ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກປະທ້ວງ ສືບຕໍ່ ໂຮມຊຸມນຸມ ທີ່ຈະຕຸລັດ ເອກກະລາດ ໃນນະຄອນ Kyiv (ສະໄລດ໌/ວີດີໂອ)


Protesters Remain in Kyiv's Independence Square
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ
ພວກປະທ້ວງຫຼາຍພັນຄົນຍັງສືບຕໍ່ພາກັນໂຮມຊຸມນຸມທີ່ຈະຕຸລັດ
ເອກກະລາດໃນນະຄອນຫຼວງ Kyiv ຍ້ອນບໍ່ພໍໃຈນຳຂໍ້ຕົກລົງລະ
ຫວ່າງປະທານາທິບໍດີຢູເຄຣນແລະພວກຝ່າຍຄ້ານທີ່ແນໃສ່ເພື່ອ ຍຸດຕິວິກິດການທາງດ້ານການເມືອງ ຢູ່ໃນປະເທດດັ່ງກ່າວ.

ພວກປະທ້ວງຫຼາຍໆຄົນ ຍັງສືບຕໍ່ພາກັນຮຽກຮ້ອງໃຫ້ ປະທານາ
ທິບໍດີ Viktor Yanukovych ຊຶ່ງລາຍງານຂ່າວບາງກະແສແຈ້ງ
ວ່າໄດ້ເດີນທາງອອກໄປຈາກນະຄອນຫຼວງແລ້ວນັ້ນລາອອກໃນ
ທັນທີ.

ສະຫະລັດ ກ່າວວ່າ ຂໍ້ຕົກລົງທີ່ໄດ້ມີການລົງນາມກັນ ໃນວັນສຸກ
ວານນີ້ ແມ່ນບອບບາງຫລາຍ ແລະຕ້ອງການຄວາມສະໜັບສະໜຸນ ຂອງໂລກ. ເຈົ້າໜ້າທີ່
ທ່ານນຶ່ງຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ ຂໍ້ຕົກລົງດັ່ງກ່າວນີ້ ແມ່ນຍາກທີ່
ຈະຊັກຊວນໃຫ້ພວກຝ່າຍຄ້ານທີ່ປະທ້ວງຢູ່ຕາມຖະໜົນຫົນທາງຮັບເອົາໄດ້ຍ້ອນຄວາມຮຸນ
ແຮງແລະການເສຍຊີວິດເມື່ອໄວໆມານີ້.

Ukraine Protest 2-22
please wait
Embed

No media source currently available

0:00 0:02:01 0:00


ປະທານາທິບໍດີບາຣັກ ໂອບາມາ ໄດ້ໂທລະສັບ ໄປໂອ້ລົມກັບ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ກ່ຽວກັບເລື່ອງຢູເຄຣນ ໃນມື້ວັນສຸກວານນີ້. ເຈົ້າໜ້າທີ່ກ່າວວ່າ ພວກຜູ້ນຳ ທັງສອງໄດ້ເຫັນພ້ອມນຳກັນ ເຖິງຄວາມຈຳເປັນ ທີ່ຈະຕ້ອງຈັດຕັ້ງປະຕິບັດ ຂໍ້ຕົກລົງດັ່ງກ່າວ ຢ່າງວ່ອງໄວ ແລະຊຸກຍູ້ໃຫ້ທຸກຝ່າຍ ຫລີກລ່ຽງຕໍ່ການໃຊ້ຄວາມຮຸນແຮງ.

ການຕົກລົງໃນວັນສຸກວານນີ້ ໄດ້ບັງຄັບໃຫ້ຢູເຄຣນ ກັບຄືນໄປໃຊ້ລັດຖະທຳມະນູນສະບັບປີ
2004 ທີ່ໄດ້ຈຳກັດອຳນາດຂອງປະທານາທິບໍດີ. ນອກນັ້ນແລ້ວ ຂໍ້ຕົກລົງດັ່ງກ່າວນີ້ ແມ່ນຍັງ ຮວມທັງການສ້າງຕັ້ງລັດຖະບານປະສົມ ແລະຈັດການເລືອກຕັ້ງກ່ອນກຳນົດນຳດ້ວຍ.

ເບິ່ງວີດີໂອ ຂອງ RFE/RL ຈາກ ນະຄອນ Kyiv


ການປະທ້ວງທີ່ຢູເຄຣນໄດ້ລະເບີດຂຶ້ນໃນເດືອນພະຈິກທ້າຍປີກາຍນີ້ ເວລາປະທານາທິບໍດີ Yanukovych ຖອນຕົວ ອອກຈາກຂໍ້ຕົກລົງການຄ້າເສລີ ກັບສະຫະພາບຢູໂຣບ ເພື່ອເຫັນ ແກ່ຄວາມສຳພັນອັນໃກ້ຊິດກັບຣັດເຊຍ.

ການປະທ້ວງໄດ້ເລີ້ມຂຶ້ນແບບສັນຕິແຕ່ໄດ້ກາຍເປັນຄວາມຮຸນແຮງໃນຕົ້ນເດືອນນີ້ທີ່ເຮັດໃຫ້ ມີຜູ້ເສຍຊີວິດເກືອບ 100 ຄົນແລ້ວ ຮວມທັງພວກປະທ້ວງຈຳນວນນຶ່ງທີ່ຖືກຍິງຢູ່ຫົວ ໂດຍມື ປືນຂອງຕຳຫຼວດ.



XS
SM
MD
LG