ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການຂອງບຣາຊີລ ປະຕິຍານວ່າ ຈະປົກປ້ອງປະຊາທິປະໄຕ ຫຼັງຈາກການໂຈມຕີຕໍ່ຕຶກອາຄານຂອງລັດຖະບານ


ທະຫານຄົນນຶ່ງເກັບເອົາທຸງຊາດຕ່າງໆ ຫຼັງຈາກພວກສະໜັບສະໜຸນຂອງອະດີດ ປະທານາທິບໍດີ ຈາແອ ໂບໂຊນາໂຣ ໄດ້ອອກໄປຈາກເຂດປິດລ້ອມໄວ້ ທີ່ຈັດຕັ້ງຂຶ້ນໂດຍ ກອງທັບບົກ ຢູ່ບໍ່ໄກຈາກສູນບັນຊາການຂອງກອງທັບບົກ ໃນນະຄອນຫຼວງບຣາຊີເລຍ ຂອງບຣາຊີລ, ວັນທີ 9 ມັງກອນ 2023.
ທະຫານຄົນນຶ່ງເກັບເອົາທຸງຊາດຕ່າງໆ ຫຼັງຈາກພວກສະໜັບສະໜຸນຂອງອະດີດ ປະທານາທິບໍດີ ຈາແອ ໂບໂຊນາໂຣ ໄດ້ອອກໄປຈາກເຂດປິດລ້ອມໄວ້ ທີ່ຈັດຕັ້ງຂຶ້ນໂດຍ ກອງທັບບົກ ຢູ່ບໍ່ໄກຈາກສູນບັນຊາການຂອງກອງທັບບົກ ໃນນະຄອນຫຼວງບຣາຊີເລຍ ຂອງບຣາຊີລ, ວັນທີ 9 ມັງກອນ 2023.

ເຈົ້າ​ໜ້າ​ທີ່ຂອງບຣາຊີລ ໄດ້ປະຕິຍານໃນວັນຈັນວານນີ້ ວ່າ ຈະປົກປ້ອງປະຊາ ທິປະໄຕ ແລະປະນາມ “ການກະທຳຂອງການກໍ່ການຮ້າຍໃດໆ” ນຶ່ງວັນຫຼັງຈາກພວກສະໜັບສະໜຸນອະດີດປະທານາທິບໍດີຈາແອ ໂບໂຊນາໂຣ ຫຼາຍພັນຄົນໄດ້ບຸກເຂົ້າໄປໃນ ລັດຖະສະພາ ສານສູງສຸດ ແລະຕຶກທຳ​ນຽບປະທານາທິ ບໍດີ ແລະທຳລາຍຊັບສິນຂອງປະເທດ ໃນນະຄອນຫຼວງບຣາຊີເລຍ.

ປະທານາທິບໍດີ ລູອິສ ອີນາຊີໂອ ລູລາ ດາ ຊີລວາ ບັນດາຜູ້ນຳສະພາ ແລະປະທານສານສູງສຸດ ໄດ້ອອກຖະແຫລງການ ໃນວັນຈັນວານນີ້ ໂດຍກ່າວວ່າ “ພວກປ້ອງກັນປະຊາທິປະໄຕ” ຢູ່ໃນບຣາຊີລ “ບໍ່ຍອມຮັບຕໍ່ການກະທຳກໍ່ການຮ້າຍ ການທຳລາຍຊັບສິນ ການກໍ່ອາຊະກຳ ແລະການພະຍາຍາມກໍ່ລັດຖະປະ ຫານ” ແລະ “ມີຄວາມສາມັກຄີກັນ ທີ່ຈະປະຕິບັດຕາມສະຖາບັນ ອີງຕາມກົດໝາຍຂອງບາຣຊີລ.”

ທ່ານລູລາ ໄດ້ລົງໄປສຳຫຼວດເບິ່ງຄວາມເສຍໃນອາຄານຕ່າງໆເມື່ອຕອນແລງວັນອາທິດຜ່ານມານີ້ ແລະໄດ້ອອກດຳລັດດ້ານຄວາມໝັ້ນຄົງຂອງລັດຖະບານກາງໃນການເຂົ້າແຊກແຊງ ເຂດລັດຖະບານກາງຂອງເມືອງດັ່ງກ່າວ. ດຳລັດສະບັບນີ້ ໃຫ້ອຳນາດພິເສດແກ່ລັດຖະບານ ເພື່ອຟື້ນຟູກົດໝາຍ ແລະຄວາມລະບຽບຮຽບຮ້ອຍໃນນະຄອນຫຼວງແລະມີຜົນບັງຄັບໃຊ້ຈົນຮອດວັນທີ 31 ມັງ ກອນ.

ບັນດາເຈົ້າໜ້າທີ່ຂອງບຣາຊີລ ກ່າວວ່າ ພວກເຂົາໄດ້ຄວບຄຸມໂຕພວກສະໜັບສະໜຸນຂອງທ່ານໂບໂຊນາໂຣ ຫຼາຍກວ່າ 1,200 ຄົນ ແລະ ອະດີດຜູ້ນຳຝ່າຍຂວາຈັດ ຜູ້ທີ່ໄດ້ເສຍໄຊຢ່າງວຸດວິດ ໃນການເລືອກຕັ້ງເມື່ອເດືອນຕຸລາ ແກ່ຝ່າຍຊ້າຍຂອງທ່ານລູລາ.

ທ່ານໂບໂຊນາໂຣ ຜູ້ທີ່ໃນເວລານີ້ ອາໄສຢູ່ໃນນະຄອນອໍແລນໂດ, ລັດຟລໍຣິດາ ຢູ່ທາງພາກໃຕ້ຂອງສະຫະລັດ ໄດ້ເຂົ້າໂຮງໝໍ ໃນວັນຈັນວານນີ້ ໂດຍມີອາການເຈັບທ້ອງ, ອີງຕາມພັນລະຍານຂອງທ່ານ ທ່ານນາງມິແຊລ ທີ່ໄດ້ກ່າວໃນອິນ ຕາແກຣມ. ທ່ານໝໍຂອງທ່ານ ໄດ້ກ່າວວ່າ ທ່ານມີອາການລຳໃສ້ອຸດຕັນທີ່ບໍ່ຮ້າຍແຮງ ແລະອາດຈະຕ້ອງໄດ້ທຳການຜ່າຕັດ ອີງຕາມອົງການຂ່າວຣອຍເຕີສ໌.

ທ່ານໂບໂຊນາໂຣ ໄດ້ເຂົ້າຮັກສາໃນໂຮງໝໍຫຼາຍຄັ້ງ ນັບຕັ້ງແຕ່ທ່ານໄດ້ລອດຊີວິດຈາກການຖືກແທງ ໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງໃນປີ 2018 ເປັນຕົ້ນມາ.

ສະມາຊິກສະພາສະຫະລັດສັງກັດພັກເດໂມແຄຣັດບາງຄົນ ໄດ້ຮຽກຮ້ອງໃຫ້ສະຫະລັດ ສົ່ງອະດີດປະທານາທິບໍດີ ກັບຄືນໄປບຣາຊີລ.

ສະມາຊິກສະພາຕ່ຳ ທ່ານຮົວຄີນ ຄາສໂຕຣ ໄດ້ກ່າວຕໍ່ອົງການຂ່າວ CNN ວ່າ “ສະຫະລັດ ບໍ່ຄວນໃຫ້ເປັນບ່ອນລີ້ໄພແກ່ຜະເດັດການຄົນນີ້ ຜູ້ທີ່ເປັນແຮງບັນ ດານໃຈ ໃຫ້ມີກໍ່ການຮ້າຍພາຍໃນປະເທດບຣາຊີລ.”

ທຳນຽບຂາວ ໄດ້ກ່າວໃນວັນຈັນວານນີ້ ວ່າ ຕົນບໍ່ໄດ້ຮັບຄຳຮຽກຮ້ອງໃດໆຈາກລັດຖະບານຂອງບຣາຊີລ ກ່ຽວກັບສະຖານະພາບຂອງທ່ານໂບໂຊນາໂຣ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG