ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກປະທ້ວງຢູ່ໃນອີຣ່ານ ເລີ້ມຕົ້ນການນັດຢຸດງານ ໄລຍະ 3 ວັນ ທົ່ວປະເທດ ໃນວັນຈັນວານນີ້


ກຳລັງຕຳຫຼວດປາບຈະລາຈົນຂອງອີຣ່ານ ຢືນຢູ່ໃນເຂດການຄ້າ Grand Bazaar ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ, ວັນທີ 5 ທັນວາ 2022. (Majid Asgaripour/WANA via Reuters)
ກຳລັງຕຳຫຼວດປາບຈະລາຈົນຂອງອີຣ່ານ ຢືນຢູ່ໃນເຂດການຄ້າ Grand Bazaar ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ, ວັນທີ 5 ທັນວາ 2022. (Majid Asgaripour/WANA via Reuters)

ພວກປະທ້ວງຢູ່ໃນອີຣ່ານ ໄດ້ເລີມການນັດຢຸດງານ ເປັນເວລາສາມວັນ ໃນວັນຈັນວານນີ້ ອັນເປັນສ່ວນນຶ່ງຂອງຄື້ນຟອງຄວາມບໍ່ສະຫງົບຂອງພົນລະເມືອງ ທີ່ໄດ້ເກີດຂຶ້ນຍ້ອນການເສຍຊີວິດຂອງແມ່ຍິງ ຊາວເຄີດອີຣ່ານ ໃນເດືອນກັນຍາ ຜູ້ທີ່ໄດ້ຖືກຄວບຄຸມໂຕໂດຍຕຳຫຼວດສິນທຳຂອງປະເທດ.

ພວກປະທ້ວງໄດ້ຮຽກຮ້ອງຕໍ່ບັນດາເຈົ້າຂອງຮ້ານຄ້າ ໃນທົ່ວປະເທດ ໃຫ້ປິດທຸລະກິດຂອງພວກເຂົາເຈົ້າ ຈົນຮອດວັນພຸດ ເພື່ອທີ່ຈະນຳມາຊຶ່ງການປະຕິຮູບລັດຖະບານ.

ວີດີໂອທັງຫຼາຍທີ່ນຳອອກເຜີຍແຜ່ທາງສື່ສັງຄົມ ໃນວັນຈັນວານນີ້ ໄດ້ສະແດງໃຫ້ເຫັນຮ້ານຄ້າທັງຫຼາຍຢູ່ໃນບໍລິເວນເຂດການຄ້າຂອງຫົວເມືອງຕ່າງໆຈຳນວນນຶ່ງໄດ້ຖືກປິດໄວ້ ທີ່ລວມມີ ນະຄອນຫຼວງເຕຫະຣ່ານ ກາຣາຈ ອິສຟາຮານ ມັສຮາດ ຕາບຣີສ ແລະ ຊີຣາສ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ​ສ໌.

ສ່ວນອົງການຂ່າວເອພີ ກໍໄດ້ລາຍງານວ່າ ປະມານນຶ່ງສ່ວນສາມຂອງຮ້ານຄ້າໃນເຂດ Grand Bazaar ຂອງນະຄອນຫຼວງເຕຫະຣ່ານ ໄດ້ຖືກປິດໄວ້.

ພວກທີ່ເຫັນເຫດການ ກ່າວວ່າ ຕຳຫຼວດປາບຈະລາຈົນ ຈຳນວນຫຼວງຫຼາຍ ໄດ້ຖືກສົ່ງໄປປະຈຳການ ຢູ່ໃນໃຈກາງນະຄອນຫຼວງເຕຫະຣ່ານ ເມື່ອວັນຈັນວານນີ້.

ຫົວໜ້າຕຸລາການຂອງອີຣ່ານ ທ່ານໂກລາມໂຫສເຊນ ໂມເສນີ-ເອຈີ ໄດ້ສັ່ງການໃຫ້ຈັບຜູ້ໃດກໍຕາມ ທີ່ຊັກຊວນໃຫ້ພວກເຈົ້າຂອງຮ້ານປິດທຸລະກິດຂອງເຂົາເຈົ້າ.

ການນັດຢຸດງານ ມີຂຶ້ນໃນຂະນະທີ່ມີຄວາມສົນລະວົນກັນ ກ່ຽວກັບສະຖານະພາບຂອງຕຳຫຼວດສິນທຳຂອງອີຣ່ານ ຊຶ່ງບັງຄັບກົດລະບຽບໃນການນຸ່ງເຄື່ອງຂອງພວກແມ່ຍິງຢ່າງເຄັ່ງຄັດ.

ອົງການຂ່າວ ISNA ທີ່ເປັນທາງກາງເຄິ່ງນຶ່ງ ໄດ້ກ່າວອ້າງເຖິງຄຳເວົ້າ ຂອງຫົວໜ້າໄອຍະການ ທ່ານໂມຮຳມາດ ຈາຟາຣ ມອນຕາເຊຣີ ໃນບົດລາຍງານຂອງວັນເສົາ ທີ່ກ່າວວ່າ ຕຳຫຼວດສິນທຳ “ໄດ້ຖືກປິດແລ້ວ.”

ເຖິງຢ່າງໃດກໍຕາມ ບັນດານັກເຄື່ອນໄຫວ ໄດ້ສົ່ງສຽງເຖິງຄວາມບໍ່ແນ່ໃຈອອກມາວ່າ ການກະທຳທັງຫຼາຍເຊັ່ນນັ້ນ ບໍ່ໄດ້ຖືກປະຕິບັດ. ຕົກມາໃນຕອນແລງວັນອາທິດ ແຫລ່ງຂ່າວຂອງທາງການ ອາລ-ອາລາມ ໄດ້ອອກບົດລາຍງານທີ່ກ່າວວ່າ ອົງການຕຸລາການ ຊຶ່ງທ່ານມອນຕາເຊຣີ ປະຈຳການຢູ່ນັ້ນ ບໍ່ໄດ້ກຳກັບນຳຕຳຫຼວດສິນທຳ.

ບັນດາເຈົ້າໜ້າທີ່ລັດຖະບານ ບໍ່ໄດ້ໃຫ້ຄຳເຫັນກ່ຽວກັບເລື້ອງນີ້ຢ່າງເປີດເຜີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG