທ່ານ Kudzanayi Chipanga ແລະບຸກຄົນອື່ນໆ
ອີກຈຳນວນນຶ່ງ.

ປະທານາທິບໍດີ ໂຣເບີດ ມູກາເບ ໃນພິທີ ທີ່ມະຫາວິທະຍາໄລແຫ່ງນຶ່ງ ນອກນະຄອນຮາຣາເຣ. (17 ພະຈິກ 2017)
ປະທານາທິບໍດີ ໂຣເບີດ ມູກາເບ ໃນພິທີ ທີ່ມະຫາວິທະຍາໄລແຫ່ງນຶ່ງ ນອກນະຄອນຮາຣາເຣ. (17 ພະຈິກ 2017)

ພວກຖືກຄຸມຂັງໄດ້ຖືກນຳໂຕໄປທີ່ຄ້າຍທະຫານ ມີລາຍງານວ່າ ເປັນສະມາຊິກສ່ວນ ນຶ່ງຂອງພັກລັດຖະບານ ທີ່ຊອກຫາທາງຊຸກຍູ້ໃຫ້ສະຕີໝາຍເລກນຶ່ງ ທ່ານນາງເກຣສ
ມູກາເບໄດ້ເຂົ້າກຳຕຳແໜ່ງເປັນຮອງປະທານາທິບໍດີ. ປະທານາທິບໍດີມູກາເບໄດ້ປົດ
ພັນທະມິດເປັນເວລາດົນນານຂອງທ່ານ ທ່ານ Emerson Mnangagwa ອອກຈາກ
ຕຳແໜ່ງຮອງປະທານາທິບໍດີໃນວັນທີ 5 ພະຈິກ.

ໃນວັນສຸກວານນີ້ ທ່ານມູກາເບໄດ້ປາກົດຕົວຕໍ່ສາທາລະນະຊົນເປັນເທື່ອທຳອິດນັບ
ແຕ່ພວກທະຫານໄດ້ເຂົ້າຢຶດສະຖາບັນຕ່າງໆຂອງລັດຖະບານແລະເປີດການເຈລະ
ຈາທີ່ແນໃສ່ເພື່ອໃຫ້ທ່ານມູກາເບ ທີ່ມີອາຍຸແກ່ແລ້ວນັ້ນ ລາອອກ.

ທ່ານມູກາເບ ທີ່ໃສ່ເສື້ອຄຸມສີຟ້າ ແລະເຫຼືອງ ໄດ້ເປັນປະທານໃນພິທີຮຽນຈົບ ຂອງ
ພວກນັກສຶກສາມະຫາວິທະຍາໄລທີ່ມີນັກສຶກສາເຂົ້າຮ່ວມຫຼາຍກວ່າ 1,000 ຄົນທີ່
ນະຄອນຫຼວງຮາຣາເຣ. ປະທານາທິບໍດີປາກົດວ່າ ໄດ້ນອນຫຼັບໃນຢູ່ໃນພິທີດັ່ງກ່າວ
ແລະບໍ່ໄດ້ເວົ້າຫຍັງກ່ຽວກັບຄວາມບໍ່ແນ່ນອນທາງການເມືອງ ທີ່ກຳລັງດຳເນີນຢູ່ໃນ
ເວລານີ້.

ພວກປະທ້ວງ ຮຽກຮ້ອງໃຫ້ ປະທານາທິບໍດີ ໂຣເບີດ ມູກາເບ ລາອອກ. (18 ພະຈິກ 2017)
ພວກປະທ້ວງ ຮຽກຮ້ອງໃຫ້ ປະທານາທິບໍດີ ໂຣເບີດ ມູກາເບ ລາອອກ. (18 ພະຈິກ 2017)

ສະມາຊິກກຸ່ມຝ່າຍຄ້ານຕ່າງໆ ໄດ້ສະແດງຄວາມບໍ່ພໍໃຈ ໃນຂັ້ນຕອນຂອງການເຈລະ
ຈາກ່ຽວກັບອະນາຄົດທາງດ້ານການເມືອງຂອງທ່ານມູກາເບ.

ທ່ານ Christopher Mutsvangwa ປະທານ ສະມາຄົມນັກລົບເກົ່າ ໃນສົງຄາມປົດ
ປ່ອຍຊາດຊິມບາບເວ ກ່າວຕໍ່ພວກນັກຂ່າວວ່າ ການປະທ້ວງໃນວັນເສົາມື້ນີ້ແມ່ນແນ
ໃສ່ເພື່ອຂັບໄລ່ໃຫ້ທ່ານມູກາເບ ອອກຈາກຕຳແໜ່ງ.

ທ່ານ Jacob Ngarishume ຈາກກຸ່ມຝ່າຍຄ້ານ ການຫັນປ່ຽນຊິມບາບເວກ່າວວ່າ ຄວາມຫວັງທີ່ທ່ານມູກາເບ ຈະລົງຈາກອຳນາດນັ້ນ ຄ່ອຍໆໝົດໄປແລ້ວ.

ເບິ່ງ: ລມຕ ຕ່າງປະເທດ ເຣັກສ໌ ທິລເລີສັນ ຮຽກຮ້ອງ ໃຫ້ກັບຄືນໄປສູ່ ການປົກຄອງ ຂອງພົນລະເຮືອນ

Rex Tillerson Calls for a Return to Civilian Rule in Zimbabwe
please wait

No media source currently available

0:00 0:02:41 0:00

ອະດີດນາຍົກລັດຖະມົນຕີ Morgan Tsvangirai ຊຶ່ງເປັນຜູ້ນຳພັກ ຂະບວນການ
ເຄື່ອນໄຫວເພື່ອການປ່ຽນແປງໄປສູ່ປະຊາທິປະໄຕ ກໍໄດ້ເຂົ້າຮ່ວມ ການຮຽກຮ້ອງ
ໃຫ້ທ່ານມູກາເບ ລາອອກ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Rex Tillerson ກ່າວໃນວັນສຸກ
ວານນີ້ວ່າ ເຖິງເວລາແລ້ວ ທີ່ປະເທດ ໃນພາກໃຕ້ ຂອງທະວີບອາຟຣິກາແຫ່ງນີ້ ຈະກັບຄືນໄປສູ່ການປົກຄອງຂອງພົນລະເຣືອນ.

ທ່ານ Tillerson ກ່າວຕໍ່ບັນດາລັດຖະມົນຕີຂອງອາຟຣິກາ ແລະພວກນັກການທູດ
ກ່ອນການພົບປະ ທີ່ນະຄອນຫຼວງວໍຊິງຕັນວ່າ “ຊິມບາບເວ ມີໂອກາດທີ່ຈະກຳນົດ
ເສັ້ນທາງໃໝ່ໃຫ້ແກ່ຕົນເອງ ຊຶ່ງເປັນເສັ້ນທາງທີ່ຈະຮວມທັງການເລືອກຕັ້ງແບບປະ
ຊາທິປະໄຕ ແລະເຄົາລົບສິດທິມະນຸດ.” ທ່ານກ່າວຕື່ມວ່າ ໃນທີ່ສຸດແລ້ວປະຊາຊົນ ຊາວຊິມບາບເວ ຈະຕ້ອງເປັນຜູ້ເລືອກ ລັດຖະບານຂອງເຂົາເຈົ້າເອງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Zimbabwe Crisis
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG