ພວກປະທ້ວງຢູເຄຣນ ໄດ້ປະທະກັນກັບຕໍາຫລວດ ໃນວັນ
ອັງຄານມື້ນີ້ ຫລັງຈາກໄດ້ຖືກຢຸດ ບໍ່ໃຫ້ເດີນຂະບວນໄປຫາ
ຕຶກສະພາຢູເຄຣນ ໃນກຸງ Kyiv.
ບັນດາຜູ້ເຫັນເຫດການ ກ່າວວ່າ ພວກປະທ້ວງພາກັນແກວ່ງ
ກ້ອນຫີນໃສ່ຕໍາ ຫລວດ ຫລັງຈາກທາງເດີນຂອງເຂົາເຈົ້າຖືກ
ຕັນເອົາໄວ້ ແລະຕໍາຫລວດໄດ້ ພາກັນຕອບໂຕ້ຄືນ ດ້ວຍການ
ຍິງລະເບີດຄວັນ ແລະລູກປືນຢາງເຂົ້າໃສ່.
ພວກປະທ້ວງໄດ້ພາກັນເຕົ້າໂຮມກັນມາໄດ້ຫລາຍອາທິດແລ້ວ
ເພື່ອຮຽກຮ້ອງໃຫ້ຂັບໄລ່ປະທານາທິບໍດີ Viktor Yanukovych ຫລັງຈາກທ່ານໄດ້ຖອນ
ຕົວອອກຈາກຂໍ້ຕົກລົງການຄ້າ ກັບສະຫະພາບຢູໂຣບໃນເດືອນພະຈິກຜ່ານມາເພື່ອເຫັນ
ແກ່ຄວາມສຳພັນທີ່ໃກ້ຊິດເຂົ້າກັບຣັດເຊຍ.
ໃນວັນຈັນມື້ວານນີ້ ຣັດເຊຍກ່າວວ່າ ຕົນຈະປ່ອຍເງິນເພີ້ມເຕີມ 2 ພັນລ້ານໂດລາໃຫ້ແກ່
ຢູເຄຣນ ເພື່ອຊຸກຍູ້ເສດຖະກິດທີ່ອ່ອນແອຊຶ່ງເປັນການເຄື່ອນໄຫວທີ່ເບິ່ງກັນວ່າ ເປັນການເສີມກໍາລັງ ໃຫ້ແກ່ປະທານາທິບໍດີ Yanukovych ໃນ ຄວາມພະຍາຍາມທີ່ກຳອໍານາດຕໍ່
ໄປນັ້ນ.
ບັນດາເຈົ້າໜ້າທີ່ກ່າວວ່າ ພັນທະບັດຢູໂຣທີ່ຊື້ໂດຍມົສກູແມ່ນເພີ້ມເຕີມຈາກ 3 ພັນລ້ານ
ໂດລາ ທີ່ຊື້ໃນປີກາຍນີ້. ເງິນຈຳນວນດັ່ງກ່າວ ແມ່ນພາກສ່ວນນຶ່ງຂອງເງິນກູ້ຢືມ 15 ພັນ
ລ້ານໂດລາ ທີ່ຣັດເຊຍໄດ້ໃຫ້ຄໍາໝັ້ນສັນຍາໄວ້.