ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກ​ປະ​ທ້ວງ ແກວ່ງ​ກ້ອນ​ຫີນ ໃສ່​ເຮືອນຂອງ ​ປະ​ທາ​ນາ​ທິ​ບໍ​ດີ ເຮ​ຕີ


​ພວກ​ປະ​ທ້ວງ​ພາ​ກັນ​ແລ່ນ​ໜີ ຈາກ​ການ​ປະ​ທ້ວງ ຮຽກ​ຮ້ອງ​ໃຫ້​ປະ​ທ​ນາ​ທິ​ບໍ​ດີ ​ເຮ​ຕີ​ ລາ​ອອກ, ທີ່​ນະ​ຄອນຫຼ​ວງ ປັອກ ໂອ ແປ​ຣງ ປະ​ເທດ​ເຮ​ຕີ ວັນ​ທີ 9 ກຸມ​ພາ 2019.
​ພວກ​ປະ​ທ້ວງ​ພາ​ກັນ​ແລ່ນ​ໜີ ຈາກ​ການ​ປະ​ທ້ວງ ຮຽກ​ຮ້ອງ​ໃຫ້​ປະ​ທ​ນາ​ທິ​ບໍ​ດີ ​ເຮ​ຕີ​ ລາ​ອອກ, ທີ່​ນະ​ຄອນຫຼ​ວງ ປັອກ ໂອ ແປ​ຣງ ປະ​ເທດ​ເຮ​ຕີ ວັນ​ທີ 9 ກຸມ​ພາ 2019.

ພວກ​ປະ​ທ້ວງ​ໄດ້​ພາ​ກັນ​ແກວ່ງ​ກ້ອນ​ຫີນ​ໃສ່​ເຮືອນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ໄດ້​ປະ​
ທະ​ກັບຕຳ​ຫຼວດ ເຮັດ​ໃຫ້​ຢ່າງ​ໜ້ອຍຜູ້​ປະ​ທ້ວງ​ນຶ່ງ​ຄົນເສຍ​ຊີ​ວິດ ໃນ​ການ​ປະ​ທ້ວງ​ວັນ​ທີ​
ສາມຕິດ​ຕໍ່​ກັນ ສຳ​ລັບ​ກ​ານບໍ​ລິ​ຫານເສດ​ຖະ​ກິດ​ທີ່​ຜິດ​ພາດ ແລະ ການ​ສໍ້​ລາດ​ບັງ​ຫຼວງ.

ພວກ​ຈັດ​ການ​ປະ​ທ້ວງ​ໄດ້​ສັນ​ຍາ​ທີ່​ຈະ​ຈັດ​ການ​ປະ​ທ້ວງ​ເພີ້ມ​ເຕີມ​ໃນ​ວັນ​ອາ​ທິດ​ມື້​ນີ້
ເພື່ອເພີ້ມ​ກ​ານກົດ​ດັນ​ໃຫ້​ປະ​ທ​າ​ນາ​ທິ​ບໍ​ດີ ​ໂຈ​ເວີ​ແນລ ມົວເ​ຊ, ຜູ້​ທີ່​ໄດ້​ຮຽນຮ້ອງຂ​ຈັດ
ການ​ເຈ​ລະ​ຈາ​ກັບ ​ຝ່າ​ຍ​ຄ້ານ​ຂອງ​ທ່ານ.

ກຸ່ມ​ຜູ້ປະ​ທ້ວງ​ຫຼາຍ​ພັນ​ຄົນ​ຢູ່​ໃນ​ເມືອງ ​ປັອກ ໂອ ແປ​ຣງ ໃນ​ວັນ​ເສົາ​ວານ​ນີ້ ແລະ​ນັກ
​ຂ່າວ​ເອ​ພີ​ຄົນ​ນຶ່ງ ໄດ້​ເຫັນ​ຢ່າງ​ໜ້ອຍ​ຄົນ​ນຶ່ງ​ຖືກ​ຍິງ​ຕາຍ ທີ່​ປາ​ກົດ​ວ່າ​ຖືກ​ຍິງໂດຍຕຳ
​ຫຼວດຢູ່​ໃກ້ຄຽງ​ນັ້ນ. ພວກ​ປະ​ທ້ວງ​ຢູ່ໃນ​ຄຸ້ມ​ ເປີ​ເສິນ​ວິ​ລ (Petionville) ໄດ້​ກີດ​ກັ້ນ
​ຖະ​ໜົນ​ໄປ​ສູ່ເຮືອນ​ຂອງ​ທ່ານ ​ມົວ​ເຊ ແລະ​ໄດ້​ແກວ່ງ​ກ້ອນ​ຫີນ​ໃສ່ຊັບ​ສິນ​ຂອງ​ທ່ານ
ຫຼັງ​ຈາກ​ພວກ​ນາຍ​ຍາມ​ປ້ອງ​ກັນພັນ​ທະ​ມິດ​ຂອງ​ທ່ານ​ ມົວ​ເຊ ທຸບ​ຕີ​ລົດ​ຂອງແມ່​ຍິງ
​ຄົນ​ນຶ່ງ ແລະ​ ຕີນາງ​ຢູ່ໃກ້​ກັບ​ເຮືອນຂອງ​ປະ​ທາ​ນາ​ທິ​ບໍ​ດີ.

ພວກ​ປະ​ທ້ວງ​ພາ​ກັນ​ຄຽດ​ແຄ້ນ​ ກ່ຽວ​ກັບ ອັດ​ຕາ​ເງິນ​ເຟິ້​ທີ່​ຂຶ້ນ​ສູງ ແລະ ​ລັດ​ຖະ​ບານ
​ບໍ່​ສາ​ມາດ​ທີ່​ຈະ​ດຳ​ເນີນ​ຄະ​ດີ​ການ​ສໍ້​ໂກງ​ເງິນ ຈາກ​ໂຄງ​ການ​ ເວ​ເນ​ຊູ​ເອ​ລາ ຫຼາຍ​ພັນ
​ລ້ານ​ໂດ​ລາ ທີ່​ໄດ້​ສົ່ງ​ນ້ຳ​ມັນ​ຫຼຸດ​ລາ​ຄາ​ໃຫ້ ເຮ​ຕີ.

Protesters stoned the Haitian president's home and clashed with police Saturday, leaving at least one demonstrator dead in the third straight day of demonstrations against economic mismanagement and corruption.

Organizers pledged more protests for Sunday, increasing pressure on President Jovenel Moise, who is calling for negotiations with his opposition.

A crowd of thousands protested in downtown Port-au-Prince, and an Associated Press journalist saw at least one fatally shot, apparently by nearby police. Protesters in the Petionville neighborhood blocked the road to Moise's house and stoned his property after guards protecting a Moise ally hit a woman's car and beat her near the president's house.

Protesters are angry about skyrocketing inflation and the government's failure to prosecute embezzlement from a multibillion-dollar Venezuelan program that sent discounted oil to Haiti.

XS
SM
MD
LG