ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ ຫຼາຍພັນຄົນ ໂຮມຊຸມນຸມ ຕໍ່ຕ້ານ ລັດຖະບານ ຢູ່ບາງກອກ (ວີດີໂອ)


ພວກປະທ້ວງ ຕໍ່ຕ້ານລັດຖະບານ ໂຮມຊຸມນຸມ ໃນເຂດໃຈກາງບາງກອກ (5 ມັງກອນ 2014)
ພວກປະທ້ວງ ຕໍ່ຕ້ານລັດຖະບານ ໂຮມຊຸມນຸມ ໃນເຂດໃຈກາງບາງກອກ (5 ມັງກອນ 2014)
ພວກ​ປະ​ທ້ວງຝ່າຍ​ຄ້ານຫຼາຍພັນ​ຄົນ​ໃນ​ໄທ ​ໄດ້​ພາກັນເດີນ​ຂະ​ບວນ​ອີກ​ຄັ້ງ​ນຶ່ງ​ຢູ່​ທີ່ບາງ ກອກ ​ເພື່ອ​ທວງ​ໃຫ້​ນາຍົກລັດຖະມົນ ຕີຢິ່ງລັກ ຊິນນ​ະວັດ ລາ​ອອກ ຊຶ່ງ​ເປັນ​ການ​ເປີດ​ສາກເພື່ອປິດ ນະຄອນຫຼວງຂອງ​ໄທໃນ​ອາທິດ​ໜ້າ​ນີ້ ຕາມ​ທີ່​ວາງ​ແຜນ​ໄວ້​ແລ້ວ​ນັ້ນ.

ພວກ​ປະ​ທ້ວງ​ໄດ້​ເດີນຂະ​ບວນ​ຜ່ານ​ເຂດ​ປະຫວັດສາດ​ຂອງ​ບາງກອກ ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ພະຍາຍາມຊອກ​ສະ​ແຫວ​ງຫາ​ການ​ສະໜັບສະໜຸນໃນ​ຍຶດຄອງເຂດ​ດັ່ງກ່າວ ພ້ອມ​ກັບ​ແຜນການ​ທໍານອງ​ດຽວ​ກັນ​ກັບ​ທີ່​ໄດ້​ວາງໄວ້ ​ໃນ​ວັນ​ອັງຄານ​ແລະ​ວັນ​ພະ​ຫັດ​ຕໍ່ໜ້າ​ນີ້ ຊຶ່ງ​ເປັນ​ແຜນການ​ທີ່​ຈະ​ປິດ​ນະຄອນ ຫຼວງຂອງ​ໄທ​ໃຫ້​ໄດ້ ໃນ​ວັນ​ທີ 13 ມັງ ກອນ.

ທ່ານ​ນາງ ນາຍົກລັດຖະມົນຕີ ຢິ່ງລັກ ຊິນນະ​ວັດ ​ໄດ້​ຍຸບສະພາ ແລະ​ໄດ້ ຮຽກໃຫ້​ມີ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳນົດ ​ແຕ່​ທ່ານ​ນາງ​ກໍ​ປະຕິ​ເສດ​ທີ່​ຈະລາ​ອອກ. ພວກ​ປະ​ທ້ວງ​ຢືນຢັນ​ວ່າ​ ຈະ​ສະກັດ​ກັ້ນ​ບໍ່​ໃຫ້ມີ​ການ​ເລືອກ​ຕັ້ງ ​ເພາະເຂົາ​ເຈົ້າຢ້ານ​ວ່າ ການ​ເລືອກ​ຕັ້ງ​ດັ່ງກ່າວ ມີ​ແຕ່​ຈະ​ນໍາ​ເອົາວົງຕະ ກູນ​ຊິນນະ​ວັດ ​ໃຫ້​ເຂົ້າມາ​ກໍາ​ອໍານາດ​ອີກ​ເທົ່າ​ນັ້ນ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ມີ​ຂຶ້ນຫລັງ​ຈາກ​ການ​ປະ​ທ້ວງເປັນ​ເວລາ​ຫຼາຍອາ ທິດ ໂດຍ​ພວກ​ທີ່​ຕ້ອງການ​ໂຄ່ນ​ລົ້ມ​ທ່ານ​ນາງຢິ່ງລັກ. ພວກ​ປະ​ທ້ວງ​ເວົ້າ​ວ່າ ການ​ໂຄ່ນ​ລົ້ມ​ທ່ານ ນາງ​ ຖື​ວ່າ​ຈໍາ​ເປັນ ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພົ້ນ​ຈາກ​ການ​ສໍ້​ລາດ​ບັງຫຼວງ ​ແລະ ການ​ເມືອງ​ທີ່​ໃຊ້​ອໍານາດ​ເງິນ.

ພວກ​ປະ​ທ້ວງມອງ​ເຫັນ​ວ່າ ທ່ານ​ນາງ​ຢິ່ງລັກ ​ເປັນ​ຫຸ່​ນຂອງ​ອ້າຍທ່ານ​ນາງ ຄື​ອະດີດນາຍົກ ລັດຖະມົນຕີ ທັກສິນ ຊິນນະ​ວັດ.

ທ່ານ​ທັກສິນ ນັກທຸລະກິ​ດມະ​ຫາ​ເສດຖີ ຖືກ​ໂຄ່ນ​ລົ້ມ​ໃນ​ປີ 2006 ​ໂດຍ ການ​ກໍ່​ລັດຖະ ປະຫານ. ທ່ານ​ຖືກ​ຕັດສິນ​ວ່າ ​ກະທໍາ​ຜິດໃນ​ການສໍ້​ລາດ​ບັງ ຫຼວງ ​ແລະໄດ້ໄປລີ້​ໄພ ໃນ​ຕ່າງປະ​ເທດ.

Thailand
please wait
Embed

No media source currently available

0:00 0:00:39 0:00

.
XS
SM
MD
LG