ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກປະທ້ວງ ໃນໄທ ທ້າທາຍຕໍ່ການປະກາດພາວະສຸກເສີນ ດ້ວຍການເດີນຂະບວນປະທ້ວງຂະໜາດໃຫຍ່


ຕໍາຫຼວດໄທຄົນນຶ່ງ ມີປະຕິກິລິຍາຕໍ່ການປະທ້ວງ ລະຫວ່າງພວກສະໜັບສະໜູນປະຊາທິປະໄຕ ແລະພວກຈົງຮັກພັກດີ ຕໍ່ລັດຖະ ບານ ວັນທີ 15 ຕຸລາ 2020.
ຕໍາຫຼວດໄທຄົນນຶ່ງ ມີປະຕິກິລິຍາຕໍ່ການປະທ້ວງ ລະຫວ່າງພວກສະໜັບສະໜູນປະຊາທິປະໄຕ ແລະພວກຈົງຮັກພັກດີ ຕໍ່ລັດຖະ ບານ ວັນທີ 15 ຕຸລາ 2020.

ພວກປະທ້ວງຫຼາຍພັນຄົນໄດ້ທ້າທາຍຕໍ່ການປະກາດພາວະສຸກເສີນຂອງນາຍົກລັດຖະ
ມົນຕີໄທ ເພື່ອຮັບມືກັບການປະທ້ວງຂະໜາດໃຫຍ່ ທີ່ຮຽກຮ້ອງໃຫ້ທ່ານ ລາອອກຈາກ
ຕຳແໜ່ງ ແລະປະຕິຮູບສະຖາບັນກະສັດພາຍໃຕ້ລັດຖະທຳມະນູນ
ຂອງປະເທດ.

ນາຍົກລັດຖະມົນຕີປຣະຍຸດ ຈັນໂອຊາ ໄດ້ເຊັນດຳລັດດັ່ງກ່າວໃນຕອນແລງວັນ ພຸດທີ່
ຜ່ານມາ ຫຼັງຈາກພວກປະທ້ວງຫຼາຍສິບພັນຄົນ ໄດ້ເດີນຂະບວນໄປຫາ ຫ້ອງການຂອງ
ທ່ານທີ່ທຳນຽບລັດຖະບານໃນບາງກອກ ຫຼາຍຊົ່ວໂມງກ່ອນໜ້ານັ້ນ ໂດຍປະກາດວ່າ
ຈະບໍ່ໜີໄປຈົນກວ່າທ່ານຕົກລົງ ທີ່ຈະລາອອກຈາກຕຳ ແໜ່ງ.

ບໍ່ດົນຫຼັງຈາກໄດ້ມີການປະກາດພາວະສຸກເສີນແລ້ວ ຕໍາຫຼວດໄດ້ຂັບໄລ່ພວກ ປະທ້ວງ
ແລະຈັບກຸມຫຼາຍກວ່າ 20 ຄົນ ທີ່ປະຕິເສດບໍ່ຍອມໜີຮວມທັງບັນດາ ຜູ້ນຳໃນການປະ
ທ້ວງຄື ທ່ານອານົນ ນຳພາ ແລະທ່ານປາຣິດ ຈິຣາວັກ ຫລື “Penguin”.

ຢູ່ໃນການສະແດງອອກແບບບໍ່ມີມາກ່ອນຂອງການຕໍ່ຕ້ານ ໃນວັນພຸດທີ່ຜ່ານມາ ພວກປະ
ທ້ວງໄດ້ຍູ້ຄືນໂດຍຕຳຫຼວດ ໃນຂະນະທີ່ເຂົາເຈົ້າຮ້ອງໃສ່ຂະບວນລົດ ຂອງກະສັດ ມະຫາ
ວະຈິຣາລົງກອນແລະມະເຫສີສຸທິດາ ໃນຂະນະທີ່ຂັບຜ່ານ ຝູງຊົນ ແລະໄດ້ຍົກມື້ຂຶ້ນສາມ
ນີ້ວ ທີີ່ເປັນສັນຍາລັກຂອງການທ້າທາຍທີ່ຢືມມາ ຈາກປື້ມ ແລະຮູບເງົາທີ່ີມີຊື່ສຽງຂອງສະຫະລັດ U.S Hunger.

ເຖິງແມ່ນມີການເຕືອນ ບໍ່ໃຫ້ດຳເນີນການຕາມແຜນການປະທ້ວງຢູ່ໃນບາງກອກ ໃນວັນ
ພະຫັດວານນີ້ ພວກປະທ້ວງປະມານ 1,000 ຄົນ ໄດ້ໄປເຕົ້າໂຮມກັນຢູ່ ເຂດຍ່ານການຄ້າ
ຂອງບາງກອກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG