ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, 25 ຕຸລາ 2026

ພວກປະທ້ວງ ແລະຕຳຫຼວດ ປະທະກັນອີກ ທີ່ເມືອງ Ferguson (ວີດີໂອ/ສະໄລດ໌)

For Obama, Racial Violence is Personal Issue
please wait

No media source currently available

0:00 0:02:56 0:00

ພວກ​ປະ​ທ້ວງ​ແລະ​ຕຳຫລວດ ​ໄດ້​ປະ​ທ​ະກັນ​ອີກ​ຄັ້ງ​ໃໝ່ ​ໃນ​ຕອນ
​ຄ່ຳຂອງຄືນ ວານ​ນີ້ ທີ່​ເມືອງ Ferguson ລັດ Missouri ໃນພາກ
​ກາງ ຂອງສະຫະລັດ ທ່າມ​ກາງ​ຄວາ​ມເຄັ່ງ​ຕຶງ ທີ່​ພົວພັນ​ກັບຕຳ
ຫຼວດ​ຜິວ​ຂາວຄົນ​ນຶ່ງ ​ຍິງ​ໄວ​ລຸ່ນຜິວ​ດຳ ​ທີ່​ບໍ່​ມີ​ອາວຸດຄົນ​ນຶ່ງເສຍ​ຊີ
ວິດ​ໄປນັ້ນ.

​ພວກຕຳຫຼວດໃນ​ຊຸດປາບຈະລາຈົນ ​ໄດ້ຍິງ​ລະ​ເບີດຄວັນແລະລະ
ເບີດ​ນໍ້າ ຕາເຂົ້າ​ໃສ່​ພວກ​ປະ​ທ້ວງ ​ທີ່​ພາກັນ​ໂຮມຊຸມນຸມ​ກັນ ​ຢູ່​ຕາມ
​ຖະໜົນ​ຫົນ​ທາງ​ ໃນ​ເມືອງ Ferguson ທີ່​ໄດ້ເກີດການຈະລາຈົນ
ວຸ້ນວາຍຂຶ້ນ ຫລັງ​ຈາກ​ການ​ປະທ້ວງ​ທີ່​ສະຫງົບ. ມີການແກວ່ງ“​ລະ​
ເບີດ​ນໍ້າມັນ” ​ແລະກວດ​ແກ້ວ​ຕ່າງໆ ໄປ​ໃສ່​ທິດ​ທາງ​ລົດ​ຫຸ້ມ​ເກາະ​ຂອງຕຳຫລວດ.

US POLICE SHOOTING VOSOT
please wait

No media source currently available

0:00 0:02:00 0:00

​ຮ້ອຍຕຳຫຼວດເອກ Ron Johnson ​ໄດ້​ກ່າວຕໍ່​ບັນດາ​ນັກ​ຂ່າວ ໃນ​ຕອນ​ເຊົ້າວັນ​ອັງຄານ
​ມື້​ນີ້​ວ່າ ​ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ໄດ້ຖືກ​ໂຈມຕີ ​ແຕ່​ບໍ່​ໄດ້​ຍິງ​ຕອບ​ໂຕ້ຄືນແມ່ນແຕ່ລູກດຽວ.
ທ່ານເວົ້າວ່າ ມີພວກປະທ້ວງ 2 ຄົນໄດ້ຮັບບາດເຈັບ ຈາກລູກປືນ ທີ່ຍິງມາຈາກ ພາຍໃນ
ກຸ່ມຂອງພວກປະທ້ວງເອງ. ພວກ​ປະ​ທ້ວງ ຫຼາຍ​ຄົນປາກົດ​ວ່າ ພາກັນ​ທ້າ​ທາຍ​ຕໍ່​ຄຳ​ສັ່ງ
ຂອງ​ຕຳຫລວດທີ່ໃຫ້​ແຍກ​ຍ້າຍກັນໜີ ​ແລະ​ທ່ານ Johnson ກ່າວ​ວ່າ 31 ຄົນ​ໄດ້​ຖືກ​ຈັບ.

ທ່ານໃຫ້ຂໍ້ສັງເກດວ່າ ການປະທ້ວງສ່ວນໃຫຍ່ໄດ້ດຳເນີນໄປດ້ວຍຄວາມສະຫງົບ ແຕ່
ມີກຸ່ມຄົນນ້ອຍໆຈຸນຶ່ງ ໄດ້ຫັນການປະທ້ວງ ໃຫ້ເປັນຄວາມຮຸນແຮງ.

ທ່ານເວົ້າວ່າ ເຈົ້າໜ້າທີ່ຈະບໍ່ປ່ອຍໃຫ້ພວກກະທຳຄວາມຜິດ ເປັນຜູ້ກຳນົດ ຄວາມໝາຍ ຂອງປະຊາຄົມໃນເມືອງ Ferguson.

ພາບຄວາມບໍ່ສະຫງົບ ທີ່ເມືອງ Fuguson

Demonstrators protesting the shooting death of Michael Brown in Ferguson, Missouri, Aug. 18, 2014.
1/8 Demonstrators protesting the shooting death of Michael Brown in Ferguson, Missouri, Aug. 18, 2014.
ເບິ່ງຕື່ມອີກ Show less
A man stands in the street during a protest for Michael Brown, who was killed by a police officer. Ferguson, Missouri,  Aug. 18, 2014
2/8 A man stands in the street during a protest for Michael Brown, who was killed by a police officer. Ferguson, Missouri, Aug. 18, 2014
ເບິ່ງຕື່ມອີກ Show less
A man tries to recover after being treated for tear gas. Ferguson, Missouri, Aug. 18, 2014
3/8 A man tries to recover after being treated for tear gas. Ferguson, Missouri, Aug. 18, 2014
ເບິ່ງຕື່ມອີກ Show less
Police advance to clear the crow, Ferguson, Missouri, Aug. 18, 2014
4/8 Police advance to clear the crow, Ferguson, Missouri, Aug. 18, 2014
ເບິ່ງຕື່ມອີກ Show less
A man is lead away after being detained by police. Ferguson, Missouri, Aug. 18, 2014.
5/8 A man is lead away after being detained by police. Ferguson, Missouri, Aug. 18, 2014.
ເບິ່ງຕື່ມອີກ Show less
Police officers detain a demonstrator during the protest of Michael Brown's shooting death in Ferguson, Missouri Aug. 18, 2014.
6/8 Police officers detain a demonstrator during the protest of Michael Brown's shooting death in Ferguson, Missouri Aug. 18, 2014.
ເບິ່ງຕື່ມອີກ Show less
Demonstrators march through the streets of downtown Atlanta, Ga., in protest of the shooting death of 18-year-old Michael Brown, Aug. 18, 2014.
7/8 Demonstrators march through the streets of downtown Atlanta, Ga., in protest of the shooting death of 18-year-old Michael Brown, Aug. 18, 2014.
ເບິ່ງຕື່ມອີກ Show less
Brown family attorney Daryl Parks points on an autopsy diagram to the head wound that was likely fatal to Michael Brown during a news conference in Ferguson, Missouri Aug. 18, 2014.
8/8 Brown family attorney Daryl Parks points on an autopsy diagram to the head wound that was likely fatal to Michael Brown during a news conference in Ferguson, Missouri Aug. 18, 2014.
ເບິ່ງຕື່ມອີກ Show less
Previous slide
Next slide

ມີການແນມເຫັນກຳລັງພິທັກຊາດ ຫລື National Guard ຢູ່ອີກສົ້ນນຶ່ງ ທີ່ໄກອອກໄປ
ຈາກການໂຮມຊຸມນຸມປະທ້ວງ. ທະຫານດັ່ງກ່າວໄດ້ໄປເຖິງເມືອງ Ferguson ໃນມື້ວັນ
ຈັນວານນີ້ ຕາມການຮ້ອງຂໍຂອງຜູ້ປົກຄອງລັດ Missouri ທ່ານ May Nixon ເພື່ອເສີມ

ກຳລັງຕຳຫຼວດ ຫລັງຈາກໄດ້ມີການປະທ້ວງຢ່າງ ຮຸນແຮງເປັນເວລາຫຼາຍໆມື້.

ການປະເຊີນໜ້າໄດ້ເກີດຂຶ້ນຢູ່ໃກ້ໆຫົນທາງແຫ່ງນຶ່ງ ບ່ອນທີ່ ທ້າວ Michael Brown
ອາຍຸ 18 ປີ ໄດ້ຖືກຍິງຕາຍໂດຍຕຳຫຼວດທ້ອງຖິ່ນຄົນນຶ່ງ ເມື່ອ ວັນທີ 9 ສິງຫາຜ່ານມາ.

​
XS
SM
MD
LG