ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ປະ​ທ້ວງ​ ເພື່ອ​ປະຊາທິປະ​ໄຕ ພາກັນກັບຄືນສູ່ທ້ອງຖະໜົນ ໃນຮົງກົງອີກ


ພວກປະທ້ວງທີ່ຖືຄັນຮົ່ມສີເຫຼືອງ ຊຶ່ງເປັນສັນຍາລັກ ຂອງຂະບວນການ ເຂົ້າຍຶດຄອງ ຫລື Occupy ພາກັນເດີນຂະບວນ ຢູ່ຖະໜົນໃນຮົງກົງ, ວັນທີ 1 ກຸມພາ 2015.
ພວກປະທ້ວງທີ່ຖືຄັນຮົ່ມສີເຫຼືອງ ຊຶ່ງເປັນສັນຍາລັກ ຂອງຂະບວນການ ເຂົ້າຍຶດຄອງ ຫລື Occupy ພາກັນເດີນຂະບວນ ຢູ່ຖະໜົນໃນຮົງກົງ, ວັນທີ 1 ກຸມພາ 2015.

ພວກ​ປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ ຫຼາຍພັນ​ຄົນ ​ໄດ້​ກັບ​ຄືນ​ມາ​
ລົງ​ສູ່ ຖະໜົນ​ສາຍ​ຕ່າງໆ​ຂອງ​ຮົງກົງອີກ ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ
​ທຳການ​ເດີນ​ຂະ​ບວນຄັ້ງ​ໃຫຍ່ ເທື່ອ​ທຳ​ອິດ ຫຼັງຈາກ​ທີ່ພວກ​ເຂົາ
​ເຈົ້າ​ໄດ້ປິດຫຼາຍໆ​ເຂດຂອງຮົງ​ກົງລົງ ເມື່ອປີ​ແລ້ວ​ນີ້ ​ເພື່ອ​ຮຽກ
ຮ້ອງ​ເອົາປະຊາທິປະ​ໄຕ​ຢ່າງ​ຄົບ​ຖ້ວນ ຢູ່​ໃນ​ອະດີດ​ອານາ​ນິຄົມ
ແຫ່ງ​ນັ້ນຂອງ​ອັງ​ກິດ.

ບັນດາ​ຜູ້​ຈັດ​ແຈງການ​ປະ​ທ້ວງ ​ໄດ້ກ່າວ​ວ່າ ການ​ປະ​ທ້ວງເທື່ອນີ້
ຈະ​ເປັນ​ໄປ​ຢ່າງສັນຕິ ​ແລະ ຈະ​ບໍ່​ເປັນ​ແບບ​ດຽວ​ກັນ​ກັບ ອັນ​ທີ່​
ເອີ້ນ​ວ່າ ​ການປຸກລະດົມເຂົ້າຍຶດຄອງໃຈກາງເມືອງ ຫຼື Occupy
Central ທີ່​ໄດ້​ເລີ້ມ​ຕົ້ນຂຶ້ນ ​ໃນ​ທ້າຍ​ເດືອນກັນຍາ​ປີ​ກາຍ​ນີ້ ຊຶ່ງ​
ພວກ​ອອກ​ມາ​ປະ​ທ້ວງໄດ້​ອັດ ຖະໜົນສາຍ​ສຳຄັນໆ ​ເປັນ​ເວລາ 2 ​ເດືອນ​ເຄິ່ງ.

ບັນດາ​ເຈົ້າໜ້າ​ທີ່​ໄດ້​ເກັບ​ເອົາເຄື່ອງ​ຂອງ​ໃນ​ຄ້າຍ​ພັກ​ຊົ່ວຄາວຕ່າງໆ ອອກຈົນ​ໝົດ ​ໃນ​ເດືອນ ​ທັນວາ​ປີ​ກາຍ​ນີ້ ​ໂດຍ​ທີ່​ບໍ່​ໄດ້ຕອບສະໜອງ ຕໍ່​ຄຳ​ຮຽກຮ້ອງໃດໆ ​ຂອງ​ພວກ​ປະ​ທ້ວງ​ເລີຍ.

ພວກ​ປະ​ທ້ວງ ​ຮຽກຮ້ອງ​ໃຫ້​ຫົວໜ້າ​ບໍລິຫານ​ຮົງ​ກົງ ທ່ານ Leung Chun-ying ລາ​ອອກ​
ຈາກ​ຕຳ​ແໜ່​ງ ​ແລະ ​ໃຫ້​ປັກ​ກິ່ງ ຕ່າວ​ປີ້ນ​ການ​ຕັດສິນໃຈ ຂອງ​ຕົນ ທີ່​ຈະ​ກວດ​ສອບ ​ແລະ
ທຳການຄັດ​ເລື​ອກ ​ບັນດາ​ຜູ້​ສະໝັກ ​ເປັນ​ຜູ້​ບໍລິຫານ​ຮົງກົງ​ ສຳ​ຫລັບ​ການ​ເລືອກ​ຕັ້ງ ​ໃນ​ປີ 2017 ນັ້ນ.

HONG KONG PROTESTS VIDEO
please wait

No media source currently available

0:00 0:00:45 0:00

XS
SM
MD
LG