ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ນາຍົກ ເທີກີ ສັນຍາ ຈະໂຈະ ໂຄງການ ພັດທະນາ ສວນ ສາທາລະນະ (ສະໄລດ໌)


ຜູ້ປະທ້ວງຄົນນຶ່ງ ເອົາມືເຮັດເປັນສັນຍາລັກໂຕ V ຂະນະທີ່ນັ່ງຢູ່ນອກ ສວນສາທາລະນະ Gezi ຕໍ່ໜ້າລັດຕຳຫຼວດ ປາບຈະລາຈົນ ທີ່ຈະຕຸລັດ Taksim ໃນນະຄອນອິສຕັນບູລ (14 ມິຖຸນາ 2013)
ຜູ້ປະທ້ວງຄົນນຶ່ງ ເອົາມືເຮັດເປັນສັນຍາລັກໂຕ V ຂະນະທີ່ນັ່ງຢູ່ນອກ ສວນສາທາລະນະ Gezi ຕໍ່ໜ້າລັດຕຳຫຼວດ ປາບຈະລາຈົນ ທີ່ຈະຕຸລັດ Taksim ໃນນະຄອນອິສຕັນບູລ (14 ມິຖຸນາ 2013)
ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ໄດ້ພົບປະໃນຄືນແລ້ວນີ້ ກັບ ນາຍົກລັດຖະມົນຕີເທີກີກ່າວວ່າ ທ່ານໄດ້ໃຫ້ຄຳໝັ້ນສັນຍາທີ່ຈະ ໂຈະແຜນການພັດທະນາສວນສາທາລະນະແຫ່ງນຶ່ງໃນນະຄອນ ອິສຕັນບູລ ຈົນກວ່າສານຈະຕັດສິນກ່ຽວກັບເລື່ອງນີ້.

ແຜນການທີ່ຈະມ້າງສວນສາທາລະນະ ເພື່ອໂຄງການພັດທະນາ
ນັ້ນໄດ້ພາໃຫ້ເລີ້ມມີການປະທ້ວງ ເມື່ອສອງອາທິດກ່ອນຊຶ່ງໄດ້ມີ
ການຂະຫຍາຍໂຕຢ່າງວ່ອງໄວມາເປັນການໂຮມຊຸມນຸມປະທ້ວງ ຕໍ່ຕ້ານລັດຖະບານແລະນາຍົກລັດຖະມົນຕີ Recep Tayyip Er-
dogan.

ຄະນະຜູ້ຕາງໜ້າຂອງພວກຝ່າຍຄ້ານ ທີ່ຫາກໍພົບປະກັບນາຍົກລັດຖະມົນຕີ ແມ່ນປະກອບ ດ້ວຍ ພວກນັກສິນລະປິນ ນັກສະແດງ ແລະນັກຮ້ອງ. ກຸ່ມດັ່ງກ່າວເວົ້າວ່າ ທ່ານ Erdogan ໃຫ້ຄຳໝັ້ນສັນຍາວ່າ ຈະຈັດໃຫ້ມີການລົງປະຊາມະຕິ ກ່ຽວກັບໂຄງການພັດທະນາສວນສາ ທາລະນະດັ່ງກ່າວ ຖ້າຫາກສານຕັດສິນເຂົ້າຂ້າງລັດຖະບານ.

ພວກປະທ້ວງທີ່ໂຮມຊຸມນຸມກັນຢູ່ໃນເຂດສວນສາທາລະນະ Gezi ໃນນະຄອນອິສຕັນບູລ ປະກາດວ່າ ຈະຢູ່ທີ່ນັ້ນຕໍ່ໄປ ທັງໆທີ່ທ່ານ Erdogan ໄດ້ເຕືອນພວກເດີນຂະບວນເປັນຄັ້ງ ສຸດທ້າຍ ໃນຕອນແລງຂອງວັນພະຫັດວານນີ້. ນາຍົກລັດຖະມົນຕີໄດ້ໃຫ້ເວລາແກ່ພວກທີ່ ທ່ານເອີ້ນວ່າ “ພວກສ້າງບັນຫາ” ນັ້ນ 24 ຊົ່ວ ໂມງ ໃຫ້ສະຫຼາຍຕົວອອກຈາກບໍລິເວນຈະຕຸ
ລັດ Taksim ແຕ່ປະກົດວ່າຍັງມີພວກປະທ້ວງຫຼາຍໆຄົນຢູ່ທີ່ຈະຕຸລັດດັ່ງກ່າວໃນຕອນເຊົ້າ ຂອງວັນສຸກມື້ນີ້.

XS
SM
MD
LG