ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງໃນອີຣ່ານ ເດີນໜ້າຕໍ່ໄປ ກັບການນັດຢຸດງານທົ່ວປະເທດ ໄລຍະສາມວັນ


ແມ່ຍິງຄົນນຶ່ງຍ່າງຢູ່ໃນຫົນທາງສາຍນຶ່ງໃນນະຄອນຫຼວງເຕຫະຣ່ານ ຂອງອີຣ່ານ ວັນທີ 6 ທັນວາ 2022, ຂະນະທີ່ມີຂ່າວລືຕ່າງໆນາໆ ກ່ຽວກັບສະຖານະຂອງຕຳຫຼວດສິນທຳຂອງປະເທດ. (Majid Asgaripour/WANA via Reuters)
ແມ່ຍິງຄົນນຶ່ງຍ່າງຢູ່ໃນຫົນທາງສາຍນຶ່ງໃນນະຄອນຫຼວງເຕຫະຣ່ານ ຂອງອີຣ່ານ ວັນທີ 6 ທັນວາ 2022, ຂະນະທີ່ມີຂ່າວລືຕ່າງໆນາໆ ກ່ຽວກັບສະຖານະຂອງຕຳຫຼວດສິນທຳຂອງປະເທດ. (Majid Asgaripour/WANA via Reuters)

ພວກປະທ້ວງໃນອີຣ່ານ ໄດ້ຈັດການນັດຢຸດງານໄລຍະສາມວັນ ໃນມື້ທີສອງ ອັນເປັນສ່ວນນຶ່ງຂອງຄື້ນຟອງຄວາມບໍ່ສະຫງົບຂອງພົນລະເມືອງ ທີ່ໄດ້ເກີດຂຶ້ນຍ້ອນການເສຍຊີວິດໃນເດືອນກັນຍາຂອງແມ່ຍິງຊາວເຄີດອີຣ່ານຄົນນຶ່ງ ຜູ້ທີ່ໄດ້ຖືກຄວບຄຸມໂຕ ໂດຍຕຳຫຼວດສິນທຳຂອງປະເທດ.

ພວກປະທ້ວງໄດ້ຮຽກຮ້ອງຕໍ່ເຈົ້າຂອງຮ້ານຄ້າ ໃນທົ່ວປະເທດ ໃຫ້ປິດທຸລະກິດຂອງພວກເຂົາເຈົ້າ ຈົນຮອດວັນພຸດມື້ນີ້ ເພື່ອທີ່ຈະນຳມາຊຶ່ງການປະຕິຮູບລັດ ຖະບານ. ພວກຜູ້ເຫັນເຫດການ ໄດ້ກ່າວວ່າ ທຸລະກິດຈຳນວນຫຼວງຫຼາຍ ໄດ້ຖືກປິດໄວ້ ຢູ່ທົ່ວປະເທດໃນວັນຄານວານນີ້.

ວີໂອເອພະແນກພາສາເປີເຊຍ ໄດ້ລາຍງານວ່າ ມີການປິດຕະຫຼາດຢ່າງໜ້ອຍ ຢູ່ໃນ 80 ເມືອງ ທີ່ລວມມີ ນະຄອນຫຼວງເຕຫະຣ່ານ ຊີຣາສ ອິສຟາຮານ ຢາສດ໌ ອີລາມ ມາຊຮາດ ແລະກາຣາຈ.

ຫົວໜ້າຕຸລາການຂອງອີຣ່ານ ທ່ານໂກລາມໂຫສເຊນ ໂມເສນີ-ເອຈີ ໄດ້ສັ່ງການໃຫ້ຈັບຜູ້ໃດກໍຕາມ ທີ່ຊັກຊວນໃຫ້ພວກເຈົ້າຂອງຮ້ານຄ້າ ປິດທຸລະກິດຂອງເຂົາເຈົ້າ.

ການນັດຢຸດງານ ມີຂຶ້ນໃນຂະນະທີ່ມີຄວາມສົນລະວົນກັນ ກ່ຽວກັບສະຖານະພາບຂອງຕຳຫຼວດສິນທຳຂອງອີຣ່ານ ຊຶ່ງບັງຄັບກົດລະບຽບໃນການນຸ່ງເຄື່ອງຂອງພວກແມ່ຍິງຢ່າງເຄັ່ງຄັດ.

ອົງການຂ່າວ ISNA ທີ່ເປັນທາງກາງເຄິ່ງນຶ່ງ ໄດ້ກ່າວອ້າງເຖິງຄຳເວົ້າ ຂອງຫົວໜ້າໄອຍະການ ທ່ານໂມຮຳມາດ ຈາຟາຣ ມອນຕາເຊຣີ ໃນບົດລາຍງານຂອງວັນເສົາ ທີ່ກ່າວວ່າ ຕຳຫຼວດສິນທຳ “ໄດ້ຖືກປິດແລ້ວ.”

ເຖິງຢ່າງໃດກໍຕາມ ບັນດານັກເຄື່ອນໄຫວ ໄດ້ສົ່ງສຽງເຖິງຄວາມບໍ່ແນ່ໃຈອອກມາວ່າ ການກະທຳທັງຫຼາຍເຊັ່ນນັ້ນ ບໍ່ໄດ້ຖືກປະຕິບັດ. ຕົກມາໃນຕອນແລງວັນອາທິດ ແຫລ່ງຂ່າວຂອງທາງການ ອາລ-ອາລາມ ໄດ້ອອກບົດລາຍງານທີ່ກ່າວວ່າ ອົງການຕຸລາການ ຊຶ່ງທ່ານມອນຕາເຊຣີ ປະຈຳການຢູ່ນັ້ນ ບໍ່ໄດ້ກຳກັບນຳຕຳຫຼວດສິນທຳ.

ບັນດາເຈົ້າໜ້າທີ່ລັດຖະບານ ບໍ່ໄດ້ໃຫ້ຄຳເຫັນກ່ຽວກັບເລື້ອງນີ້ຢ່າງເປີດເຜີຍ.

ອົງການຂ່າວເອພີ ລາຍງານວ່າ ຈຳນວນຂອງເຈົ້າໜ້າທີ່ຕຳຫຼວດສິນທຳ ໄດ້ຖືກມອງເຫັນວ່າ ມີໜ້ອຍລົງກວ່າເກົ່າ ໃນຫົວເມືອງຕ່າງໆ ເມື່ອບໍ່ເທົ່າໃດອາທິດມານີ້ ແລະ ກ່າວວ່າ ມັນໄດ້ກາຍເປັນເລື້ອງປົກກະຕິຫຼາຍຂຶ້ນ ທີ່ຈະເຫັນພວກແມ່ ຍິງ ຍ່າງຢູ່ຕາມທ້ອງຖະໜົນ ໂດຍປາດສະຈາກຜ້າປົກຫົວ ຫຼື ຮີຈາບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG