ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສຫລ ປະນາມການຈັບກຸມ ພວກປະທ້ວງ ແບບສັນຕິ ໃນອີຣ່ານ


ແຜນທີ່ ປະເທດອີຣ່ານ.
ແຜນທີ່ ປະເທດອີຣ່ານ.

ທຳນຽບຂາວ​ໄດ້​ປະນາມ​ຢ່າງ​ແຮງ​ ຕໍ່​ການ​ຈັບ​ກຸມພວກ​ປະ​ທ້ວງ​ແບບ​ສັນຕິ ​ໃນ​ອີຣ່ານ
​ໃນ​ຂະນະ​ທີ່​ລາຍ​ງານ​ປາກົດ​ອອກ​ມາ​ວ່າ​ ຫລາຍ​ກວ່າ 50 ຄົນ​ໄດ້​ຖືກ​ຈັບ​ໃນ​ສອງ​ມື້​ທີ່​
ຜ່າ​ມນາ ​ຍ້ອນ​ໄດ້​ທໍາ​ການ​ປະ​ທ້ວງຢູ່​ໃນ​ໂຕ​ເມືອງຕ່າງໆ​ໃນ​ອີຣ່ານ ​ເພື່ອຕ້ານ​ກັບ​ບັນຫາ​ເສດຖະກິດ​ຂອງ​ປະ​ເທດ.

​ໂຄສົກ​ທຳນຽບຂາວ ທ່ານ​ນາງ​ເຊຣາ ຮັກ​ຄາ​ບີ ​ແຊນ​ເດີສ​ ກ່າວ​ຢູ່່ໃນ​ຖະ​ແຫລ​ງການສະ
ບັບ​ນຶ່ງ ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ວ່າ “ມີ​ລາຍ​ງານຫລາຍໆອັນ ກ່ຽວກັບ​ການ​ປະ​ທ້ວງ​
ແບບ​ສັນຕິ ຂອງປະຊາຊົນ​ອີຣ່ານ ທີ່​ເບື່ອໜ່າຍຕໍ່ກັບ​ການ​ສໍ້​ລາດ​ຂອງ​ລະບອບປົກຄອງ
​ແລະ​ການສິ້ນເປືອງຄວາມ​ອຸດົມ​ຮັ່ງ​ມີ​ຂອງ​ປະ​ເທດ ​ເພື່ອ​ໃຫ້​ທຶນ​ແກ່​ການ​ກໍ່​ການ​ຮ້າຍ​ຢູ່​
ຕ່າງປະ​ເທດ” “ລັດຖະບານ​ອີຣ່ານ ​ຄວນ​ນັບ​ຖື​ສິດທິຂອງປະຊາຊົນ​ເຂົາ​ເຈົ້າ ລວມທັງ​ສິດ
​ໃນ​ການ​ລະ​ບາຍ ຄວາມ​ຮູ້ສຶກ​ຂອງ​ພວກ​ເຂົາ​ເຈົ້າ. ​ໂລກ​ກຳລັງ​ເບິ່ງຢູ່.”

ຢູ່ໃນ​ຖະ​ແຫລ​ງການສະບັບ​ນຶ່ງ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ກະຊວງການ​ຕ່າງປະ​ເທດ​
ສະຫະລັດ​ກ່າວ​ວ່າ “ບັນດາ​ຜູ້ນຳ​ອີຣ່ານ ​ໄດ້​ຫັນປ່ຽນ​ປະ​ເທດ​ທີ່​ຮັ່ງມີ​ທີ່​ເຕັມ​ໄປດ້ວຍ
ຄວາມ​ຈະ​ເລີນຮຸ່ງ​ເຮືອງທາງປະຫວັດສາດ ​ແລະ​ວັດທະນາ​ທຳ ໃຫ້​ກາຍໄປເປັນ​ປະ​ເທດ​
ອັນທະ​ພານ ທີ່​ເຮັດ​ໃຫ້​ເສດຖະກິດ​ບົກ​ລົງ ​ໂດຍ​ມີ​ສິນຄ້າສົ່ງອອກສ່ວນ​ໃຫຍ່​ ແມ່ນຄວາມ
​ຮຸນ​ແຮງ, ການນອງ​ເລືອດ ​ແລະຄວາມ​ອົນລະຫົນວຸ້ນວາຍ.”

Protesters in Iran Criticize Economy, Military Involvement in Syria
please wait

No media source currently available

0:00 0:01:24 0:00

ກະຊວງ​ການຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ຕົນ​ຮຽກຮ້ອງ​ໃຫ້ “ທຸກປະ​ເທດຈົ່ງ​ໃຫ້ການ
​ສະໜັບ​ສະ​ໜູນຢ່າງ​ເປີດ​ເຜີຍ ​ແກ່​ປະຊາຊົນ​ອີຣ່ານ ແລະ​ຄຳ​ຮຽກຮ້ອງ​ຂອງພວກ​ເຂົາ​ເຈົ້າ
​ໃຫ້​ໄດ້​ຮັບ​ສິດ​ພື້ນຖານ ​ແລະ​ຢຸດຕິ​ການ​ສໍ້​ລາດ​ບັງຫລວງລົງນັ້ນ​.”

ຖະ​ແຫລ​ງການດັ່ງກ່າວ​ຍັງ​ກ່າ​ວວ່າ​ ລັດຖະມົນກະຊວງ​ການ​ຕ່າງ​ປະ​ເທດ​ສະຫະລັດ ທ່ານ​
ເຣັກສ໌ ທີລ​ເລີ​ສັນ ​ເນັ້ນ​ຢໍ້າ​ເຖິງ “ການ​ສະໜັບສະໜູນ​ຂອງ​ທ່ານຢ່່າງ​ເລິກ​ເຊິ່ງ ​ຕໍ່ປະຊາຊົນ​
ອີຣ່ານ.” ຊໍ້າ​ແລ້ວ ຊໍ້າ​ອີກ.

​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ຊາ​ວອີຣ່ານ​ໄດ້​ພາກັນເຕົ້າ​ໂຮມກັນ​ຢູ່​ໃນ​ຕົວ​ເມືອງ​ຕ່າງໆທົ່ວ​
ປະ​ເທດ ​ເພື່ອ​ອອກ​ສຽງ​ໃນ​ຄວາມ​ບໍ່​ພໍ່​ໃຈຕໍ່​ກັບ​ເສດຖະກິດ​ຂອງ​ປະ​ເທດ ​ແລະ​ນະ​ໂຍບາຍ​
ຕ່າງໆ​ຂອງ​ລັດຖະບານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG