ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ຖືກລົດຕູ້ຕຳຫລວດແລ່ນຕຳ ຢູ່ນອກສະຖານທູດສະຫະລັດ ໃນຟິລິບປິນ


ພວກເຈົ້າໜ້າທີ່ຕຳຫລວດ ໄລ່ຕີພວກປະທ້ວງທີ່ພາກັນແລ່ນໜີ ຢູ່ຕໍ່ໜ້າສະຖານທູດສະຫະລັດ ໃນນະຄອນມະນີລາ ປະເທດຟິລິບປິນ ທີ 19 ຕຸລາ 2016.
ພວກເຈົ້າໜ້າທີ່ຕຳຫລວດ ໄລ່ຕີພວກປະທ້ວງທີ່ພາກັນແລ່ນໜີ ຢູ່ຕໍ່ໜ້າສະຖານທູດສະຫະລັດ ໃນນະຄອນມະນີລາ ປະເທດຟິລິບປິນ ທີ 19 ຕຸລາ 2016.

ລົດ​ຕູ້​ຕຳຫລວດ​ຄັນ​ນຶ່ງ​ແລນ​ຕຳ​ພວກ​ປະ​ທ້ວງຕ້ານ​ສະຫະລັດ ຢູ່​ນອກ​ສະຖານທູດ​ສະຫະ ລັດ​ໃນ​ນະຄອນ​ຫຼວງມາ​ນິລາ ໃນ​ວັນ​ພຸດ​ມື້​ນີ້ ​ເຮັດ​ໃຫ້​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ພວກ​ປະ​ທ້ວງ​ປະມານ 1000 ຄົນ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຕໍ່ໜ້າ​ສະຖານທູດ ຮຽກຮ້ອງ​ໃຫ້​ສິ້ນ​ສຸດການມີໜ້າຂອງ​ທະຫານ​ສະຫະລັດຢູ່ໃນ​ຟິລິບ​ປິນ. ຕຳຫລວດ​ໄດ້​ຍິງ​ແກັສນໍ້າຕາ ​ແລະ​ໃຊ້​ປືນ​ນໍ້າຂັບ​ໄຫລ່ຝູງ​ຊົນໃຫ້ໜີໄປ.

ຮູບຢູ່​ໃນໂທລະພາບ​ສະ​ແດງ​ໃຫ້​ເຫັນ​ວ່າພວກ​ປະ​ທ້ວງ​ພາກັນ​ອ້ອມ​ລົດຕູ້​ຕຳຫລວດ ​ແລະ​ທຸບ​ຕີດ້ວຍ​ໄມ້ຄ້ອນ ກ່​ອນຄົນ​ຂັບ​ລົດ​ຈະ​ເລີ້ມ​ແລ່ນ​ຕຳ​ພວກ​ປະ​ທ້ວງ​ຊໍ້າ​ແລ້ວ​ຊໍ້າ​ອີກ.

ນຶ່ງ​ໃນ​ບັນດາ​ຜູ້ນຳ​ປະ​ທ້ວງ ທ້າວ Renato Reyes ກ່າວ​ວ່າ ຢ່າງ​ໜ້ອຍຜູ້​ປະ​ທ້ວງສາມ​ຄົນ​ໄດ້​ເຂົ້າ​ໂຮ​ງໝໍ ​ຫລັງ​ຈາກ​ໄດ້​ຖືກ​ລົດ​ຕູ້​ຕຳຫລວດ​ແລ່ນ​ຕຳ.

ພວກ​ປະ​ທ້ວງ​ຫລາຍ​ສິບ​ຄົນ​ໄດ້ຖືກ​ຈັບ​ລະຫວ່າງ​ການ​ຂະບວນ​ ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ແກວ່ງ​ນໍ້າ​ສີ​ແດງ​ໃສ່​ພວກ​ເຈົ້າ​ໜ້າ​ທີ່​ຕຳຫ​ລວດ.

​ໃນ​ບໍ່​ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ມາ​ນີ້ ປະທານາທິບໍດີຟິລິບ​ປີນ ທ່ານ Rodrigo Duterte ​ໄດ້​ເພີ້ິມການຮຽກຮ້ອງ​ບໍ່ໃຫ້ນະ​ໂຍບາຍ​ຕ່າງປະ​ເທດ ​ປະສານ​ງານ​ກັບ​ສະຫະລັດ ​ແລະ​ໄດ້​ໂຈມ​ຕີ ປະທານາທິບໍດີ Barack Obama ​ທາງສ່ວນ​ຕົວ ໂດຍຮ້ອງ​ທ່ານ​ວ່າ “​ເປັນ​ລູກແມ່ຈ້າງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Philippines Protests
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG