ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ປົກຄອງລັດ Missouri ສົ່ງ ໜ່ວຍພິທັກຊາດ ໄປຍັງເມືອງ Ferguson (ວີດີໂອ/ສະ​ໄລ​ດ໌)


ຜູ້​ປົກຄອງ​ລັດ Missouri ​ໃນ​ພາກ​ກາງ​ສະຫະລັດ ​ໄດ້​ສົ່ງທະຫານ
National Guards ຫຼື ​ໜ່ວຍ​ພິທັກ​ຊາດ ​ໄປ​ຍັງ​ເມືອງ Fergu
son ຫຼັງ​ຈາກ​ເກີດ​ການ​ປະ​ທ້ວງ​ຊຶ່ງ​ບາງ​ຄັ້ງຮຸນ​ແຮງ​ມາ​ເປັນ​ເວລາ
​ນຶ່ງ​ສັບປະດາ​ ​ສືບເນື່ອງມາ​ຈາກຕຳຫຼວດ​ຜິວ​ຂາວຄົນ​ນຶ່ງ ​ຍິງ​ໄວ​
ລຸ່ນຜິວ​ດຳ​ທີ່​ບໍ່​ມີ​ອາວຸດ​ຕິດ​ໂຕ​ຄົນ​ນຶ່ງ ເສຍ​ຊີວິດ​ໄປ.

ທ່ານ Jay Dixon ​ໄດ້​ອະນຸຍາດ​ໃຫ້​ສົ່ງ​ໜ່ວຍ​ພິທັກ​ຊາດ​ໄປ ໃນ​
ເຊົ້າ​ວັນ​ຈັນ​ມື້​ນີ້ ຫຼັງ​ຈາກ​ເກີດ​ການ​ປະ​ທະ​ກັນ​ຮອບ​ໃໝ່ຫຼາຍ​ບັ້ນ
​ ລະຫວ່າງ​ຕຳຫຼວດ​ແລະ​ພວກ​ປະ​ທ້ວງ​ໃນ​ເມືອງ Ferguson.

​ໃນ​ແລງ​ວັນ​ອາທິດ​ວານ​ນີ້ ພວກຕຳຫຼວດ​ຕິດ​ອາວຸດໃສ່​ຊຸດປ້ອງ​ກັນ​ແກ​ສ ​ທີ່​ສະໜັບ​ສະ​ໜຸນ​
ໂດຍລົດ​ຫຸ້ມ​ເກາະ ​ໄດ້​ໃຊ້ແກ​ສນ້ຳຕາ ເພື່ອ​ພະຍາຍາມ​ຂັບ​ໄລ່​ພວກ​ປະຊາຊົນ​ທີ່​ກໍ່​ຄວາມ​ວຸ້ນວາຍ​ຈຸ​ນຶ່ງ​ ທີ່​ໄດ້​ພະຍາຍາມ​ຍ່າງເຂົ້າໄປ​ຫາ​ພວກ​ເຂົາ​ເຈົ້າ. ຕຳຫຼວດ​ກ່າວ​ວ່າ ພວກ​ປະ​ທ້ວງບາງ​ຄົນ​ທີ່​ປະກອບສ່ວນ​ໃນ​ອັນ​ທີ່​ປາກົດ​ວ່າ ​ເປັນ​ການ​ປະ​ທ້ວງ​ທີ່​ສັນຕິ ​ນັ້ນ ໄດ້ພະ
ຍາຍາມ​ຈະ​ເຂົ້າ​ໄປ​ໃກ້​ປ້ອມ​ບັນຊາ​ການຂອງ​ໜ່ວຍ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ນຶ່ງ.

ຮ້ອຍ​ເອກ Ron Johnson ​ເຈົ້າ​ໜ້າ​ທີ່​ຕຳຫລວດ ກ່າວ​ວ່າ ພວກ​ປະ​ທ້ວງ​ພາກັນ​ແກວ່ງ​
“ລະ​ເບີດ​ໄຟ”​ ແລະຍິງ​ປືນ​ຂຶ້ນ ພ້ອມ​ທັງ​ລັກຂະ​ໂມ​ຍ ສິ່ງ​ຂອງຈາກ​ຮ້ານ​ຄ້າ ​ແລະ​ທຳ​ການ​ທຳລາຍ​ຢ່າງ​ປ່າ​ເຖື່ອນ ​ແລະ​ວ່າ​ ພວກ​ປະ​ທ້ວງ​ໄດ້​ຍິງ​ໃສ່​ຕຳຫຼວດ ​ແຕໍ່​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​
ບາດ​ເຈັບ​.

ທ່ານ Johnson ບັນ​ລະ​ຍາຍ​ຄວາມ​ຮຸນ​ແຮງ​ດັ່ງກ່າວ​ວ່າ “ເປັນ​ພຶດຕິກຳ​ ທາງອາຍາ​ທີ່​
ມີ​ການ​ຄິດ​ລ່ວງ​ໜ້າ​ໄວ້​ກ່ອນ”
ທີ່​ມີ​ວັດຖຸ​ປະສົງ​ເພື່ອສ້າງ​ ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊັບ​ສິນ ສ້າງ​ຄວາມ​ເຈັບ​ປວດ​ໃຫ້​ແກ່​ຜູ້​ຄົນ ​ແລະ​ເກາະ​ຜິດ​ເພື່ອ​ໃຫ້​ມີ​ການ​ຕອບ​ໂຕ້. ທ່ານ​ກ່າວ​ຕໍ່​ໄປ​ວ່າ ຕຳຫຼວດ​ຈຳ​ເປັນ​ຕ້ອງ​ຕອບ​ໂຕ້​ເພື່ອ​ປ້ອງ​ກັນ​ຊີວິດ​ຜູ້​ຄົນ ​ແລະ​ຊັບ​ສິນ. ມີຫຼາຍຄົນ​ຖືກ​
ຈັບ.

ພວກ​ປະ​ທ້ວງ​ໄດ້​ປະຕິ​ເສດ​ຢ່າງ​ໂມໂຫ ຕໍ່​ລາຍ​ງານ​ຂ່າວ​ທີ່​ວ່າ​ມີ​ການ​ກໍ່​ຄວາມ​ຮຸນ​ແຮງ ກ່ອນ​ຕຳຫຼວດຈະ​ຍິງ​ແກ​ສນ້ຳ​ຕາ​ໃສ່​ພວກ​ຕົນ​ນັ້ນ.

ຄວາມ​ຮຸນ​ແຮງ​ດັ່ງກ່າວເກີດ​ຂຶ້ນ ​ຫຼາຍ​ຊົ່ວ​ໂມງກ່ອນ​ການ​ປະກາດ​ຫ້າມສັນຈອນ​ໄປມາ​ໃນ​ຍາມ​ກາງຄືນ​ ເລີ້ມ​ມີ​ຜົນ​ບັງຄັບໃຊ້​ເປັນ​ຄືນ​ທີ​ສອງ​ລຽນຕິດ. ການ​ຫ້ານອອກ​ນອກ​ບ້ານໃນ​ຍາມ​ກາງຄືນ ມີ​ຜົນ​ບັງຄັບ​ໃຊ້​ຕັ້ງ​ແຕ່​ທ່ຽງ​ຄືນ​ໄປ ຕາມ​ເວລາໃນ​ທ້ອງ​ຖິ່ນ ຈົນ​ຮອດ​ເວລາ 5:00 ​ໂມງ​ເຊົ້າ.

uspoliceshooting18august14
please wait

No media source currently available

0:00 0:03:02 0:00

XS
SM
MD
LG