ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

25 ຄົນ ເສຍຊີວິດ ໃນການປະທະກັນ ຢູ່ ຢູເຄຣນ ທີ່ທະວີ ຮຸນແຮງຂຶ້ນ (ສະໄລດ໌/ ວີດີໂອ)


ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ​ຫຼາຍ​ພັນ​ຄົນ ຍັງ​ຢູ່​ໃນ​ຈະ​ຕຸ​ລັດ​
ໃຫຍ່​ໃນ​ນະຄອນຫລວງ​ຂອງ​ຢູ​ເຄຣນ​ໃນ​ວັນ​ພຸດ​ມື້​ນີ້ ຫຼັງ​ຈາກ​ນຶ່ງ
​ມື້​ທີ່​ມີ​ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງກັບ​ພວກ​ຕຳຫຼວດ​ປາບ​ການ
​ຈະລາຈົນຊຶ່ງ​ເຮັດ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ​ເສຍ​ຊີວິດໄປ 25 ຄົນ ​
ໃນ​ຄວາມ​ວຸ້ນວາຍ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ 3 ​ເດືອນ​ຜ່ານ​ມາ​
ໃນການ​ປະ​ທ້ວງ​ດ້ານ​ການ​ເມືອງນັ້ນ.

ປະທານາທິບໍດີ​ Viktor Yanukovych ​ແຫ່ງຢູ​ເຄຣນ ຖິ້ມ​ໂທດ​
ໃສ່​ພວກຜູ້ນຳ​ຝ່າຍ​ຄ້ານ​ ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນນີ້ ຊຶ່ງໄດ້
​ເພີ່ມ​ຄວາມ​ຮຸນ​ແຮງ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​ຕຳຫຼວດ​ປາບ​ການ​ຈະ
ລາຈົນບຸກ​ເຂົ້າ​ໄປ​ໃນ​ຄ້າຍ​ຂອງ​ພວກ​ຝ່າຍ​ຄ້ານ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້.

ເບິ່ງວີດີໂອການປະທະກັນ ຢູ່ ຢູ່ເຄຣນ ຈາກສື່ RFL/RL:

Autoplay - OFF

ທ່ານ​ Yanukovych ກ່າວ​ວ່າ ພວກ​ນັກ​ເຄື່ອນ​ໄຫວ​ທີ່ໄດ້​ຊັກ​ຊວນພວກ​ປະ​ທ້ວງ​ອື່ນໆໃຫ້ນຳ​ອາວຸດ​ເຂົ້າ​ມາ​ໃນ​ການ​ເດີນ​ຂະ​ບວນຕໍ່ຕ້ານລັດຖະບານ​ ໃນ​ໃຈກາງ​ກຸງ Kyiv ນັ້ນ​ບໍ່​ໄດ້​ເອົາ​
ຫົວຊາ​ນຳ​ຫຼັກການ​ຕ່າງໆ​ແຫ່ງ​ລະບອບ​ປະຊາ​ທິປະ​ໄຕ ​ແລະ​ຈະ​ຕ້ອງ​ປະ​ເຊີນ​ກັບ​ຜົນ​ສະທ້ອນ​ທາງ​ດ້ານກົດໝາຍ​ທີ່​ຈະ​ຕິດຕາມ​ມາ.

ຕຳຫຼວດ​ແລະ​ບັນດາ​ຜູ້ຕາງໜ້າ​ຝ່າຍ​ຄ້ານ​ກ່າວ​ວ່າ ພວກ​ທີ່​ເສຍ​ຊີວິດໄປ​ຫຼາຍ​ຄົນ​ໃນ​ເຫດການ
​ຮຸນ​ແຮງ​ຂຶ້ນ​ນີ້ ແມ່ນ​ຖືກ​ລູກປືນ. ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ອາການ​ສາຫັດ ຊຶ່ງ​ໃນ​ຈຳ
ນວນ​ພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ 9 ຄົນ​ແມ່ນ​ຕຳຫຼວດ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະພາບ​ຢູ​ໂຣບ ​ໄດ້​ຮຽກ​ກອງປະຊຸມພາວະ​ສຸກ​ເສິນ​ຂຶ້ນ​ກ່ຽວ​ກັບ​ຢູ​ເຄຣນ
ຊຶ່ງ​ພວກ​ປະ​ເທດ​ສະມາຊິກ​ຈະ​ໂອ້​ລົມ​ສົນທະນາ​ກັນ​ວ່າວ​ຈະ​ວາງ​ການ​ລົງ​ໂທ​ດຕໍ່​ພວກ​ຮັບຜິດ
ຊອບ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ນີ້​ຫຼື​ບໍ?

ທ່ານ​ນາງ Catherine Ashton ຫົວໜ້າ​ນະ​ໂຍບາຍ​ສະຫະພາບ​ຢູ​ໂຣບ ກ່າວ​ວ່າ ທ່ານ​ນາງມີ​ຄວາມ​ເປັນ​ຫ່ວງ​ຫຼາຍ​ທີ່​ສຸດກ່ຽວ​ກັບ​ສະຖານະ​ການ ​ແລະ​ກ່າວ​ຕື່ມ​ວ່າ ສະຫະພາບ​ຢູໂຣບຕຽມ​
ພ້ອມ​ທີ່​ຈະ​ຊ່ອຍ​ຢູ​ເຄຣນ​ ໃຫ້​ກັບ​ສູ່​ການ​ດຳ​ເນີນ​ຂັ້ນ​ຕອນ​ລັດຖະສະພາ. ທ່ານ​ນາງ​ກ່າວ​ວ່າ ສະ ຫະພາບ​ຢູ​ໂຣບຈະ​ພິຈາລະນາ “ທຸກ​ທາງ​ເລືອກ ທີ່​ເປັນ​ໄປ​ໄດ້” ​ ເພື່ອ​ເປັນ​ການ​ຕອບ​ໂຕ້​ ຕໍ່​ຄວາມ​ຮຸນ​ແຮງຮວມທັງ “ມາດ​ຕະການ​ທີ່​ເຄັ່ງ​ຄັດ “ ຕໍ່​ພວກ​ທີ່​ຮັບຜິດຊອບ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ນີ້.

ກ່ອນ​ໜ້າ​ນີ້ ທ່ານ Vitali Klitschko ຜູ້ນຳ​ຝ່າຍ​ຢູ​ເຄຣນ ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Yanu-
kovych ​ເພື່ອ​ທຳ​ການ​ໂອ້​ລົມ​ກັນ ​ແຕ່​ການ​ພົບ​ປະກັນ​ດັ່ງກ່າວບໍ່​ໄດ້​ປະສົບ​ຜົນສຳ​ເລັດ.

ທ່ານ Klitschko ກ່າວ​ວ່າ ປະທານາທິບໍດີ​ຂໍ​ຮ້ອງ​ໃຫ້​ພວກ​ປະ​ທ້ວງ “ ຢຸດ​ທຳ​ການ​ປະ​ເຊີນ​
ໜ້າ​ກັນ
” ອອກ​ຈາກ​ຈະ​ຕຸ​ລັດ​ໄປ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ. ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ​ນິຍົມ
ຝ່າຍ​ຕາ​ເວັນ​ຕົກ ທີ່​ກຳລັງ​ຄວບ​ຄຸມ​ຈະ​ຕຸ​ລັດ Independence ​ໃນ​ກຸງ Kyiv ທີ່​ເອີ້ນ​ກັນ​ວ່າ Maidan ນັ້ນ ​ໃຫ້​ປ້ອງ​ກັນ​ທ່າ​ທີ​ຂອງ​ພວກ​ເຂົາ​ເຈົ້າ. ຜູ້​ຄົນ​ສາມາດ​ຫຼຽວ​ເຫັນຄວັນ​ໄຟ​ ທີ່​ໜາ
ແໜ້ນ ທີ່​ພຸ່ງ​ຂຶ້ນ​ຈາກ​ເຄື່ອງ​ກີດ​ກັນ​ຄ້ານ​ຂອງ​ພວກ​ປະ​ທ້ວງ​ນັ້ນ​ໄດ້​ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້.

World Leaders Call for De-Escalation of Violence in Ukraine
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ
XS
SM
MD
LG