ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄດ້ມີຄວາມສະຫງົບລົງ ຫຼັງຈາກມີການປະທ້ວງ ໃນນະຄອນຫຼວງແບັກແດດ


ພວກທີ່ສະໜັບສະໜຸນ ຜູ້ນຳຊາວ Shi'ite ທ່ານ Moqtada al-Sadr ອອກຈາກເຂດທີ່ຮັກສາຄວາມປອດໄພທີ່ໜ້າແໜ້ນ ເຂດຂຽວ (ເຂດນາໆຊາດ)ໃນ Baghdad, ອິຣັກ, ພຶດສະພາ 1, 2016.
ພວກທີ່ສະໜັບສະໜຸນ ຜູ້ນຳຊາວ Shi'ite ທ່ານ Moqtada al-Sadr ອອກຈາກເຂດທີ່ຮັກສາຄວາມປອດໄພທີ່ໜ້າແໜ້ນ ເຂດຂຽວ (ເຂດນາໆຊາດ)ໃນ Baghdad, ອິຣັກ, ພຶດສະພາ 1, 2016.

ພວກ​ສະ​ແຫວ​ງບຸນ​ຈຳນວນ​ຫຼາຍສິບ​ພັນ​ຄົນ ​ໄດ້​ພາກັນ​ໄປ​ຮວມຕົວ ​ຢູ່​ວັດ​ແຫ່ງ​ນຶ່ງ ໃນ​ພາກ​ ເໜືອ​ຂອງນະຄອນ Baghdad​ ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ພິທີ​ສະຫລອງ​ບຸນ​ຂອງ​ຊາວ Shi’ite ​ເພື່ອ​ລະນຶກ​ເຖິງ Imam Moussa al-Khadhim ໃນສັດຕະວັດ​ທີ 8 ​ເຖິງ​ແມ່ນ​ວ່າ ​ໄດ້​ມີ​ການ​ຂົ່ມຂູ່​ທີ່​ຈະ​ໂຈມ​ຕີຫລັງ​ຈາກ​ໄດ້ມີ​ການວາງ​ລະ​ເບີດ 2 ຄັ້ງ​ໂດຍ​ພວກ​ນັກ​ລົບ​ສົງ ຄາມ​ສັກສິດ​ໃນ​ສັບ​ປະດາ​ນີ້ແລ້ວກໍ​ຕາມ.

ພວກ​ປະ​ທ້ວງ​ທີ່​ບຸກ​ເຂົ້າ​ໄປ​ໃນເຂດ​ນາໆ​ຊາດ ​ເມື່ອ​ວັນ​ເສົາ​ຜ່ານ​ມາ​ນີ້​ສ່ວນ​ໃຫຍ່​ແລ້ວ​ໄດ້ ຫລຸດຜ່ອນ​ການ​ປະ​ທ້ວງຂອງ​ພວກ​ເຂົາ​ເຈົ້າລົງແລະ​ຄ່ອຍໆ​ຖອນ​ຕົວ​ອອກ​ໄປ​ເພື່ອ​ສະ​ເຫຼີມ ສະຫຼອງ ໃນ​ວັນ​ຈັນ​ວານ​ນີ້. ​ເຖິງ​ແມ່ນ​ວ່າໄດ້​ມີ​ການເພີ້​ມການ​ຮັກສາ​ຄວາມ​ປອດ​ໄພຂຶ້ນ ​ໂດຍ​ປິດ​ທາງ​ຫຼວງ​ທີ່​ສຳຄັນສາຍ​ຕ່າງໆ ​ເພື່ອ​ປົກ​ປ້ອງ​ພວກ​ສະ​ແຫວ​ງບຸນ​ແລ້ວ ​ແຕ່ພວກ​ຫົວ​ຮຸນ​ແຮງຊາວ Sunni ກໍ​ຍັງ​ສາມາດ​ຫາ​ທາງ​ໂຈມ​ຕີ​ໄດ້ ຊຶ່ງ​ຮວມ​ທັງການລະ​ເບີດ​ລົດ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ຍັງ​ຜົນ​ໃຫ້​ພວກ​ສະ​ແວງ​ບຸນ 18 ຄົນ​ເສຍ​ຊີວິດ​ໄປນັ້ນ.

ເອກກະສານຕ່າງໆທີ່ຖືກນຳມາເຜີຍແຜ່ໃນຫ້ອງນາຍົກລັດຖະມົນຕີອິຣັກ ທ່ານ Haider al-Abadi , 1 ພຶດສະພາ, 2016.
ເອກກະສານຕ່າງໆທີ່ຖືກນຳມາເຜີຍແຜ່ໃນຫ້ອງນາຍົກລັດຖະມົນຕີອິຣັກ ທ່ານ Haider al-Abadi , 1 ພຶດສະພາ, 2016.

ຜູ້ນຳ​ຂອງ​ພວກ​ປະ​ທ້ວງ ທ່ານ Muqtada al-Sadr ​ໄດ້​ປະຕິຍານ​ຕົນ​ວ່າ ທ່ານ​ຈະ​ກັບ​ຄືນ​ມາ​ເຂດດັ່ງກ່າວ​ອີກ ​ໃນວັນ​ສຸກທີ່​ຈະ​ມາ​ເຖິງ​ນີ້ ຊຶ່ງ​ເປັນ​ທີ່​ຕັ້ງ​ຂອງ​ລັດຖະສະພາແລະ​ສະ ຖານ​ເອກ​ອັກຄະ​ລັດຖະທູດ​ນາໆ​ປະ​ເທດ ​ແລະ​ບັນດາ​ອົງການ​ຈັດ​ຕັ້ງ​ຕ່າງ​ໆ ​ເພື່ອ​ກົດ​ດັນ​ໃຫ້ ລັດຖະບານປ່ຽນ​ແປງ ຫຼື ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່ກ່ອນ​ກຳນົດ.

ສະມາຊິກ​ລັດຖະສະພາ​ສ່ວນ​ໃຫຍ່​ ​ໄດ້​ພາກັນ​ໜີອອກ​ໄປ​ຈາກເຂດດັ່ງກ່າວ ​ໃນວັນ​ເສົາ​ແລະ​ວັນ​ອາທິດ​ຜ່ານ​ມາ ເວລາ​ພວກ​ປະ​ທ້ວງ​ສະໜັບສະໜຸນ ທ່ານ al-Sadr ໄດ້​ເຂົ້າ​ຍຶດ​ສະພາ​ແລະ​ຮຽກຮ້ອງ​ໃຫ້​ຕັ້ງ​ລັດຖະບານ​ໃໝ່.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ເວລາ​ໃດພວກ​ເຂົາ​ເຈົ້າ​ຈະ​ກັບ​ຄືນ​ມາ. ສະມາຊິກ​ສະພາ Serwan Sereni ​ໄດ້​ບອກກັບ VOA ວ່າ ການ​ພົບ​ປະກັນ​ແບບ​ສຸກ​ເສີນ​ ລະຫວ່າງ​ປະທາ ນາທິບໍດີອິຣັກ ທ່ານ Fuad Masum ​ແລະ​ນາຍົກລັດຖະມົນຕີ Haider al Abadi ​ແລະ​ບັນດາ​ຜູ້ນຳ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ບໍ່​ສາມາດ​ບັນລຸ​ການ​ຕົກລົງໃດໆ​ເພື່ອ​ດຳ​ເນີນ​ກ່ານ​ໄປ ​ຂ້າງ​ໜ້ານັ້ນ.

ຜູ້ນຳຊາວ Sh'iite ທ່ານ Moqtada al-Sadr ໃຫ້ຄຳຖະແຫຼງການ ໃນ Najaf, ອິຣັກ, 160 ກິໂລແມັດຫ່າງຈາກພາກໃຕ້ຂອງ Baghdad, 30 ເມສາ, 2016.
ຜູ້ນຳຊາວ Sh'iite ທ່ານ Moqtada al-Sadr ໃຫ້ຄຳຖະແຫຼງການ ໃນ Najaf, ອິຣັກ, 160 ກິໂລແມັດຫ່າງຈາກພາກໃຕ້ຂອງ Baghdad, 30 ເມສາ, 2016.

ທ່ານ Sadr ນັກ​ສອນ​ສາສະໜາ​ຫົວຊາດ​ນິຍົມຊາວ Shi’ite ຜູ້​ຊຶ່ງ​ໄດ້​ສ້າງ​ຊື່​ສຽງ​ໂດຍ​ການ​ຕໍ່ສູ້ກັບ​ກອງ​ກຳລັງ​ສະຫະລັດ ​ໃນ​ອິຣັກ ​ມີ​ພວກ​ຕິດຕາມ​ຢ່າງ​ຫຼວງ​ຫຼາຍ​ໃນ​ປະ​ເທດ ​ໂດຍ​ສ້າງ​ຊື່​ສຽງ​ຍ້ອນ​ໃຊ້​ຄວາມ​ໂກດ​ແຄ້ນ​ຂອງ​ປະຊາຊົນ​ຕ້ານ​ການສໍ້​ລາດ​ບັງ​ຫຼວງ​ຂອງ​ລັດຖະ ບານ​ນັ້ນ ການ​ອຸບປະຖຳ​ຄ້ຳ​ຊູ​ທາງ​ການ​ເມືອງ ​ແລະ​ການ​ປະຕິບັດ​ງານ​ທີ່​ໄຮ້​ປະສິດທິພາບ.

​ການປະ​ທ້ວງນີ້ ​ແມ່ນເທື່ອ​ທຳ​ອິດ ທີ່​ໄດ້ລ່ວງ​ລ້ຳ​ເຂົ້າ​ໄປ​ໃນເຂດ​ຮັກສາ​ຄວາມ​ປອດ​ໄພ​ຂອງ ນາໆ​ຊາດ ​ແຕ່​ກໍ​ບໍ່​ມີ​ການ​ນອງ​ເລືອດເກີດ​ຂຶ້ນແຕ່​ຢ່າງ​ໃດ “ຊຶ່ງແນະ​ໃຫ້​ເຫັນ​ວ່າ ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໃນເຂດ​ດັ່ງກ່າວ ​ແມ່ນ​ເຂົ້າອົກ​ເຂົ້າ​ໃຈ ຫລື​ບໍ່ກໍໄດ້​ມີ​ການ​ສັ່ງ​ບໍ່​ໃຫ້​ໃຊ້ ກຳລັງ. ຊຶ່ງ​ທັງ​ສອງ​ຢ່າງ​ ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ​ແມ່ນ​ຖືກ​ໝົດ” ​ນັ້ນ​ແມ່ນ​ການໃຫ້​ຂໍ້​ສັງ​ເກດໂດຍກຸ່ມ Soufan ​ຊຶ່ງ​ເປັນ​ກຸ່ມ​ພວກ​ທີ່​ໃຫ້​ບໍລິການ​ທາງ​ດ້ານ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ການ​ວິ​ໄຈ​ທາງ​ດ້ານ​ບໍລິຫານ​ຄວາມ​ສ່ຽງ​ນັ້ນ.

ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

ເຊີນຊົມການປະທ້ວງ:

Protesters in Baghdad Occupy Part of International Zone
please wait

No media source currently available

0:00 0:00:42 0:00
XS
SM
MD
LG