ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ ປະທະກັບ ກຳລັງຮັກສາ ຄວາມສະຫງົບ ຂະນະທີ່ ຊິມບັບເວ ເລື່ອນ ການປະກາດຜົນ ການເລືອກຕັ້ງ ນຶ່ງວັນ


ພວກສະໜັບສະໜູນ ພັກຝ່າຍຄ້ານ ຂະບວນການເພື່ອການ
ປ່ຽນແປງເປັນປະຊາທິປະໄຕຫຼື MDC ຂອງທ່ານ ແນລສັນ
ຈຊາມີຊາ ພາກັນເຜົາປ້າຍໂຄສະນາເລືອກຕັ້ງ ທີ່ມີຮູບໃບໜ້າ
ຂອງປະທານາທິບໍດີ ຊິມບັບເວ ທ່ານ ເອັມເມີສັນ ເອັມນັງກາວາ ໃນນະຄອນຫຼວງ ຮາຣາເຣ Harare, Zimbabwe, Aug. 1, 2018.
ພວກສະໜັບສະໜູນ ພັກຝ່າຍຄ້ານ ຂະບວນການເພື່ອການ ປ່ຽນແປງເປັນປະຊາທິປະໄຕຫຼື MDC ຂອງທ່ານ ແນລສັນ ຈຊາມີຊາ ພາກັນເຜົາປ້າຍໂຄສະນາເລືອກຕັ້ງ ທີ່ມີຮູບໃບໜ້າ ຂອງປະທານາທິບໍດີ ຊິມບັບເວ ທ່ານ ເອັມເມີສັນ ເອັມນັງກາວາ ໃນນະຄອນຫຼວງ ຮາຣາເຣ Harare, Zimbabwe, Aug. 1, 2018.

ຊິມບັບເວ ພວມລໍຖ້າ ໃນວັນພະຫັດມື້ນີ້ ສຳລັບຜົນຂອງການເລືອກຕັ້ງປະທານາທິບໍດີ
ນຶ່ງມື້ ຫຼັງຈາກທີ່ກຳລັງຮັກສາຄວາມສະຫງົບ ໄດ້ປະທະກັບພວກປະທ້ວງ ຜູ້ທີ່ຮຽກຮ້ອງ
ເພື່ອຢາກຮູ້ວ່າ ຜູ້ໃດຈະເປັນຜູ້ນຳຂອງປະເທດຄົນຕໍ່ໄປ.

ການລົງຄະແນນສຽງ ໄດ້ມີຂຶ້ນ ເມື່ອວັນຈັນຜ່ານມາ ແລະບັນດາເຈົ້າໜ້າທີ່ເລືອກຕັ້ງ
ຄາດກັນວ່າ ຈະມີຜົນອອກມາພາຍໃນວັນພຸດວານນີ້ ແຕ່ພວກເພິ່ນ ໄດ້ເລື່ອນການເປີດ
ເຜີຍຜົນການເລືອກຕັ້ງ ໄປອີກນຶ່ງວັນ.

ຢູ່ໃນນະຄອນຫຼວງ ຮາແຣເຣ ມີການປະທະກັນ ລະຫວ່າງ ພວກປະທ້ວງ ກັບ ຕຳຫຼວດ
ໂດຍໄດ້ເຮັດໃຫ້ 3 ຄົນ ເສຍຊີວິດ ແລະ ຫຼັງຈາກນັ້ນ ພວກເຈົ້າໜ້າທີ່ ກໍໄດ້ໃຊ້ອຳນາດ
ຂອງກົດໝາຍຢ່າງເປັນທາງການ ໂດຍຮ້ອງຂໍໃຫ້ກອງທັບບົກ ມາຊ່ອຍຮັກສາຄວາມ
ເປັນລະບຽບຮຽບຮ້ອຍ.

ໃນວັນພະຫັດມື້ນີ້ ປະທານາທິບໍດີ ເອັມເມີສັນ ເອັມນັງກາວາ ໄດ້ຮ້ອງຂໍໃຫ້ມີການສືບ
ສວນສອບສວນ ຢ່າງເປັນອິດສະຫລະ ຂອງຄວາມຮຸນແຮງດັ່ງກ່າວ ໃນຂະນະດຽວກັນ
ທ່ານກໍໄດ້ເນັ້ນໜັກ ເຖິງຄວາມຈຳເປັນ ເພື່ອເຮັດໃຫ້ປະເທດຊາດ ກ້າວໜ້າໄປພ້ອມໆ
ກັນ.

ທ່ານ ເອັມນັງກາວາ ໄດ້ຂຽນລົງທວີດເຕີ ວ່າ “ພວກເຮົາເຊື່ອ ໃນຄວາມໂປ່ງໃສ ແລະ
ຄວາມຮັບຜິດຊອບ ແລະພວກທີ່ຮັບຜິດຊອບທັງຫຼາຍ ຄວນຖືກລະບຸໂຕ ແລະ ນຳມາ
ລົງໂທດ. ມັນຍັງມີຄວາມສຳຄັນຫຼາຍທີ່ສຸດ ເທົ່າທີ່ເຄີຍມີ ທີ່ພວກເຮົາ ແມ່ນຈະສາມັກ
ຄີກັນ ແລະໝັ້ນໝາຍເພື່ອຕົກລົງກັນ ໃນຄວາມເຫັນ ທີ່ແຕກຕ່າງກັນຢ່າງສັນຕິ ແລະ
ດ້ວຍຄວາມເຄົາລົບນັບຖື ແລະ ພາຍໃນຂອບເຂດຂອງກົດໝາຍ.”

ທ່ານ ເອັມນັງກາວາ ໄດ້ກ່າວອີກວ່າ ລັດຖະບານຂອງທ່ານ ໄດ້ຕິດຕໍ່ສື່ສານ ກັບຜູ້ນຳ
ຂອງພັກຝ່າຍຄ້ານ ທ່ານ ແນລສັນ ຈຊາມີຊາ ເພື່ອປຶກສາຫາລື ຫາແນວທາງ ທີ່ຈະ
“ຜ່ອນຄາຍສະຖານະການໃນທັນທີ.”

ສ່ວນທ່ານ ຈຊາມີຊາ ແລະ ພັກ ຂະບວນການເພື່ອການປ່ຽນແປງເປັນປະຊາທິປະໄຕ
ຫຼື MDC ທີ່ເປັນພັກຝ່າຍຄ້ານຂອງທ່ານ ໄດ້ກ່າວຫາວ່າ ມີການສໍ້ໂກງໃນການເລືອກຕັ້ງ
ແລະ ກ່າວວ່າ ທ່ານ ຈຊາມີຊາ ໄດ້ຊະນະ ຄະແນນສຽງ.

ຜົນຈາກການແຂ່ງຂັນໃນການເລືອກຕັ້ງ ໃນສະພາ ໄດ້ຖືກປະກາດອອກມາ ໂດຍທີ່ພັກ
ປົກຄອງປະເທດໃນປັດຈຸບັນ ຄື ພັກ ຊານູ-ພີແອັຟ (ZANU-PF) ໄດ້ຊະນະສຽງສ່ວນ
ຫຼາຍ ໃນອົງການຈັດຕັ້ງນັ້ນ. ພັກ ຊານູ-ພີແອັຟ ເປັນພັກການເມືອງ ຂອງຜູ້ປົກຄອງມາ
ເປັນເວລາຍາວນານ ຄື ທ່ານ ໂຣເບີດ ມູກາເບ ຜູ້ທີ່ໄດ້ກ້າວລົງຈາກຕຳແໜ່ງ ພາຍໃຕ້
ຄວາມກົດດັນ ຈາກກອງທັບ ໃນເດືອນພະຈິກ ປີກາຍນີ້ ແລະ ຜົນການເລືອກຕັ້ງ ໃນ
ສະພາ ອາດເປັນສັນຍານ ທີ່ສະແດງອອກຢ່າງແຮງກ້າ ສຳລັບ ທ່ານ ເອັມນັງກາວາ.

Protesters, Security Forces Clash as Zimbabwe Election Results Delayed
please wait

No media source currently available

0:00 0:01:04 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG