ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກປະທ້ວງ ຮຽກຮ້ອງໃຫ້ ກຳລັງຮັກສາຄວາມສະຫງົບ ປ່ອຍພວກຊາວໜຸ່ມ ຫລາຍຮ້ອຍຄົນ ເປັນອິດສະຫລະ


ພວກປະທ້ວງພາກັນໄປຫລົບຢູ່ຫລັງທີ່ກໍາບັງພາຍຫລັງມີການຍິງອາຍແກສນໍ້າຕາໃສ່ຜູ້ປະທ້ວງຕ້ານການລັດຖະປະຫານ ຂອງພວກທະຫານ ໃນນະຄອນຢ້າງກຸ້ງ, ວັນທີ 8 ມີນາ, 2021
ພວກປະທ້ວງພາກັນໄປຫລົບຢູ່ຫລັງທີ່ກໍາບັງພາຍຫລັງມີການຍິງອາຍແກສນໍ້າຕາໃສ່ຜູ້ປະທ້ວງຕ້ານການລັດຖະປະຫານ ຂອງພວກທະຫານ ໃນນະຄອນຢ້າງກຸ້ງ, ວັນທີ 8 ມີນາ, 2021

ພວກປະທ້ວງຫລາຍພັນຄົນໄດ້ພາກັນເດີນຂະບວນຢູ່ຕາມຖະໜົນຫົນທາງຕ່າງໆ ໃນນະຄອນຢ້າງກຸ້ງທີ່ເປັນເມືອງໃຫຍ່ທີ່ສຸດຂອງມຽນມາໃນວັນຈັນວານນີ້ ໂດຍບໍ່ສົນໃຈນໍາການຫ້າມອອກເຮືອນ ໃນຍາມກາງຄືນ ເພື່ອຮຽກຮ້ອງໃຫ້ກຳລັງຮັກສາຄວາມສະຫງົບ ຍຸຕິການປິດລ້ອມຂອງພວກເຂົາ ຕໍ່ພວກປະທ້ວງໜຸ່ມຫຼາຍຮ້ອຍຄົນ ທີ່ຕໍ່ຕ້ານການລັດຖະປະຫານນັ້ນ.

ແລະພວກປະທ້ວງໄດ້ພາກັນໂຮມຊຸມນຸມຢູ່ໃນທົ່ວຕົວເມືອງດັ່ງກ່າວ ໃນຄືນວັນຈັນວານນີ້ ເພື່ອສະໜັບສະໜຸນຊາວໜຸ່ມຢູ່ໃນຄຸ້ມແຊນຈອງ (Sanchaung) ໂດຍຮ້ອງຄໍາວ່າ, "ປ່ອຍນັກຮຽນຢູ່ໃນຄຸ້ມແຊນຈອງ."

ຂ່າວຂອງຊາວໜຸ່ມໄດ້ແຜ່ຂະຫຍາຍອອກໄປຢ່າງວ່ອງວາໃນສື່ສັງຄົມ, ແລະປະຊາຊົນໄດ້ພາກັນກັບອອກໄປສູ່ຖະໜົນຫົນທາງເພື່ອພະຍາຍາມດຶງເອົາກຳລັງຮັກສາຄວາມສະຫງົບຈຳນວນນຶ່ງອອກຈາກພວກປະທ້ວງໜຸ່ມ ທີ່ຖືກກັກຢູ່ໃນບໍລິເວນນ້ອຍໆຂອງຄຸ້ມດັ່ງກ່າວ.

ກອງທັບໄດ້ຂູ່ວ່າ ຈະເຂົ້າໄປຊອກຫາຊາວໜຸ່ມດັ່ງກ່າວຢູ່ໃນແຕ່ລະເຮືອນຂະນະທີ່ອົງການສະຫະປະຊາຊາດ, ສະຫະລັດແລະປະເທດອື່ນໆໄດ້ຮຽກຮ້ອງໃຫ້ອະ ນຸຍາດພວກເຂົາອອກໄປ.

ທ່ານແອນໂທນິໂອ ກູແຕເຣສ (Antonio Guterres), ເລຂາທິການໃຫຍ່ອົງ ການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ມີ "ຄວາມອົດກັ້ນສູງສຸດ" ແລະ ໃຫ້ມີ "ການປ່ອຍຕົວພວກເຂົາເຈົ້າຢ່າງປອດໄພໂດຍບໍ່ໃຫ້ມີການໃຊ້ຄວາມຮຸນແຮງ ຫຼືການຈັບກຸມແຕ່ຢ່າງໃດ", ອີງຕາມໂຄສົກຂອງທ່ານ.

ອົງການສະຫະປະຊາຊາດໃຫ້ຂໍ້ສັງເກດວ່າ ຜູ້ທີ່ຖືກກັກຂັງຫຼາຍຄົນແມ່ນແມ່ຍິງ ທີ່ເດີນຂະບວນຢ່າງສັນຕິເພື່ອລະນຶກເຖິງວັນແມ່ຍິງສາກົນ.

ສະຖານທູດສະຫະລັດ ໄດ້ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ "ພວກເຮົາຮຽກຮ້ອງໃຫ້ກຳລັງຮັກສາຄວາມປອດໄພເຫລົ່ານັ້ນ ຖອນຕົວອອກ ແລະອະນຸ ຍາດໃຫ້ຜູ້ຄົນກັບໄປບ້ານຢ່າງປອດໄພ."

ຫ້ອງການທາງການທູດຂອງອັງກິດ, ການາດາ ແລະສະຫະພາບຢູໂຣບ ກໍ່ໄດ້ອອກຖະແຫຼງການ ຮຽກຮ້ອງໃຫ້ກຳລັງຮັກສາຄວາມສະຫງົບຂອງມຽນມາອະນຸ ຍາດໃຫ້ຜູ້ທີ່ຖືກກັກຢູ່ໃນນັ້ນ ກັບຄືນສູ່ບ້ານເຮືອນດ້ວຍຄວາມປອດໄພ.

ແຕ່ສຳນັກຂ່າວຣອຍເຕີສ໌ລາຍງານວ່າ ມາຮອດຕອນເຊົ້າໆຂອງວັນອັງຄານມື້ນີ້, ປະຊາຊົນ 20 ຄົນ ໄດ້ຖືກຈັບຢູ່ໃນເຂດຊານຈອງຫລັງຈາກຕຳຫຼວດໄດ້ເຂົ້າໄປກວດຄົ້ນ ຢູ່ໃນເຮືອນຫລາຍຫລັງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG